ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກຊ່ຽວຊານອາເມຣິກັນ ຖືກ​ແຕ່ງຕັ້ງ​ ໃຫ້ເປັນທີ່ປຶກສາ ສານນາໆຊາດ ດໍາເນີນຄະດີຂະເໝນແດງ


ທານ David Scheffer ​ທີ່​ປຶກສາຕໍ່​ສານ​ໃນກໍາປູເຈຍ
ທານ David Scheffer ​ທີ່​ປຶກສາຕໍ່​ສານ​ໃນກໍາປູເຈຍ

ນັກຊຽວຊານຊາວ​ອະ​ເມຣິກາຄົນ​ສຳຄັນ​ກ່ຽວ​ກັບ​ອາ​ຊະ​ຍາ​ກຳສົງຄາມ ​ໄດຖືກ​ແຕ່ງ
ຕັ້ງ​ໃຫ້ເປັນ​ທີ່​ປຶກສາຕໍ່​ສານ​ອາຍາ​ນາໆ​ຊາດ ທີ່​ພວມ​ພະຍາຍາມ​ດຳ​ເນີນ​ຄະດີ​ອະດີດ
​ພວກ​ຜູ້ນຳ ຂະ​ເໝນ​ແດງ ​ໃນ​ກຳປູ​ເຈຍ​ນັ້ນ.

ເລຂາທິການ​ໃຫຍ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ທານ Ban Ki-moon ​ໄດແຕ່ງ
ຕັ້ງໃຫ້​ທານ David Scheffer ​ເປັນນັກ​ຊຽວຊານ​ພິ​ເສດຂອງອົງການ​ສະຫະ​ປະຊາ​
ຊາດ ປະຈຳຄະນະ​ທີ່​ປຶກສາ​ຂອງ​ສານ ​ຊງ​ປະຈຸ​ບັນ​ນ​ກຳລັງ​ດຳ​ເນີນ​ຄະດີ​ພວກ​ຜູ້ນຳ​
ສູງ​ສຸດ 3 ຄົນ​ຂອງ ຂະ​ເໝນ​ແດງ​ທ​ຍັງ​ມີ​ຊີວິດ​ຢູ​ນນ.

ທານ Scheffer ຜູ​ຊງ​ເຄີຍ​ຮັບ​ຕຳແໜ​ງເປັນເອກ​ອັກຄະ​ລັດຖະທູດໂດຍ​ລວມ ​ກ່ຽວ​
ກັບ​ອາຊະ​ຍາ​ກຳສົງຄາມ ໃນ​ສະໄໝ​ລັດຖະບານອະດີດ​ປະທານາທິບໍດີ Bill Clinton ເປັນ
​ຜູ້​ມີ​ບົດບາດ​ສຳຄັນ​ໃນ​ການ​ສ້າງຕັ້ງສານ​ດຳ​ເນີນ​ຄະດີ​ພວກ​ຂະ​ເໝນ​ແດງ ຕະຫຼອດທັງ​ສານ
ພິ​ເສດ ​ເພື່ອ​ດຳ​ເນີນ​ຄະດີ​ການ​ກໍ່​ໂທດ​ກຳ​ຕ່າງໆ​ໃນ Rwanda ​ແລະ​ແຫຼມ Balkans ​ນຳ.

ການ​ແຕ່ງຕັ້ງທີ່​ວ່າ​ນີ້​ໄດ້​ມີ​ຂຶ້ນຫຼັງຈາກ​ໄດ້​ເກີດ​ບັນຫາ​ຖົກ​ຖຽງ​ໂຕ້​ແຍ້​ງ​ເປັນ​ເວລາຫຼາຍໆ​ເດືອນ
​ຢູ່​ທີ່ສານນາໆ​ຊາດ ບ່ອນ​ທີ່​ຜູ້​ພິພາກສາ​ທີ່​ທຳ​ການ​ສືບສວນ​ແລະ​ພະນັກງານ​ຫຼາຍໆ​ຄົນ​ຂອງ
ສານ​ໄດ້​ພາກັນ​ລາ​ອອກທ່າມກາງ​ທີ່​ມີ​ການ​ກ່າວ​ຫາ​ວ່າ ຄະດີ​ຈຳນວນ​ນຶ່ງ​ບໍ່​ໄດ້​ມີ​ການ​ສືບສວນ
​ແບບ​ເໝາະ​ສົມນັ້ນ.

XS
SM
MD
LG