ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມີການຮຽກຮ້ອງໃຫ້ ຜູ້ພິພາກສາ 2 ທ່ານ ລາອອກ ຈາກສານອາຍານາໆຊາດ ທີ່ກໍາປູເຈຍ


ພວກລອດຊີວິດຈາກຄຸກ Tuol Sleng ທີ່ມີຊື່ສຽງເໜົ່າເໝັນຂອງ
ພວກຂະເໝນແດງ ຄືນາຍ Bou Meng (ຊ້າຍ) ແລະນາຍ
Chum Mey (ຂວາ), ທີ່ກຸງພະນົມເປນ.
ວັນທີ 5 ກັນຍາ 2011ໃ
ພວກລອດຊີວິດຈາກຄຸກ Tuol Sleng ທີ່ມີຊື່ສຽງເໜົ່າເໝັນຂອງ ພວກຂະເໝນແດງ ຄືນາຍ Bou Meng (ຊ້າຍ) ແລະນາຍ Chum Mey (ຂວາ), ທີ່ກຸງພະນົມເປນ. ວັນທີ 5 ກັນຍາ 2011ໃ

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ຊັ້ນ​ນໍາ​ກຸ່ມ​ນຶ່ງ​ຮຽກຮ້ອງ​ໃຫ້​ຜູ້ພິພາກສາ 2 ທ່ານ​ໃນ​ສານ​ອາຍາ​ນາໆ​ຊາດ ທີ່​ກໍາລັງ​ທໍາ​ການ​ສອບ​ສວນກ່ຽວ​ກັບອາ​ຊະ​ຍາກໍາສົງຄາມຂອງ​ພວກ​ຂະ​ເໝນ​ແດງ​ໃນ​ກໍາປູ​ເຈຍ​ນັ້ນ ລາ​ອອກ.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ທີ່ມີສໍານັກງານຢູ່​ນະຄອນ​ນີວຢອກ ​ໄດ້​ອອກ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ໃນ​ວັນ​ຈັນ​ມື້​ນີ້​ ກ່າວ​ວ່າ​ ປະຊາຊົນ​ກໍາປູ​ເຈຍ​ແມ່ນ​ບໍ່​ມີຫວັງທີ່​ຈະ​ໄດ້​ເຫັນ​ຄວາມ​ຍຸຕິ​ທໍາ ຕາບ​ໃດ​ທີ່ທ່ານ Siegfried Blunk ຊາວເຢຍຣະມັນ ​ແລະ​ທ່ານ You Bounleng ຊາວກໍາປູ​ເຈຍ ຍັງ​ເປັນ​ຜູ້​ພິພາກສາ​ຢູ່​ໃນ​ສານ​ນັ້ນ.

ສານ​ອາ​ຊະ​ຍາ​ກໍາ​ສົງຄາມ​ນາໆ​ຊາດໄດ້ຕັດສິນ​ຄະດີ​ຫົວໜ້າ​ຄຸກຂະເໝນ​ແດງຄົນ​ນຶ່ງ​ໃຫ້ມີ​ຄວາມ​ຜິດ​ໄປ​ແລ້ວ ​ແລະ​ເວລາ​ນີ້​ ກໍາລັງ​ດໍາ​ເນີນ​ຄະດີ​ອະດີດຄະນະ​ນໍາພາຂະ​ເໝນ​ແດງ 4 ຄົນ​ທີ​ຍັງ​ມີ​ຊີວິດ​ຢູ່ ​ແຕ່​ໄດ້​ຖືກຖ່ວງ​ດຶງ​ມາຍ້ອນບັນຫາ​ໂຕ້​ແຍ້​ງກັນ​ ນັບ​ແຕ່​ພວກ​ພິພາກສາ​ໄດ້​ປະກາດ​ໃຫ້​ຮູ້​ໃນ​ເດືອນ​ເມສາ​ຜ່ານ​ມາ​ວ່າ ພວກ​ຕົນໄດ້​ເສັດ​ສິ້ນ​ການ​ສອບ​ສວນ​ກ່ຽວ​ກັບຄະດີ​ທີ 3 ທີ່ພວກໄອ​ຍະ​ການໄດ້​ຍື່ນ​ຟ້ອງນັ້ນ​ແລ້ວ.

ໄອ​ຍະ​ການ​ທ່ານ​ນຶ່ງ​ຈົ່ມ​ວ່າ ພວກ​ພິພາກສາ​ບໍ່​ໄດ້​ສໍາພາດ​ພວກ​ພະຍານຄົນ​ສໍາຄັນໆ ຫລື​ບໍ່​ໄດ້​ໄປ​ເບິ່ງ​ບ່ອນ​ທີ່​ຖືກ​ສົງ​ໄສ​ວ່າ​ເປັນ​ບ່ອນ​ທີ່​ເກີດ​ເຫດ ນັ້ນ. ​ພະນັກງານຫລາຍ​ຄົນ​ຂອງ​ສານໄດ້​ລາ​ອອກ​ຈາກ​ໜ້າ​ທີ່​ເພື່ອປະທ້ວງ​ຕໍ່​ພຶດຕິ​ກໍາ​ຂອງ​ພວກ​ພິພາກສານັ້ນ.

XS
SM
MD
LG