ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ພິພາກສາສານນາໆຊາດ ໃນກຳປູເຈຍ ເລີ່ມປະຕິບັດ ໜ້າທີ່ແລ້ວ (ເບິ່ງວີດີໂອ)


ຜູ້ພິພາກສາ Laurent Kasper-Ansermet
ຜູ້ພິພາກສາ Laurent Kasper-Ansermet

ຜູ້​ພິພາກສານາໆ​ຊາດຜູ້​ນຶ່ງ ທີ່​ພົວພັນ​ກັບສານ​ນາໆ​ຊາດດຳ​ເນີນ​ຄະດີການ​ກໍ່​ອາ​ຊະ​ຍາ​ກໍາ​ສົງ
ຄາມຂອງພວກຂະ​ເໝນ​ແດງ ກ່າວ​ວ່າ ທ່ານ​ໄດ້​ເລີ້ມ​ທໍາ​ການ​ສືບສວນຄະ​ດີ​ໃໝ່ກ່ຽວ​ກັບຂໍ້​ຫາ​
ການ​ກໍ່​ໂທດ​ກຳ​ຕ່າງໆ ​ໂດຍ​ປາສຈາກ​ການ​ສະໜັບສະໜຸນ​ຂອງຜູ້​ພິພາກສາ​ສືບສວນ​ຊາວຂ​ະ
ເໝນທີ່​ເປັນຄູ​ຮ່ວມງານ​ຂອງ​ທ່ານ​ນັ້ນ.

ຜູ້​ພິພາກສາ​ຊາວສະ​ວິສທ່ານ Laurent Kasper-Ansermet ກ່າວໃນຖະ​ແຫຼງການ​ສະ
ບັບນຶ່ງໃນ​ວັນພ​ະຫັດ ​ທີ່​ກຸງພະນົມ​ເປັນວ່າ​ ທ່ານ​ບໍ່​ຈຳ​ເປັນ​ຕ້ອງ​ໄດ້​ຮັບຄວາມ​ເຫັນ​ດີ​ຈາກຄູ່​
ຮ່ວມ​ງານຝ່າຍ​ຂະ​ເໝນ ທ່ານ You Bunleng ​ໃນ​ການ​ດຳ​ເນີນ​ການ​ຕໍ່​ໄປ ​ກ່ຽວ​ກັບ​ການ
ສືບສວນສອບສວນ​ໃໝ່. ລາ​ຍລະອຽດ​ ຂອງ​ຄະ​ດີ​ໃໝ່​ນີ້ ຍັງ​ບໍ່​ທັນ​ມີ​ການ​ເປີດ​ເຜີຍ​ໃຫ້ຊາບ
ເທື່ອ.

ທ່ານ Kasper-Ansemet ​ຊຶ່ງໄດ້​ຮັບ​ການ​ສະໜັບສະໜຸນ ຈາກອົງ​ການ​ສະຫະ​ປະ​ຊາ​ຊາດ ​
ກັບການ​ໂຕ້ຖຽງທີ່​ເພີ່ມ​ທະວີ​ຂຶ້ນ ກັບລັດ​ຖະ​ບານກຳປູ​ເຈຍທີ່​ຊອກ​ຫາ​ຊ່ອງ​ທາງບໍ່​ໃຫ້ຜູ້​ພິພາກ
ສາ​ທ່ານ​ນີ້​ເຂົ້າຮັບໜ້າ​ທີ່ຂອງ​ທ່ານ​ແລະ​ຈໍາກັດ​ຂອບ​ເຂດ​ໃນ​ການ​ສືບສວນ​ຂອງ​ສານ​ນາໆ​ຊາດ.

ທ່ານ Kasper-Ansermet ​ໄດ້​ຖືກ​ຕັ້ງ​ໂດຍ​ອົງການ​ສະຫະ​ປະຊາ​ຊາດ ໃຫ້​ເຂົ້າຮັບ​ໜ້າ​ທີ່​
ແທນຜູ້​ພິພາກສາ​ຊາວເຢຍຣະ​ມັນ ທ່ານ Siegfried Blunk ທີ່ໄດ້ລາ​ອອກ ​ໃນ​ປີ​ກາຍ​ນີ້
ເພື່ອປະ​ທ້ວງຕໍ່​ການແຊກ​ແຊງ​ຂອງກຳປູ​ເຈຍຕໍ່ໍລະບົບ​ຍຸຕິ​ທຳຕາມ​ທີ່ໄດ້​ມີ​ການ​ກ່າວ​ຫານັ້ນ.

ມາ​ຮອດ​ປັດຈຸບັນນີ້ ສານ​ນາໆ​ຊາດໄດ້​ພົບ​ເຫັນ​ວ່າອະດີດ​ຫົວໜ້າຄຸມ​ຄຸກຂະເໝນ​ແດງ ນາຍ
Kaing Guek Eav ທີ່​ຮູ້​ກັນ​ໃນອີກຊື່​ນຶ່ງວ່າ Duch ນັ້ນມີ​ຄວາມ​ຜິດ. ປັດ​ຈຸ​ບັນ​ນີ້ສານ​ນາໆ​
ຊາດ​ກໍາລັງ​ດໍາ​ເນີນ​ຄະ​ດີສະມາຊິກ​ສູງ​ສຸດ 3 ຄົນຂອງລ​ະບອບການ​ປົກຄອງ​ຂະ​ເໝນ​ແດງ​ທີ່​
ຍັງ​ມີ​ຊີ​ວິດ​ຢູ່ ທີ່​ປະ​ເຊີນ​ກັບ​ຂໍ້​ຫາ​ຂ້າ​ລ້າງ​ເຊື້ອຊາດ​ເຜົ່າ​ພັນ​ແລະ​ຂໍ້​ຫາ​ອື່ນໆ ​ໃນ​ການ​ເສ​ຍຊີວິດ​
ຂອງປະຊາຊົນ​ຊາວຂະ​ເໝນຫຼາຍ​ເຖິງ 2 ລ້ານ​ຄົນ ​ໃນລະຫວ່າງ​ການ​ປົກຄອງ​ຂອງ​ພວກ​ຂະ​
ເໝນ​ແດງ ແຕ່​ປີ 1975 ຫາ 1979.

ເບິ່ງວີດີໂອ ອະດີດນັກໂທດຂອງພວກຂະເໝນແດງ ຂາຍປື້ມກ່ຽວກັບປະຫວັດ
ຂອງລາວ

XS
SM
MD
LG