ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຳປູເຈຍ ຂັດຂວາງ ການແຕ່ງຕັ້ງ ຜູ້ພິພາກສາ ສານອາຍານາໆຊາດ


ກຳປູເຈຍ ຂັດຂວາງ ການແຕ່ງຕັ້ງ ຜູ້ພິພາກສາ ສານອາຍານາໆຊາດ
ກຳປູເຈຍ ຂັດຂວາງ ການແຕ່ງຕັ້ງ ຜູ້ພິພາກສາ ສານອາຍານາໆຊາດ

ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ກຳປູ​ເຈຍ​ປະຕິ​ເສດ​ບໍ່​ຍອມ​ອະນຸຍາດໃຫ້​ຜູ້​ພິພາກສາສືບ
ສວນຊາວ​ສວິສຄົນ​ນຶ່ງ ​ເຂົ້າຮັບ​ໜ້າທີ່​ໃນ​ສານ​ອາຍາ​ນາໆຊາດ​ ທີ່​ພວມ​ດຳ​ເນີນ​ຄະດີ​ການ​ກໍ່
ອາ​ຊະ​ຍາ​ກຳ​ສົງຄາມ​ຂອງ​ພວກ​ຂະ​ເໝນ​ແດງ​ໂດຍ​ໄດ້​ເປັນ​ອຸບປະສັກ​ຂັດຂວາງ​ຕໍ່ຢ່າງ​ນ້ອຍ
2 ຄະດີ​ທີ່​ຍັງ​ຄ້າງ​ຄາ​ຢູ່.

ໂຄສົກ​ຂອງ​ເລຂາທິກາ​ນ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ທ່ານ Ban Ki-moon ກ່າວ​ໃນ
ມື້ວັນ​ສຸກ​ວານ​ນີ້ວ່າ ​ໄດ້​ມີ​ການ​ແຈ້ງ​ຢ່າງ​ເປັນ​ທາງ​ການ​ໃຫ້​ອົງການ​ສະຫະປະຊາ​ຊາ​ດຊາບ​
ແລ້ວ ກ່ຽວ​ກັບ​ການ​ຕັດສິນ​ໃຈ​ຂອງ​ກຳປູ​ເຈຍ ທີ່​ຈະ​ບໍ່​ແຕ່ງຕັ້ງ​ໃຫ້ຜູ້​ພິພາກສາ Laurent
Kasper-Ansermet ​ເຂົ້າຮັບ​ໜ້າ​ທີ່​ໃນ​ສານ​ດັ່ງກ່າວ.

ໂຄສົກ​ກ່າວ​ເຖິງ​ການ​ຕັດສິນ​ໃຈນີ້ວ່າ “ໜ້າເປັນ​ຫ່ວງ​ທີ່​ສຸດ” ​ແລະ​ເວົ້າວ່າ ​ເປັນການ​ຝ່າຝືນ
ຕໍ່​ເງື່ອນ​ໄຂ​ຂອງ​ຂໍ້​ຕົກລົງ​ປີ 2003 ລະຫວ່າງ​ກຳປູ​ເຈຍ ​ແລະ​ອົງການສະຫະ​ປະຊາ​ຊາດທີ່​
ໄດ້​ສ້າງຕັ້ງສານ​ອາຍາ​ນາໆ​ຊາດ​ນັ້ນ.

ທ່ານ Kasper-Ansermet ​ແມ່ນ​ຈະ​ໄປ​ຮັບ​ໜ້າ​ທີ່​ແທນ​ຜູ້​ພິພາກສາ​ເຢຍຣະມັນ Sieg-
fried Blunt ທີ່​ໄດ້​ລາ​ອອກ​ໃນ​ທ້າຍ​ປີ​ກາຍ​ນີ້​ ໂດຍໄດ້ຈົ່ມ​ທຸກ​ກ່ຽວ​ກັບ​ການ​ແຊກ​ແຊງ​
ຂອງລັ​ດຖະບານ​ນາຍົກລັດຖະມົນຕີຮຸນເຊ​ນ.

ສານ​ອາຍາ​ນາໆ​ຊາດ​ໄດ້​ຕັດສິນ​ວ່າ​ຜູ້​ຄຸມ​ຄຸກ​ທີ່​ມີ​ຊື່​ສຽງ​ບໍ່​ດີ​ຂອງ​ຂະ​ເໝນ​ແດງມີຄວາມ​ຜິດ
ແລະ​ພວມ​ຮັບ​ຟັງ​ຄະດີ​ທີ​ສອງ ທີ່​ພົວພັນ​ກັບ​ຜູ້ນຳ​ສູງ​ສຸດ​ຂອງ​ພວກ​ຂະເໝນ​ແດງ​ສາມ​ຄົນ.
ແຕ່​ຕາບ​ໃດ​ທີ່​ຕຳ​ແໜ່​ງຂອງ​ທ່ານ Blunt ຍັງ​ຫວ່າງ​ຢູ່​ນັ້ນສານ​ອາຍາ​ນາໆ​ຊາດກໍ​ຈະ​ບໍ່ສາ
ມາດ​ນຳ​ໂຕ​ບຸກຄົນ​ໃດ​ອີກ​ມາ​ດຳ​ເນີນ​ຄະດີ.

XS
SM
MD
LG