ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກໄທຮັບວ່າ ທ່ານເປັນຄົນສົ່ງຜູ້ແທນໄທ ໄປຊາຍແດນກໍາປູເຈຍເອງ


ນາຍົກລັດຖະມົນຕີໄທ ທ່ານ ອະພິຊິດ ເວດຊາຊີວະ
ນາຍົກລັດຖະມົນຕີໄທ ທ່ານ ອະພິຊິດ ເວດຊາຊີວະ

ນາຍົກລັດຖະມົນຕີໄທກ່າວວ່າ ທ່ານເອງເປັນຜູ້ຮັບຜິດຊອບໃນການສົ່ງສະມາຊິກສະພາ
ແຫ່ງຊາດຄົນນຶ່ງໄປກວດກາເບິ່ງບໍລິເວນຊາຍແດນທີ່ມີການຂັດແຍ້ງ ບ່ອນທີ່ສະມາຊິກ
ສະພາທ່ານນັ້ນ ໄດ້ຖືກຈັບພ້ອມກັບປະຊາຊົນຊາວໄທອີກ 6 ຄົນໃນສັບປະດາແລ້ວ.

ນາຍົກລັດຖະມົນຕີອະພິຊິດ ເວດຊາຊີວະໄດ້ທຳການຍອມຮັບດັ່ງກ່າວກັບພວກນັກຂ່າວ
ກ່ອນກອງປະຊຸມຄະນະລັດຖະບານໃນວັນອັງຄານມື້ນີ້ ຊຶ່ງການຈັບກຸມສະມາຊິກສະພາ
ດັ່ງກ່າວແມ່ນເປັນຫົວຂໍ້ສຳຄັນໃນການປະຊຸມ. ເຈົ້າໜ້າທີ່ກຳປູເຈຍກ່າວວ່າ ຕົນຈະດຳເນີນ
ການຕໍ່ໄປໃນການດຳເນີນຄະດີທ່ານພານິດ ວິກິສເຣດ ສະມາຊິກສະພາຂອງພັກລັດຖະ
ບານໄທແລະບຸກຄົນອື່ນໆທີ່ຖືກຈັບຮວມທັງສະມາຊິກຂອງພັກຊາດນິຍົມໄທກຸ່ມນຶ່ງ.

ສ່ວນເຈົ້າໜ້າທີ່ຄົນອື່ນໆຂອງໄທກ່າວວ່າ ການເຈລະຈາຫາລືເພື່ອໃຫ້ປ່ອຍບຸກຄົນທັງ 7 ໄດ້ປະສົບກັບຄວາມຍຸ່ງຍາກ ຍ້ອນມີການນຳສະເໜີວີດີໂອທາງ YouTube ສອງເລື່ອງ ທີ່ປາກົດວ່າທ່ານພານິດໄດ້ຮັບຮູ້ວ່າ ທ່ານຢູ່ໃນເຂດແດນກຳປູເຈຍກ່ອນຈະຖືກຈັບ.

ປາກົດວ່າວີດີໂອທັງສອງສະແດງໃຫ້ເຫັນ ທ່ານພານິດກໍາລັງໂອ້ລົມທາງໂທລະສັບ
ເຄື່ອນທີ່ແລະຮ້ອງຂໍໃຫ້ບຸກຄົນໆນຶ່ງແຈ້ງໃຫ້ເລຂາຂອງນາຍົກລັດຖະມົນຕີຊາບວ່າ
ທ່າ​ນ​ແລະກຸ່ມຂອງທ່ານໄດ້ຂ້າມເຂົ້າໄປໃນເຂດແດນກຳປູເຈຍ. ນັບແຕ່ໄດ້ຖືກຈັບ
ທ່ານພານິດໄດ້ກ່າວອ້າງວ່າ ທ່ານບໍ່ເຄີຍຂ້າມເຂົ້າໄປໃນເຂດແດນກຳປູເຈຍ.

XS
SM
MD
LG