ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານອາຍານາໆຊາດຈະເລີ້ມ ດໍາເນີນຄະດີ ພວກອະດີດ ຜູ້ນໍາຂະເໜນແດງ


ທ່ານ Andrew Cayley ໄອຍະການສານອາຍານາໆຊາດ ທີ່ກໍາປູເຈຍ.
ວັນທີ 12 ພຶດສະພາ 2011.
ທ່ານ Andrew Cayley ໄອຍະການສານອາຍານາໆຊາດ ທີ່ກໍາປູເຈຍ. ວັນທີ 12 ພຶດສະພາ 2011.

ສານ​ອາຍາ​ນາໆຊາດ​ໃນ​ກໍາປູ​ເຈຍ​ກ່າວ​ວ່າ ສານ​ຈະ​ເລີ້ມ​ດໍາ​ເນີນ​ຄະດີ​ພວກ​ອະດີດ​ຜູ້​ນໍາ​ຂັ້ນ​ສູງ​ສຸດ​ຂອງຂະ​ເໜນ​ແດງ​ທີ່ຍັງ​ມີຊີວິດ​ຢູ່​ນັ້ນ ໃນ​ທ້າຍ​ເດືອນ​ມິຖຸນາ ຄື​ເດືອນ​ໜ້າ​ນີ້.

ສານ​ດັ່ງກ່າວ​ປະກາດ​ໃຫ້​ຮູ້​ຢູ່​ໃນ​website ຂອງ​ຕົນ​ໃນ​ວັນ​ຈັນມື້​ນີ້ວ່າ ການ​ຮັບ​ຟັງ​ຄະດີ​ຂັ້ນ​ຕົ້ນ​ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 27 ​ເດືອນມິຖຸນາ​ ແລະ​ຈະດໍາ​ເນີນ​ໄປ​ເປັນ​ເວລາເຖິງ 4 ມື້. ຄາດ​ວ່າ ການ​ຮັບ​ຟັງ​ຄະດີຂັ້ນຕົ້ນນີ້​ຈະ​ເວົ້າ​ເລື້ອງ​ເຕັກນິກ​ຕ່າງໆ ຮວມທັງ​ລາຍຊື່​ພະຍານ​ແລະ​ນັກ​ຊ່ຽວຊານ​.

ທາງສານຍັງໄດ້ແຈ້ງໃຫ້ຝ່າຍຕ່າງໆ​ທີ່ພົວພັນໃນ​ຄະດີ​ດັ່ງກ່າວ​ ກຽມໂຕ ເພື່ອໃຫ້ໄປມີໜ້າຢູ່ສານໄດ້​ ສໍາລັບ​ການດໍາ​ເນີນຄະດີ​ຄັ້ງ​ຕໍ່​ໆໄປ​ໃນ​ເດືອນ​ສິງຫາ​.

ພວກ​ຈໍາ​ເລີຍ 4 ຄົນ​ໃນ​ຄະ​ດີ​ດັ່ງກ່າວ​ແມ່ນຮວມທັງ​ນວນ​ເຈຍ ຊຶ່ງ​ເປັນ​ຜູ້ນໍາ​ຂັ້ນ​ສູງ​ສຸດ​ອັນ​ດັບ​ສອງ ຖັດຈາກ​ໂພນ​ປົດ​ທີ່​ໄດ້​ເສຍ​ຊີວິດ​ໄປ​ແລ້ວ​ ໃນ​ລະຫວ່າງ​ການ​ປົກຄອງ​ທີ່​ໂຫດຮ້າຍ​ທາລຸນ​ຂອງ​ພວກ​ຂະ​ເໝນ​ແດງ​ນັບ​ແຕ່​ປີ 1975 ຫາ 1979 ນັ້ນ. ຜູ້​ອື່ນໆທີ່​ຖືກ​ກ່າວ​ຫາ​ກໍ​ແມ່ນ ອຽງ​ສາຣີ ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ ພ້ອມ​ດ້ວຍ​ພັນ​ລະ​ຍາ​ ​ແລະ​ ​ອຽງ ທີຣິດ ອະດີດລັດຖະມົນຕີ​ກິດຈະການສັງ​ຄົມ​ ​ແລະຂຽວ​ສໍາພັນ ອະດີດ​ປະມຸກ​ປະ​ເທດ.

ບຸກຄົນ​ທັງ4 ຖືກ​ກ່າວ​ຫາ​ຖານ​ເປັນ​ອາຊຍາກ​ອນສົງຄາມ ກໍ່​ອາຊະ​ກໍາ ຕ້ານ​ມະນຸດຊາດ​ແລະ​ຂ້າລ້າງເຊື້ອຊາດເຜົ່າພັນ ຕະຫລອດ​ທັງ​ອາຊະຍາ​ກໍາອື່ນໆ​ທີ່ພົວພັນກັນພາຍ​ໃຕ້​ກົດໝາຍ​ຂອງ​ກໍາປູ​ເຈຍ. ພວກບຸກຄົນ​ເຫລົ່າ​ນີ້​ ຢູ່ໃນໄວ​ແຕ່ 79 ຫາ 85 ປີ ​ແລະ​ໄດ້​ຢູ່​ໃຕ້ການຄວບ ຄຸມໂຕຂອງສານ​ນາໆຊາດ ມາ​ຕັ້ງ​ແຕ່​ປີ 2007.

XS
SM
MD
LG