ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ກໍາປູເຈຍແລະໄທສູ້ລົບກັນຄືນ ໃກ້ກັບວັດເຂົາພະວິຫານ


ພະສົງອົງນຶ່ງຢືນເບິ່ງຄວາມເສຍຫາຍຂອງເຮືອນຫລັງນຶ່ງ ທີ່ຖືກລູກຈະຫລວດຕົກໃສ ໃນລະຫວ່າງການປະທະກັນ ໃກ້ໆກັບເຂດຊາຍແດນ ທີ່ເປັນບັນຫາໂຕ້ແຍ້ງກັນລະຫວ່າງກໍາປູເຈຍແລະໄທ, ວັນທີ 26
ເມສາ 2011.
ພະສົງອົງນຶ່ງຢືນເບິ່ງຄວາມເສຍຫາຍຂອງເຮືອນຫລັງນຶ່ງ ທີ່ຖືກລູກຈະຫລວດຕົກໃສ ໃນລະຫວ່າງການປະທະກັນ ໃກ້ໆກັບເຂດຊາຍແດນ ທີ່ເປັນບັນຫາໂຕ້ແຍ້ງກັນລະຫວ່າງກໍາປູເຈຍແລະໄທ, ວັນທີ 26 ເມສາ 2011.

ພວກ​ທະຫານ​ໄທ​ແລະ​ກໍາປູ​ເຈຍ​ຍິງ​ຕໍ່ສູ້​ກັນ​ອີກ​ໃນ​ວັນ​ອັງຄານ
ມື້​ນີ້ ​ໃກ້ໆ​ກັບ​ວັດ​ເຂົາ​ພະ​ວິຫານອັນ​ເປັນ​ວັດເກົ່າ​ແກ່ ທີ່​ເປັນ
ບ່ອນ​ເກີດ​ການ​ປະ​ທະ​ກັນຮ້າຍແຮງຫລາຍ​ບັ້ນທີ່​ພາ​ໃຫ້​ມີ​ຜູ້
ຄົນ​ເສຍ​ຊີວິດ​ໄປ​ໃນຕົ້ນ​ປີ​ນີ້.

ການ​ຍິງ​ຕໍ່ສູ້​ກັນ​ນີ້​ມີ​ຂຶ້ນ​ຫລັງ​ຈາກ​ເກີດການ​ສູ້​ລົບ​ກັນ​ເປັນ​ເວ
ລາ 4 ມື້​ຢູ່ໃກ້ໆ​ກັບ​ວັດ​ທີ່ເກົ່າ​ແກ່​ອີກ 2 ​ແຫ່ງ ທີ່​ຕັ້ງ​ຢູ່​ຫ່າງ​
ຈາກ​ວັດ​ເຂົາ​ພະ​ວິຫານ​ໄປ​ທາງ​ກໍ້າ​ຕາ​ເວັນ​ຕົກ 160 ຫລັກ
ກິ​ໂລ​ແມັດ ຊຶ່ງ​ພາໃຫ້ມີຄວາມສ່ຽງ​ເພີ່ມຂຶ້ນໃນການທີ່ຈະ
ເກີດສົງຄາມຊາຍ​ແດນ​ທີ່ກວ້າງຂວາງອອກຕື່ມ.

ບໍ່​ໄດ້​ມີ​ການ​ແຈ້ງ​ໃຫ້​ຊາບ​ໃນ​ທັນທີ​ກ່ຽວ​ກັບ​ຜູ້​ບາດ​ເຈັບ​ຫລືລົ້ມ​ຕາຍ​ໃນ​ການ​ປະ​ທະ​ກັນ​ຢູ່​ໃກ້ໆ​ກັບ​ວັດ​ເຂົາ​ພະ​ວິຫານ​ໃນ​ວັນ​ອັງຄານ​ມື້​ນີ້ຊຶ່ງ​ເປັນ​ບ່ອນ​ທີ່ມີ​ຜູ້​ເສຍ​ຊີວິດ​ໄປ 10 ຄົນ ​ແລະ​ອີກ​ຫລາຍ​ສິບ​ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ສູ້​ລົບ​ກັນ​ເປັນ​ເວລາ 4 ມື້​ໃນ​ເດືອນ​ກຸມພາ​ຜ່ານ​ມາ.

ການ​ປະ​ທະ​ກັນ​ໃນ​ເຂດພາກ​ຕາ​ເວັນ​ຕົກ ​ຂອງກຳປູເຈຍແຫ່ງ​ນີ້ ​ໄດ້​ດໍາ​ເນີນ​ໄປ​ປະມານ 3 ຊົ່ວ​ໂມງ​ໃນ​ຄືນ​ວັນ​ຈັນ​ວານ​ນີ້. ອົງການ​ຂ່າວ​ຝຣັ່ງ AFP ອ້າງ​ຄໍາ​ເວົ້າຂອງ​ນາຍ​ທະຫານ​ກໍາປູ​ເຈຍ​ທ່ານ​ນຶ່ງ​ວ່າ ທະຫານ​ຄົນ​ນຶ່ງ​ເສຍ​ຊີວິດ​ເວລາ​ຂຸມ​ຫຼົບລູກ​ປືນ​ໃຫຍ່​ທີ່​ບໍ່​ແໜ້ນໜາຂອງ​ຜູ້ກ່ຽວ
ພັງ​ທັບ​ລາວ ຊຶ່ງ​ເຮັດ​ໃຫ້​ຈໍານວນ​ຜູ້​ເສຍ​ຊີວິດ​ທັງ​ໝົດເພີ່ມຂຶ້ນ​ເປັນ 13 ຄົນ​ໃນ​ເຂດຂັດ​ແຍ້​ງ ກັນທີ່ວ່າ​ນີ້.

ການດຳເນີນຄວາມ​ພະຍາຍາມ​ທາງ​ການ​ທູດ​ເພື່ອ​ຢຸດຕິ​ການ​ສູ້​ລົບ​ກັນ​ຍັງ​ດໍາ​ເນີນ​ຢູ່ຕໍ່​ໄປ
ເຖິງ​ແມ່ນມີ​ການ​ຍົກເລີກ​ແຜນການ​ຢ້ຽມຢາມ 2 ປະ​ເທດ​ໃນ​ວັນ​ຈັນ​ວານ​ນີ້ ​ໂດຍ​ທ່ານ
Marty Natalegawa ລັດຖະມົນຕີ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ​ ຊຶ່ງ​ເປັນ​ປະທານ
ໝຸນ​ວຽນ​ຂອງ​ກຸ່ມ​ອາຊຽນປະ​ຈໍາປີ​ນີ້ ກໍ​ຕາມ.

ທີ່​ກຸງ​ວໍ​ຊິງ​ຕັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງຮີນ​ລາຣີ ຄລິນ​ຕັນ ກ່າວ
ວ່າ​ສະຫະລັດ​ມີ​ຄວາມ​ເປັນ​ຫ່ວງ​ກັງວົນ​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ​ບັນຫາ​ຂັດ​ແຍ່ງຊາຍ​ແດນດັ່ງ
ກ່າວນີ້ ​ແລະ​ຮຽກຮ້ອງ​ໃຫ້​ທັງສອງ​ຝ່າຍ​ໃຊ້​ຄວາມ​ຍັບ​ຍັ້ງ​ຈາກ​ການ​ເກາະ​ຜິດ​ຕ່າງໆ. ທ່ານ
ສຸຣິນ ພິດ​ສຸວັນ ​ເລຂາທິການ​ໃຫຍ່​ກຸ່ມ​ອາ​ຊຽນ ກໍ​ໄດ້​ຮຽກຮ້ອງ​ເຊ່ນ​ກັນ​ໃຫ້​ມີ​ການໂອ້ລົມ​ສົນ
ທະນາ​ລືກັນ​ໃນ​ທັນທີ ​ລະຫວ່າງ 2 ປະ​ເທດ​ສະມາຊິກ​ຂອງ​ກຸ່ມ​ອາ​ຊຽນນີ້.

XS
SM
MD
LG