ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໓໑ ມີນາ ໒໐໒໓

ໄອຍະການນາໆຊາດ ຂໍໃຫ້ລົງໂທດໜັກຂຶ້ນ ຕໍ່ອະດີດຫົວໜ້າຄຸກ ຂະເໝນແດງ


ນາຍ Kaing Guek Eav, ຫລື Duch, ອະດີດຫົວໜ້າຄຸກ ຂະເໝນແດງ ປາກົດໂຕໃນສານທີ່ກຸງພະນົມເປັນ ວັນທີ 29 ມີນາ 2011

ພວກ​ໄອ​ຍະ​ການ​ສານ​ອາ​ຊະ​ຍາ​ກໍາ​ສົງຄາມ​ນາໆ​ຊາດ​ໃນ​ກໍາ
ປູເຈຍຮຽກຮ້ອງ​ໃຫ້​ສານເພີ່ມ​ການ​ຕັດສິນ​ລົງ​ໂທດ​ອະດີດ​ຜູ້
ຄວບຄຸມ​ນັກ​ໂທດທີ່​ມີ​ຊື່​ສຽງ​ເນົ່າ​ເໝັນ​ຂະ​ເໝນ​ແດງໃຫ້ເປັນ
ການຈໍາຄຸກ​ຕະຫລອດ​ຊີວິດ.

ການຂໍ​ອຸທອນ​ຂອງ​ພວກ​ໄອ​ຍະ​ການ​ກ່ຽວ​ກັບ​ການ​ຕັດສິນ​ລົງ​ໂທດ​ນາຍKaing Guek Eav ທີ່​ຮູ້ກັນໃນ​ອີກ​ຊື່​ນຶ່ງ​ວ່າ ດອ໊ຍຄ໌ ນັ້ນ ​ໃຫ້​ຈໍາ​ຄຸກ​ເປັນ​ເວລາ 19 ປີ ມີ​ຂຶ້ນ​ໃນ​ວັນ​ອັງຄານ​ມື້​ນີ້ ​ໃນ​ມື້​ທີ​ສອງ​ຂອງ​ການ​ດໍາເນີນ​ຄະດີ​ມາ​ເປັນ​ເວລາ 3 ມື້. ​ໃນ​ວັນ​ຈັນ​ວານ​ນີ້ ສານ​ໄດ້ຮັບ​ຟັງ​ຄໍາ​ໃຫ້ການ​ ຂອງ​ພວກ​ທະນາຍຄວາມ​ນາຍ ດອ໊ຍຄ໌ ຊຶ່ງຝ່າ​ຍຈໍາ​ເລີຍ​ໂຕ້ແຍ້​ງວ່າ ລູກ​ຄວາມ​ຂອງ​ເຂົາ​ເຈົ້າ​ຄວນ​ຈະ​ຖືກ​ປ່ອຍ​ໂຕ ​ເພາະວ່າ ສານອາຊະ​ຍາ​ກໍາ​ນາໆ​ຊາດ​ມີ​ອໍານາດ​ດໍາ​ເນີນ​ຄະດີ​ແຕ່​ພວກ​ຜູ້​ນໍາ​ອາວຸ​ໂສ​ຂອງຂະ​ເໝນ​ແດງ​ເທົ່າ​ນັ້ນ.

ພວກ​ໄອ​ຍະ​ການ​ປະຕິ​ເສດ​ຕໍ່​ຄໍາ​ໂຕ້​ແຍ້​ງດັ່ງກ່າວໃນ​ວັນ​ຈັນ​ວານ​ນີ້ ໂດຍເວົ້າ​ວ່າ ຄໍາ​ໂຕ້​ແຍ້​ງ ດັ່ງກ່າວ​ຄວນ​ຈະ​ມີ​ຂຶ້ນ​ຕັ້ງ​ແຕ່​ຕອນ​ເລີ້ມ​ຕົ້ນ​ການ​ດໍາເນີນ​ຄະດີ​ເມື່ອ 2 ປີຜ່ານມາ. ​ໃນ​ການຂໍ​ອຸທອນ​ຂອງ​ພວກໄອ​ຍະ​ການ​ໃນ​ວັນ​ອັງຄານ​ມື້​ນີ້ ພວກ​ເຂົາ​ເຈົ້າ​ໂຕ້​ແຍ້​ງວ່າ ນາຍດອ໊ຍຄ໌ ຄວນ​ຈະ​ໄດ້​ຮັບ​ໂທດ​ຈໍາ​ຄຸກ​ຕະຫລອດ​ຊີ​ວິດ​ ໃນ​ບົດບາດ​ຂອງ​ຜູ້ກ່ຽວ​ໃນ​ການ​ຕາຍ​ຂອງ​ພວກ​ຜູ້​ຄົນ​ຈໍານວນ​ຫລາຍ​ກວ່າ 12 ພັນ​ຄົນ ​ແລະ​ເວົ້າ​ຕື່ມ​ວ່າ ຜູ້ກ່ຽວ​ຄວນ​ຈະ​ຮັບ​ໃຊ້​ໂທດ 45 ປີ​ເປັນ​ຢ່າງ​ນ້ອຍ.

XS
SM
MD
LG