ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສາຍພົວພັນລະຫວ່າງ ກໍາປູເຈຍແລະໄທ


ທ່ານຮຸນເຊນ ນາຍົກລັດຖະມົນຕີກໍາປູເຈຍ
ທ່ານຮຸນເຊນ ນາຍົກລັດຖະມົນຕີກໍາປູເຈຍ

ນາຍົກລັດຖະມົນຕີກໍາປູ​ເຈຍ ກ່າວ​ວ່າ ສາຍ​ພົວພັນ​ທີ່ເຄັ່ງ​ຕຶງ​ມາ​ເປັນ​ເວລາ​ດົນ​ນານກັບ​ໄທ
ປະ​ເທດ​ເພື່ອນ​ບ້ານ ​ໄດ້​ກັບ​ຄືນ​ສູ່​ສະພາບ​ປົກກະຕິ​ແລ້ວ ທັງ​ນີ້​ກໍຍ້ອນການ​ພົບ​ປະ​ຫາລື​ກັນ
ຫລາຍຄັ້ງກັບ​ນາຍົກລັດຖະມົນຕີ​ໄທ​ນັ້ນ.

ໃນ​ພິທີ​ແຈກ​ຢາຍ​ໃບ​ປະກາດສະນີຍະ​ບັດ​ເວລາ​ຈົບ​ຮຽນ​ແຫ່ງ​ນຶ່ງ​ໃນ​ນະຄອນຫລວງ​ພະນົມ​ເປັນ​ໃນ​ວັນ​ຈັນ​ມື້​ນີ້ ນາຍົກລັດຖະມົນຕີຮຸນ​ເຊ​ນ ກ່າວ​ວ່າ ຫລັງ​ຈາກ​ໄດ້ພົບ​ປະສົນທະນາກັນ​ມາ 4 ຄັ້ງ​ກັບ​ນາຍົກລັດຖະມົນຕີ​ ​ອະພິສິດ​ ເວດ​ຊາ​ຊີວະ ນັ້ນ

ບັນຫາ​ຂັດ​ແຍ່ງ​ກັນ​ເລື່ອງ​ເຂດ​ຊາຍ​ແດນ ທີ່​ໄດ້​ພາ​ໃຫ້​ເກີດ​ການ​ປະ​ທະ​ກັນ​ທາງ​ດ້ານທະຫານ ​ເລັກໆ​ນ້ອຍໆ​ມາ​ຫລາຍ​ຄັ້ງ​ລະ​ຫວ່າງ​ສອງ​ປະ​ເທດ​ ກໍໄດ້​ຜ່ອນຄາຍ​ລົງ​ແລ້ວ.

ຢ່າງ​ໃດ​ກໍ​ຕາມ ຜູ້​ນໍາ​ກໍາປູ​ເຈ​ຍ ກ່າວ​ຕື່ມ​ວ່າ ​ເລື່ອງ​ອື່ນໆ​ນັ້ນ​ຈະ​ຕ້ອງ​ມີ​ການ​ແກ້​ໄຂ​ກັນ ຮວມ
ທັງ​ການ​ປັກ​ຫລັກ​ເຂດ​ຊາຍ​ແດນ ການກວດ​ລ້າງ​ລູກ​ລະ​ເບີດ​ຝັງ​ດິນ​ທີ່​ຍັງ​ບໍ່​ທັນ​ແຕກແລະ​ການ
ເປີດ​ດ່ານ​ຊາຍ​ແດນ​ໃໝ່​ຕື່ມ​ອີກ.

XS
SM
MD
LG