ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄອຍະການສານ ສປຊ ໃນກຳປູເຈຍ ຂັດແຍ້ງກັນ


ໂຄສົກຂອງສານອາດຊະຍາກຳນາໆຊາດ ທ່ານ Reach Sambath ຖະແຫຼງຕໍ່ພວກນັກຂ່າວ ໃນລະຫວ່າງທີ່ ໄປຢ້ຽມໂຮມພິມແຫ່ງນຶ່ງມໃນນະຄອນຫຼວງພະນົມເປັນ.
ໂຄສົກຂອງສານອາດຊະຍາກຳນາໆຊາດ ທ່ານ Reach Sambath ຖະແຫຼງຕໍ່ພວກນັກຂ່າວ ໃນລະຫວ່າງທີ່ ໄປຢ້ຽມໂຮມພິມແຫ່ງນຶ່ງມໃນນະຄອນຫຼວງພະນົມເປັນ.

ຄະນະໄອຍະການຂອງສານອາດຊະຍາກຳນາໆຊາດໃນ
ກຳປູເຈຍໄດ້ມີຄວາມເຫັນຂັດແຍ້ງກັນຢ່າງຮ້າຍແຮງກ່ຽວ
ກັບວ່າ ຈະສືບຕໍ່ການດຳເນີນຄະດີເພີ່ມຕື່ມອີກຫຼືບໍ່ ລຸນ
ຫຼັງທີ່ພວກຜູ້ນຳຂັ້ນສູງຂອງຂະເໝນແດງ 4 ຄົນໄດ້ຖືກ
ດຳເນີນຄະດີໃນປີນີ້.

ໃນການສະເໜີໃຫ້ພິຈາລະນາ ໃນສັບປະດານີ້ ໄອຍະ
ການນາໆຊາດທ່ານ Andrew Cayley ກ່າວຫາວ່າ
ຜູ້ພິພາກສາທີ່ທຳການສືບສວນຂອງສານບໍ່ໄດ້ທຳການ
ສືບສວນຢ່າງຄົບຖ້ວນ ກ່ຽວກັບໂທດກຳຕ່າງໆທີ່ໄດ້ມີ
ການກ່າວຫາ ໃນອັນທີຮູ້ກັນວ່າເປັນຄະດີໝາຍເລກ 3.
ທ່ານ Cayley ຊຶ່ງເປັນຄົນອັງກິດ ຮຽກຮ້ອງໃຫ້ພວກຜູ້ພິພາກສາ ເປີດການສືບສວນຄືນໃໝ່
ແລະຮຽກໂຕຜູ້ຕ້ອງສົງໄສທີ່ບໍ່ໄດ້ລະບຸຊື່ຈຳນວນນຶ່ງມາສອບປາກຄຳຕື່ມ.

ແຕ່ໃນການສະເໜີທີ່ຂັດແຍ້ງກັນ ໃນສັບປະດານີ້ນັ້ນ ໄອຍະການກຳປູເຈຍທ່ານ Chea
Leang ໂຕ້ແຍ້ງວ່າ ຄະດີໝາຍເລກ 3 ບໍ່ຄວນຈະມີການດຳເນີນການຕໍ່ໄປຍ້ອນວ່າພວກຜູ້
ຕ້ອງສົງໄສ ບໍ່ໄດ້ຕົກຢູ່ໃນຂອບເຂດອຳນາດຕັດສິນຄະດີ ຂອງສານອາດຊະຍາກຳນາໆຊາດ
ຊຶ່ງໄດ້ຖືກສ້າງຕັ້ງຂຶ້ນມາໂດຍອົງການສະຫະປະຊາຊາດ ເພື່ອດຳເນີນຄະດີພວກຜູ້ນຳຂັ້ນສູງ
ຂະເໝນແດງແລະພວກທີ່ຮັບຜິດຊອບຕໍ່ການກໍ່ໂທດກຳຮ້າຍແຮງຕ່າງໆນັ້ນ.

ໃນການດຳເນີນຄະດີຄັ້ງທຳອິດ ສານນາໆຊາດໄດ້ຕັດສິນໂທດຫົວໜ້າຄຸມຄຸກ ຂອງຂະເໝນ
ແດງນາຍ Kaing Guek Eav ທີ່ຮູ້ກັນດີໃນຊື່ນາຍ Duch. ສ່ວນຄະດີທີ 2 ທີ່ພົວພັນກັບ
ພວກເຈົ້າໜ້າທີ່ອະວຸໂສສຸດ 4 ຄົນ ທີ່ຍັງມີຊີວິດຢູ່ຂອງຂະເໝນແດງຊຶ່ງຄາດວ່າຈະມີການນຳ
ໂຕຂຶ້ນສານໃນລະດູຮ້ອນປີນີ້. ນາຍົກລັດຖະມົນຕີຮຸນເຊນ ຄັດຄ້ານຕໍ່ການທີ່ຈະດຳເນີນຄະດີ
ເພີ່ມຕື່ມໂດຍເວົ້າວ່າ ມັນຈະເປັນການສ້າງຄວາມແຕກແຍກໃຫ້ແກ່ປະເທດຊາດ ແລະບາງທີ
ອາດຈະກໍ່ໃຫ້ເກີດສົງຄາມກາງເມືອງຄືນໃໝ່.

XS
SM
MD
LG