ອະດີດປະທານປະເທດກໍາປູເຈຍໃນສະໄໝການປົກຄອງພວກຂະເມນແດງ ຊຶ່ງກໍາລັງຖືກດຳ
ເນີນຄະດີໃນຂໍ້ຫາກໍ່ໂທດກຳຕ້ານມະນຸດຊາດ ປະຕິເສດວ່າບໍ່ມີສ່ວນໃດໆໃນການກໍ່ຄວາມ
ໂຫດຮ້າຍຄັ້ງນັ້ນ.
ທ່ານຂຽວ ສໍາພັນ ບອກສານກໍາປູເຈຍທີ່ໜຸນຫລັງໂດຍອົງການສະຫະປະ ຊາຊາດເພື່ອວັນ
ພຸດມື້ນີ້ວ່າ ຂໍ້ກ່າວຫາຕ່າງໆຕໍ່ທ່ານນັ້ນແມ່ນມາຈາກຂໍ້ມູນທີ່ບໍ່ມີຄວາມຈິງ. ທ່ານຂຽວ ສໍາພັນ
ໄດ້ກ່າວຫາພວກໄອຍະການສານ ທີ່ເສກສັນປັ້ນແຕ່ງເລຶ່ອງຂຶ້ນມາເອງເພື່ອຕັດສິນວ່າທ່ານມີ
ຄວາມຜິດ.
ອະດີດປະທານປະເທດອາຍຸ 80 ປີຂອງກຳປູເຈຍ ຖືກກ່າວຫາວ່າກໍ່ອາດຊະຍາກໍາສົງຄາມ
ກໍ່ອາດຊະຍາກໍາຕ້ານມະນຸດຊາດແລະຂ້າລ້າງເຜົ່າພັນ. ທ່ານຂຽວ ສໍາພັນໄດ້ບອກສານວ່າ
ການກ່າວຫານັ້ນ ແມ່ນມາຈາກຂໍ້ມູນທີ່ ບໍ່ໜ້າເຊື່ອຖືໂດຍພວກນັກຂ່າວແລະຕາມປື້ມອ່ານ
ຫລາຍກວ່າ.
ທ່ານຂຽວ ສໍາພັນ ພ້ອມດ້ວຍຫົວໜ້າອຸດົມການຂອງກຸ່ມຂະເໝນແດງ ທ່ານ ນວນເຈຍ
ແລະອະດີດລັດຖະມົນຕີຕ່າງປະເທດ ອຽງ ສາລີ ຖືກກ່າວວ່າເປັນຜູ້ມີສ່ວນໃນການສັງຫານ
ແດນມໍລະນະ ຫຼື Killing fields ໃນຊຸມປີ 1970 ທີ່ຍັງຜົນໃຫ້ຊາວກໍາປູເຈຍເສຍຊີວິດ
ເກືອບສອງລ້ານຄົນ.
ນອກນີ້ ນາຍ ນວນ ເຈຍ ຍັງປະຕິເສດຂໍ້ກ່າວຫາ ເວລາທ່ານໃຫ້ການຕໍ່ສານເມື່ອວັນອັງ
ຄານຜ່ານມາ ໂດຍກ່າວວ່າ ທ່ານກະທໍາໄປເພື່ອຜົນປະ ໂຍດຂອງຊາດ ແລະເພື່ອປົກປ້ອງ
ກໍາປູເຈຍບໍ່ໃຫ້ຖືກບຸກລຸກໂດຍຫວຽດນາມ.