ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການດໍາເນີນຄະດີ ພວກອະດີດຜູ້ນໍາຂະເໝນແດງ ມື້ທີ 2


ທ່ານ Huy Vannak ໂຄສົກປະຈໍາສານຜູ້ນຶ່ງ (ຊ້າຍ) ຢາຍເອກະສານຂອງສານ ຢູ່ທາງເຂົ້າສານໃຫ້ແກ່ພວກຄົນທີ່
ເຂົ້າໄປຟັງການດໍາເນີນຄະດີ ອະດີດ​ຜູ້​ນໍາ​ຂະ​ເໝນ​ແດງທັງ 3 ຄົນ ທີ່ນະຄອນພະນົມເປັນຂອງກໍາປູເຈຍ ໃນວັນອັງຄານ ທີ 22 ພະຈິກ, 2011.
ທ່ານ Huy Vannak ໂຄສົກປະຈໍາສານຜູ້ນຶ່ງ (ຊ້າຍ) ຢາຍເອກະສານຂອງສານ ຢູ່ທາງເຂົ້າສານໃຫ້ແກ່ພວກຄົນທີ່ ເຂົ້າໄປຟັງການດໍາເນີນຄະດີ ອະດີດ​ຜູ້​ນໍາ​ຂະ​ເໝນ​ແດງທັງ 3 ຄົນ ທີ່ນະຄອນພະນົມເປັນຂອງກໍາປູເຈຍ ໃນວັນອັງຄານ ທີ 22 ພະຈິກ, 2011.

ບັນດາ​ໄອ​ຍະ​ການ​ໃນການ​ດໍາ​ເນີນ​ຄະດີພວກ​ອະດີດ​ຜູ້​ນໍາ​ຂະ​ເໝນ​ແດງເວົ້າວ່າ ອະດີດ
​ຜູ້​ນໍາ​ຂະ​ເໝນ​ແດງ 3 ຄົນ ທີ່​ຖືກ​ດໍາ​ເນີນ​ຄະດີໃນ​ການ​ຂ້າ​ດັບສູນ​ເຜົ່າພັນ ​ແລະ​ກໍ່​ອາ​
ຊະ​ຍາ​ກໍາ​ຕ້ານມະນຸດຊາດນັ້ນ ​ແມ່ນ​ໄດ້​ຄອບ​ຄຸມ​ປະ​ເທດ​ທັງໝົດ​ ໃນ​ຊ່ວງ​ເວລາ​ທີ່ພວກ
​ເຂົາ​ເຈົ້າ​ປົກຄອງ​ກຳປູເຈຍຢ່າງໂຫດຮ້າຍສະຫຍອງຂວັນໃນ​ຊຸມ​ປີ 1970 ​ນັ້ນ.

ໄອ​ຍະ​ການຮ່ວມ ທ່ານ ​ແອນ​ດຣູ ​ເຄ​ເລ (Cayley) ​ກ່າວ​ໃນ​ວັນ​ອັງຄານ​ມື້ນີ້ວ່າ ອະດີດ
​ຜູ້​ນໍາ​ຂະ​ເໝນ​ແດງທັງ 3 ຄົນ ທີ່​ເຖົ້າ​ແກ່​ແລະຢູ່​ໃນ​ສະພາບ​ເຈັບ​ປ່ວຍພວກ​ນີ້ ​ເປັນ​ຜູ້​ວາງ
​ແຜນການ​ປະຕິວັດ​ທີ່​ເອີ້ນ​ກັນ​ວ່າ ​ແດນ​ມໍລະນະ ຫລື killing fields ທີ່​ໄດ້​ເອົາ​ຊີວິດ​ຂອງ
​ປະຊາຊົນ​ ​ຈໍານວນ​ຫລາຍ​ເຖິງ 2 ລ້ານ​ຄົນ​ໄປ.

ການ​ດໍາ​ເນີນ​ຄະດີທີ່​ໄດ້ຮັບການສະໜັບສະໜູນຂອງ​ສະຫະ​ປະຊາ​ຊາດ ທີ່​ມີການ​ຄອງ​
ຄອຍຖ້າກັນມາ​ເປັນ​ເວລາດົນ​ນານ​ນັ້ນ​ ໄດ້​ໄຂຂຶ້ນ​ເປັນມື້ທີ​ສອງ ໃນວັນອັງຄານມື້ນີ້ ​ຢູ່​
ນະຄອນຫລວງ​ພະນົມ​ເປັນ.

ອະດີດປະມຸກປະເທດ ​ຂຽວ ສໍາພັນ, ຫົວໜ້າ​ນັກ​ທິດ​ສະ​ດີ Nuon Chea ແລະ​ອະດີດ​
ລັດຖະມົນຕີ​ການ​ຕ່າງປະ​ເທດຂອງພວກຂະເໝນແດງ​ ອ່ຽງຊາຣີ ຖືກດໍາ​ເນີນ​ຄະດີ​ຍ້ອນ
ມີ​ສ່ວນ​ພົວພັນ​ກັບການ​ປົກຄອງ​ຂອງ​ຂະ​ເໝນ​ແດງ ແຕ່ປີ 1975 ຫາ​ປີ 1979 ອັນ​ເປັນ​
ຊ່ວງເວລາທີ່​ມີປະຊາຊົນ​ຫຼາຍເຖິງ 1 ສ່ວນ 4 ຂອງພົນລະ​ເມືອງ​ທັງ​ໝົດ ​ຖືກ​ຂ້າ​ຕາຍ.

ອະດີດ​ຜູ້​ນໍາ​ທັງ 3 ຍັງສືບຕໍ່ກ່າວອ້າງວ່າ ຕົນ​ເປັນ​ຜູ້​ບໍລິສຸດ​ ​ແຕ່​ທ່ານເຄ​ເລ​ ເວົ້າວ່າ ພວກ
ຈໍາ​ເລີຍ​ເຫລົ່ານີ້ ພະຍາຍາມ​ທີ່​ຈະ​ກ່າວ​ຫາ​ພວກ​ທີ່​ໄດ້ຮັບ​ເຄາະຮ້າຍຍ້ອນ​ການ​ກະທໍາ​ຂອງ​
ພວກ​ເຂົາເຈົ້າ​ນັ້ນວ່າ​ ​ເປັນ​ຄົນ​ຜິດ.

XS
SM
MD
LG