ບັນດາເຈົ້າໜ້າທີ່ກໍາປູເຈຍຍອມຮັບຜິດວ່າ ພວກຕົນບໍ່ໄດ້ເອົາໃຈໃສ່ພຽງພໍຕໍ່ການຄວບຄຸມຝູງຊົນໃນລະຫວ່າງບຸນຊ່ວງເຮືອທີ່ຍຸດຕິລົງດ້ວຍໂສກນາຕະກໍາ ເວລາປະຊາຊົນຫລາຍຮ້ອຍຄົນແຫຍ້ແລະຢຽບກັນຕາຍໃນຂົວແຄບໆແຫ່ງນຶ່ງ.
ທ່ານຂຽວ ກັນຫາຣິດ ໂຄສົກລັດຖະບານກ່າວໃນວັນພຸດມື້ນີ້ວ່າ ພວກເຈົ້າໜ້າທີ່ໄດ້ພິຈາລະນາເຖິງເລື້ອງການສ່ຽງໄພອື່ນໆ ແຕ່ບໍ່ໄດ້ຄາດຄະເນວ່າ ອາດຈະເກີດການແຕກຕື່ນໃນຝູງຊົນຈໍານວນຫລາຍກວ່າ 1 ລ້ານ ຄົນທີ່ໄປຮ່ວມມ່ວນຊື່ນໃນງານບຸນນັ້ນ.
ພວກທີ່ເຫັນເຫດການກ່າວຕໍ່ວີໂອ
ເອ ພະແນກພາສາຂະເໝນວ່າ
ການແຕກຕື່ນໄດ້ເລີ້ມຂຶ້ນ ເວລາ
ຂົວລອຍທີ່ແຄບໆນັ້ນ ເລີ້ມໄກວໄປໄກວມາ ຊຶ່ງພາໃຫ້ຜູ້ຄົນໃນຂົວບາງຄົນເຊື່ອວ່າ ມັນຈະ
ພັງທະລາຍລົງ. ອົງການຂ່າວ AP ອ້າງຄໍາເວົ້າຂອງສະຖານີໂທລະພາບ Bayon TV ທີ່
ລັດເປັນເຈົ້າຂອງວ່າ ຄນະເຈົ້າໜ້າທີ່ສືບສວນສອບສວນລະດັບສູງຂອງລັດຖະບານໄດ້ລົງ
ຄວາມເຫັນໃນການພົບເຫັນຫລັກຖານຂັ້ນຕົ້ນວ່າ ນັ້ນເປັນຕົ້ນເຫດຂອງການແຕກຕື່ນຢຽບ ກັນຕາຍ.
ລາຍງານຂ່າວຂັ້ນຕົ້ນຫລາຍກະແສເວົ້າວ່າ ມີ 378 ຄົນເສຍຊີວິດໃນໂສກນາຕະກໍາໃນວັນ
ຈັນຜ່ານມານັ້ນ ແລະອີກຫລາຍຮ້ອຍຄົນໄດ້ຮັບບາດເຈັບ ແຕ່ບັນດາເຈົ້າໜ້າທີກ່າວໃນວັນ
ພຸດມື້ນີ້ວ່າ ຈໍານວນຜູ້ເສຍຊີວິດມີ 350 ຄົນ ໂດຍບໍ່ມີການຊີ້ແຈງກ່ຽວກັບໂຕເລກທີ່ຂັດແຍ້ງ ກັນນີ້.
ນາຍົກລັດຖະມຸນຕີຮຸນເຊນ ບັນລະຍາຍການແຕກຕື່ນຢຽບກັນຕາຍນີ້ວ່າເປັນໂສກນາຕະກໍາ
ຄັ້ງໃຫຍ່ທີ່ສຸດຂອງປະເທດ ນັບແຕ່ພວກຄອມມີວນິສຕ໌ຂະເໝນແດງໄດ້ປົກຄອງປະເທດ
ດ້ວຍການສ້າງຄວາມຢ້ານກົວຂູ່ຂວັນປະຊາຊົນນັ້ນ. ມີການກໍານົດເອົາວັນພະຫັດມື້ອື່ນເປັນ
ວັນໄວ້ອາໄລແຫ່ງຊາດ ນໍາພວກທີ່ໄດ້ຮັບເຄາະຮ້າຍຄັ້ງນີ້.