ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະນາຍຂະເໝນແດງ ຂໍໃຫ້ສານປ່ອຍ ນາຍ Kaing Guek Eav ​


ນາຍ Kaing Guek Eav ຜູ້ນໍາຂະເໝນແດງຄົນ​ນຶ່ງທີ່​ເຄີຍ​ເປັນຜູ້​ຄວບ​ຄຸມ​ນັກ​ໂທດ​ທີ່​ມີ​ຊື່​ສຽງ​ເນົ່າ​ເໝັນນັ້ນ.
ນາຍ Kaing Guek Eav ຜູ້ນໍາຂະເໝນແດງຄົນ​ນຶ່ງທີ່​ເຄີຍ​ເປັນຜູ້​ຄວບ​ຄຸມ​ນັກ​ໂທດ​ທີ່​ມີ​ຊື່​ສຽງ​ເນົ່າ​ເໝັນນັ້ນ.

ທະນາຍຄວາມຂອງຂະເໝນແດງຄົນ​ນຶ່ງທີ່​ເຄີຍ​ເປັນຜູ້​ຄວບ​ຄຸມ​
ນັກ​ໂທດ​ທີ່​ມີ​ຊື່​ສຽງ​ເນົ່າ​ເໝັນນັ້ນ ​ໄດ້​ຮຽກຮ້ອງ​ໃຫ້​ສານ​ປ່ອຍ
ໂຕ​ຜູ້ກ່ຽວ​ໃນ​ລະຫວ່າງ​ທີ່​ທໍາ​ການ​ອຸທອນຄໍາ​ຕັດສິນ​ຜູ້ກ່ຽວ
ໃນວັນຈັນມື້ນີ້ ຕໍ່ສານອາຊະຍາກໍານາໆຊາດ ທີ່ກໍາປູເຈຍ.

ພວກທະນາຍຄວາມຂອງນາຍ Kaing Guek Eav ທີ່​ຮູ້​
ໃນອີກ​ຊື່​ນຶ່ງ​ວ່າ ດອ໊ຍຄ໌ ນັ້ນກ່າ​ວວ່າ ​ການ​ຕັດສິນ​ລູກ​ຄວາມ​
ຂອງເຂົາ​ເຈົ້າ​ໃນ​ປີ​ກາຍ​ນີ້ ຄວນ​ໄດ້​ຖືກ​ຕ່າວ​ປີ້ນ ເພາະວ່າ
ສານອາຊະຍາກໍານາໆຊາດມີ​ອໍານາດ​ດໍາ​ເນີນຄະດີ​
ແຕ່ພວກ​ຜູ້​ນໍາອາວຸ​ໂສຂອງຂະເໝນແດງ ​ແລະ​ພວກ​ຜູ້​ທີ່
ຮັບຜິດຊອບ​ຫລາຍ​ທີ່​ສຸດ​ຕໍ່​ການ​ກໍ່​ອາ​ຊະ​ຍາ​ກໍາ​ຂອງ​ກຸ່ມ​ດັ່ງກ່າວ.

ນາຍດອ໊ຍຄ໌​ເຄີຍໄດ້​ກ່າວ​ຂໍ​ຂະ​ມາ​ໂທດ​ມາ​ແລ້ວ ສໍາລັບ​ບົດ
ບາດ​ຂອງ​ຜູ້ກ່ຽວ​ໃນ​ຖານະ​ເປັນ​ຜູ້​ຄອບ​ຄຸມ​ນັກ​ໂທດ ​ທີ່ຢູ່​ໃນ​ຄຸກ Tuol Sleng ບ່ອນ​ທີ່ມີຜູ້
ຄົນ​ຈໍ​ານວນ 15,000 ຄົນ​ເສຍຊີວິດ​ໄປ​ ຍ້ອນຖືກທາລຸນ​ນະ​ກໍາ​ຕ່າງໆ​ນາໆໃນ​ລະຫວ່າງ
ການ​ປົກ​ຄອງຂອງພວກ​ຂະ​ເໝນ​ແດງໃນ​ຊຸມ​ທ້າຍ​ປີ 1970 ນັ້ນ. ຜູ້ກ່ຽວໄດ້​ຖືກ​ຕັດສິນໂທດ
ຈໍ​າຄຸກ 35 ປີ ​ແຕ່​ໄດ້​ຖືກ​ລົດ​ໂທດ ລົງ​ໃຫ້​ເປັນ 19 ປີ ​ຍ້ອນ​ເວລາທີ່ໄ​ດ້ຮັບ ໃຊ້​ໂທດມາ​ແລ້ວ ​ແລະ​ດ້ວຍ​ສາ​ເຫດ​ຢ່າງ​ອື່ນນໍາອີກ.

ບັນດາ​ຍາດ​ພີ່ນ້ອງ​ຂອງ​ຜູ້​ທີ່​ຮັບ​ເຄາະ​ຮ້າຍ​ຈາ​ກການ​ກະທໍາ​ຂອງ​ນາຍດອ໊ຍຄ໌ນັ້ນ ແມ່ນ​ບໍ່ພໍ
ໃຈ​ໃນ​ການ​ຕັດສິນໂທດດັ່ງ​ກ່າວ ຊຶ່ງ​ພວກ​ເຂົາ​ເຈົ້າ​ກ່າວ​ວ່າ​ ມັນ​ເບົາ​ເກີ​ນ​ໄປ. ທາງ​ຝ່າຍ​
ໄອ​ຍະການກໍຈະສະ​ເໜີການ​ອຸທອນ​ຂອງ​ຕົນໃນ​ວັນ​ອັງຄານ​ມື້ອື່ນ ​ເພື່ອຂໍ​ຮ້ອງ​ໃຫ້​ຈໍາ​ຄຸກ​
ດົນ​ກ່ວ​ານີ້.

XS
SM
MD
LG