ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍ່ເອົາ - ທ່ານຂຽວສໍາພັນ ອະດີດຜູ້ນໍາຂະເໝນແດງ ປະຕິເສດຕໍ່ ຂໍ້ກ່າວຫາຕ່າງໆ


ທ່ານນວນເຈຍ ອະດີດຫົວໜ້າອຸດົມການຂອງກຸ່ມຂະເໝນແດງ ທີ່ກໍາລັງຖືກດໍາເນີຄະດີໃນສານອາຍາແຫ່ງນຶ່ງທີ່ກຸງພະນົມເປນ.
ວັນທີ 23 ພະຈິກ 2011.
ທ່ານນວນເຈຍ ອະດີດຫົວໜ້າອຸດົມການຂອງກຸ່ມຂະເໝນແດງ ທີ່ກໍາລັງຖືກດໍາເນີຄະດີໃນສານອາຍາແຫ່ງນຶ່ງທີ່ກຸງພະນົມເປນ. ວັນທີ 23 ພະຈິກ 2011.



























ອະດີດ​ປະທາ​ນປະ​ເທດ​ກໍາປູ​ເຈຍ​ ໃນ​ສະໄໝການ​ປົກຄອງ​ພວກຂະ​ເມນ​ແດງ ຊຶ່ງກໍາລັງ​ຖືກດຳ
ເນີນ​ຄະດີ​ໃນ​ຂໍ້​ຫາກໍ່ໂທດກຳຕ້ານ​ມະນຸດຊາດ ປະຕິ​ເສດ​ວ່າ​ ບໍ່​ມີສ່ວນພົວພັນ​ໃດໆ​ໃນ​ການ​ກໍ່
ຄວາມ​ໂຫດຮ້າຍ​ຄັ້ງ​ນັ້ນ.

ທ່ານ​ຂຽວ ສໍາພັນ ບອກ​ສານ​ກໍາປູ​ເຈຍ​ທີ່​ໜຸນ​ຫລັງ​ໂດຍ​ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ວັນ​ພຸດ​
ມື້​ນີ້​ວ່າ ຂໍ້​ກ່າວ​ຫາ​ຕ່າງໆ​ຕໍ່​ທ່ານ​ນັ້ນ ​ແມ່ນ​ມາ​ຈາກ​ຂໍ້​ມູນທີ່​ບໍ່​ມີ​ຄວາມ​ຈິງ. ທ່ານ​ຂຽວ ສໍາພັນ
ໄດ້​ກ່າວ​ຫາ​ພວກ​ໄອ​ຍະ​ການ​ສານທີ່ເສ​ກສັນ​ປັ້ນ​ແຕ່ງ​ເລື້ອງຂຶ້ນມາ​ເອງ​ເພື່ອ​ຕັດສິນ​ວ່າ​ ທ່ານ​ມີ
ຄວາມ​ຜິດ.

ອະດີດ​ປະທານ​ປະ​ເທດອາຍຸ 8​0 ປີຂອງກຳປູເຈຍ ຖືກ​ກ່າວຫາວ່າ ກໍ່ອາດຊະຍາ​ກໍາ​ສົງຄາມ
ກໍ່ອາດຊະຍາ​ກໍາ​ຕ້ານ​ມະນຸດຊາດ​ແລະ​ຂ້າ​ລ້າງ​ເຜົ່າ​ພັນ. ທ່ານ​ຂຽວ ສໍາພັນ​ໄດ້​ບອກ​ສານ​ວ່າ
ການ​ກ່າວ​ຫາ​ນັ້ນແມ່ນ​ມາຈາກ​ຂໍ້​ມູນທີ່ບໍ່​ໜ້າ​ເຊື່ອ​ຖື​ໂດຍ​ພວກ​ນັກ​ຂ່າວ​ແລະ​ຕາມ​ປຶ້ມອ່ານ​
ຫລາຍ​ກວ່າ.

ທ່ານ​ຂຽວ ສໍາພັນ ພ້ອມ​ດ້ວຍຫົວໜ້າອຸດົມ​ການຂອງກຸ່ມຂະເໝນແດງທ່ານ ນວນເຈຍ ​ແລະ
ອະດີດ​ລັດຖະມົນຕີ​ຕ່າງປະ​ເທດ ​ອ່ຽງ ສາຣີ ຖືກ​ກ່າວ​ວ່າ ເປັນຜູ້ມີສ່ວນໃນການວາງ​ແຜນ​
ໃນ​ການ​ສັງຫານ ​ແດນມໍລະນະຫຼື Killing fields ​ໃນ​ຊຸມ​ປີ 1970 ທີ່​ຍັງ​ຜົນ​ໃຫ້​ຊາວ​ກໍາປູ
ເຈຍ​ເສຍ​ຊີວິດ​ໄປ​ໃນ​ຈໍານວນ​ຫລາຍ​ເຖິງ​ 2 ລ້ານ​ຄົນ.

ນອກ​ນີ້ ທ່ານ ນວນເຈຍ ຍັງ​ປະຕິ​ເສດ​ຂໍ້​ກ່າວ​ຫາເວລາ​ທ່ານ​ໃຫ້ການ​ຕໍ່ສານ​ເມື່ອ​ວັນ​ອັງຄານ
ຜ່ານ​ມາ ​ໂດຍ​ກ່າວ​ວ່າ ທ່ານ​ກະທໍາ​ໄປ​ເພື່ອ​ຜົນ​ປະໂຫຍດ​ຂອງ​ຊາດ ​ແລະ​ເພື່ອ​ປົກ​ປ້ອງ​ກໍາ​ປູ​
ເຈຍບໍ່​ໃຫ້​ຖືກ​ບຸກລຸກ​ໂດຍ​ຫວຽດນາມ.

XS
SM
MD
LG