ທາງການກໍາປູເຈຍໄດ້ຕັ້ງຂໍ້ກ່າວຫາຕໍ່ຫົວໜ້າອົງການປາບການລັກລອບຄ້າຢາເສບຕິດ
ຂອງປະເທດຖານທໍາການສໍ້ລາດບັງຫລວງທີ່ພົວພັນກັບຢາເສບຕິດ.
ບັນດາເຈົ້າໜ້າທີ່ກ່າວໃນວັນຈັນວານນີ້ວ່າ ໄດ້ມີການຕັ້ງຂໍ້ຫາຢ່າງເປັນທາງການຕໍ່ທ່ານ
Moek Dara ເລຂາທິການໃຫຍ່ຂອງອົງການປາບປາມຢາເສບຕິດແຫ່ງຊາດ ໃນສານ
ປະຈໍາແຂວງ Banteay Meanchey.
ເຈົ້າໜ້າທີ່ຕໍາຫລວດອີກ 2 ຄົນໄດ້ຖືກກ່າວຫາມີສ່ວນພົວພັນກັບອາຊະກໍາຢາເສບຕິດ
ໃນສານແຫ່ງດຽວກັນໃນວັນສຸກຜ່ານມານີ້. ທ່ານ Hun Hean ຫົວໜ້າຕໍາຫລວດປະ
ຈໍາແຂວງ Banteay Meanchey ພ້ອມທັງຮອງຫົວໜ້າຂອງທ່ານຄືທ່ານ Chheang
Son ໄດ້ຖືກກ່າວຫາໃນຖານຣັບສິນບົນເພື່ອປ່ອຍໂຕພວກຜູ້ຕ້ອງສົງໄສລັກລອບຄ້າຢາ
ເສບຕິດນັ້ນ.
ພາຍໃຕ້ກົດໝາຍຕໍ່ຕ້ານການສໍ້ລາດບັງຫຼວງສະບັບໃໝ່ຂອງກໍາປູເຈຍ ທີ່ໄດ້ຮັບຮອງເອົາ
ໃນປີແລ້ວນີ້ ຫລັງຈາກໄດ້ປະເຊີນກັບການຊັກຊ້າມາຊໍ້າແລ້ວຊໍ້າອີກກໍແມ່ນ ເຈົ້າໜ້າທີ່ຄົນ
ໃດກໍຕາມທີ່ຖືກພົບເຫັນວ່າມີຄວາມຜິດ ໃນການຮັບສິນບົນຈະປະເຊີນກັບການລົງໂທດ
ຈໍາຄຸກເຖິງ 15 ປີ.