ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການ​ດໍາ​ເນີນ​ຄະດີ ພວກຂະເໝນແດງ ອາດ ຕ້ອງໄດ້ເລື່ອນ ອອກໄປ


ນາງ Ieng Thirith ອະດີດ ລມຕ ກະຊວງກິດສັງຄົມ ຂອງຂະເໝນແດງ ທີ່ຊ່ຽວຊານດ້ານການອແພດກ່າວວ່າ ອາດເປັນໂຣກຄວາມຈໍາເຊື່ອມ.
ນາງ Ieng Thirith ອະດີດ ລມຕ ກະຊວງກິດສັງຄົມ ຂອງຂະເໝນແດງ ທີ່ຊ່ຽວຊານດ້ານການອແພດກ່າວວ່າ ອາດເປັນໂຣກຄວາມຈໍາເຊື່ອມ.

ນັກຊ່ຽວຊານດ້ານການແພດໄດ້ບອກກັບສານອາຍານາໆ​ຊາດ​ທີ່​ດໍາ​ເນີນ​ຄະດີ ພວກຂະເໝນ
ແດງໃນວັນຈັນວັນນີ້ວ່າ ນາງ Ieng Thirith ນຶ່ງໃນຈໍາ​ເລີຍສີ່ຄົນນັ້ນ​ແມ່ນມີອາການຫຼົງໆ
ລືມໆແລະອາດເປັນໂຣກຄວາມຈໍາເຊື່ອມ ກໍ​ໄດ້.

ລາຍງານຈາກນາຍ​ແພດ John Campbell ​ທີ່​ເປັນຊ່ຽວຊານດ້ານຜູ້ສູງອາຍຸສະເພາະ
ແມ່ນໝາຍຄວາມ​ວ່າ ນາງ Ieng Thirith ອະດີດລັດຖະມົນຕີກະຊວງກິດສັງຄົມ ອາດຈະ
ບໍ່ຢູ່​ໃນ​ສະພາບ​ທີ່​ຈະໃຫ້ການຕໍ່ສານ​ໄດ້ ​ໃນ​ການພິຈາລະນາ​ຄະດີ​ຜູ້ກ່ຽວ ຍ້ອນບົດບາດ​
ຂອງນາງ​ໃນອໍານາດປົກຄອງຂອງພວກຂະເໝນແດງ ທີ່​ໄດ້​ເຂ່ນຂ້າດັບ​ສູນເຜົ່າພັນ ແລະ
ເອົາຊີວິດຜູ້ຄົນໄປ​ເຖິງ 2 ລ້ານຄົນ ໃນທ້າຍຊຸມປີ 1970 ນັ້ນ.

ບັດ​ນີ້ ຢ່າງນ້ອຍທີ່​ສຸດ ນາງ Ieng Thirith ອາຍຸ 79 ປີ ​ແມ່ນຈະຕ້ອງໄດ້ຮັບການກວດ
ທາງການ​ເເພດເພີ່ມຕື່ມ​ ຊຶ່ງກໍ​ຄົງຈະສົ່ງ​ຜົນ​ໃຫ້​ມີ​ການ​ເລື່ອນ​ການ​ເລີ່​ມຕົ້ນຮັບ​ຟັງ​ຄໍາໃຫ້
ການ ​ໃນ​ການ​ດໍາ​ເນີນ​ຄະດີ​ຄັ້ງ​ປະວັດ​ສາດ​ນີ້ອອກໄປຈົນ​ຮອດປີໜ້າພຸ້ນ ກໍເປັນໄດ້.

ສານອາຍາສາກົນ​ ໄດ້ເລີ່ມຮັບຟັງຄໍາ​ໃຫ້ການ​ໃນເບື້ອງ​ຕົ້ນ ​ໃນຄະດີຟ້ອງ​ຮ້ອງຕໍ່ ທັງສີ່
ຜູ້ນໍາ​ຂັ້ນ​ສູງ​ຂອງ​ກຸ່ມຂະເໝນແດງ​ເມື່ອ​ນຶ່ງເດືອນກ່ອນນີ້. ແຕ່ວ່າຂໍ້ສະເໜີ ຈາກທາງ
ຝ່າຍຈໍາ​ເລີຍ ແລະບັນຫາ​ຕ່າງໆທາງເທັກນິກ ໄດ້​ເຮັດ​ໃຫ້ການເລີ່ມດໍາ​ເນີນ​ຄະດີ​ໃນ​
ພາກ​ໂຕ​ຈິງ​ນັ້ນ ຊັກຊ້າ​ໄປ.

XS
SM
MD
LG