ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້​ພິພາກສາ ສານ​ອາຊະ​ຍາ​ກໍານາໆ​ຊາດ ໃນກໍ​າປູ​ເຈຍ​ ​ລາ​ອອກ


ທ່ານ Siegried Blunk ຜູ້​ພິພາກສາ​ສານອາຊະຍາກໍາສົງຄາມ ນາໆຊາດ ທີ່​ດໍາ​ເນີນ​ຄະດີພວກຜູ້ນໍາຂະ​ເໝນ​ແດງ ໃນກໍາປູເຈຍ.
ທ່ານ Siegried Blunk ຜູ້​ພິພາກສາ​ສານອາຊະຍາກໍາສົງຄາມ ນາໆຊາດ ທີ່​ດໍາ​ເນີນ​ຄະດີພວກຜູ້ນໍາຂະ​ເໝນ​ແດງ ໃນກໍາປູເຈຍ.

ຜູ້​ພິພາກສາ​ທີ່​ມີໜ້າ​ທີ່ສືບ​ສວນ
ສອບສວນ ຂອງ​ສານ​ອາຊະ​ຍາ
ກໍານາໆ​ຊາດທີ່​ດໍາ​ເນີນຄະດີ
ພວກຜູ້​ນໍາ​ກຸ່ມຂະ​ເມນ​ແດງໃນ
ກໍ​າປູ​ເຈຍ​ນັ້ນ ​ໄດ້ຢື່ນ​ໃດ​ລາ​
ອອກໂດຍ​ຈົ່ມ​ວ່າກ່ຽວ​ກັບ​ການ
ແຊກແຊງ​ຂອງ​ລັດຖະບານ​.

ທາງສານ​ອາ​ຊະ​ຍາ​ກໍານາໆ​ຊາດ​
ໄດ້​ອອກຄໍາ​ຖະ​ແຫລ​ງສະບັບ​ນຶ່ງ​
ໃນ​ວັນ​ຈັນ​ມື້​ນີ້​ກ່າວ​ວ່າ ຜູ້​ພິພາກ
ສາ​ Siegried Blunk ​ໄດ້​ຍື່ນ​
ໃບ​ລາ​ອອກ​ ໃນ​ວັນ​ເສົາ​ຜ່ານມາ
​ນີ້ ແລະ​ວ່າ ​ເພິ່ນ​ໄດ້​ລາ​ອອກກໍ
ຍ້ອນ​ວ່າ ໄດ້​ມີ​ການສະ​ແດງ​
ຄວາມ​ເຫັນ​ຢ່າງ​ເປີດ​ເຜີ​ຍຂອງ
ພວກເຈົ້າ​ໜ້າ​ທີ່ລັດຖະບານ​ ທີ່
ຕັ້ງ​ຂໍ້​ສົງ​ໃສ​ກ່ຽວ​ກັບ​ຄວາມ​ຊື່ສັດ
ໂປ່ງ​ໃສໃນ​ການສືບສວນ 2 ຄະດີ​ ທີ່​ກໍາລັງ​ດໍາເນີນໄປ ​ຢູ່ໃນຂະນະ​ນີ້.

ທ່ານ Blunk ຊຶ່ງ​ເປັນຊາວ​ເຢຍລະ​ມັນ ​ໄດ້​ປະ​ເຊີນ​ກັບ​ການກ່າວ​ຫາ​ວ່າ​ ທັງ​ທ່ານ​ແລະ
ທ່ານ You Bunleng ​ເພື່ອ​ນຜູ້​ພິພາກສາ​ອີກ​ຄົນ​ນຶ່ງ​ ທີ່​ເປັນ​ຊາວກໍາປູ​ເຈ​ຍ ​ໄດ້ຍອມ
ລົງໃຫ້​ແກ່​ຄວາມ​ກົດ​ດັນ​ ທີ່ບໍ່ໃຫ້​ສືບ​ຕໍ່ດໍາ​ເນີນຄະດີ​ອື່ນໆ​ ນອກ​ເໜືອ​ໄປ​ຈາກ 2 ຄະດີ​
​ທີ່​ໄດ້ຖືກ​ນໍາ​ຂຶ້ນ​ສານ ເພື່ອ​ພິຈາລະນາແລ້ວນັ້ນ.

ທັງ​ສອງຜູ້​ພິພາກສາ​ໄດ້​ປະກາດ​ໃນ​ເດືອນ​ເມສາ​ຜ່ານ​ມາ​ວ່າ ພວກ​ເພິ່ນ​ໄດ້ເສັດ​ສິ້ນ
ການສືບ​ສວນສອບ​ສວນ ​ຄະດີ​ທີ່ 3 ​ແລ້ວ ​ເຖິງ​ແມ່ນ​ວ່າ​ ທາງໄອ​ຍະການ​ໄດ້​ກ່າວ​
ຈົ່ມ​ວ່າ ພວກ​ເພິ່ນບໍ່​ໄດ້​ສອບ​ປາກ​ຄໍາ​ພະຍານ​ຄົນ​ສໍາຄັນ ຫຼືແມ້ນ​ແຕ່​ໄປເບິ່ງສະຖານ
ທີ່ ທີ່​ສົງ​ໃສ​ກັນ​ວ່າ​ ເປັນບ່ອນ​ທີ່ອາ​ຊະ​ຍາ​ກໍາ​ໄດ້​ເກີດ​ຂຶ້ນ​ນັ້ນ.

XS
SM
MD
LG