ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານນາໆຊາດຕັດສິນ ບັນຫາຂັດແຍ້ງເລື້ອງຊາຍແດນ ລະຫວ່າງກໍາປູເຈຍແລະໄທ


ຮູບພາບບໍລິເວນເຂົາພະວິຫານແລະເຂດອ້ອມແອ້ມທີ່ສານນາໆຊາດ ປະກາດໃຫ້ເປັນເຂດປອດທະຫານຊົ່ວຄາວ ໃນການຕັດສິນບັນຫາຂັດແຍ້ງກັນ ລະຫວ່າງກໍາປູເຈຍແລະໄທ,
ວັນທີ 18 ກໍລະກົດ 2011.
ຮູບພາບບໍລິເວນເຂົາພະວິຫານແລະເຂດອ້ອມແອ້ມທີ່ສານນາໆຊາດ ປະກາດໃຫ້ເປັນເຂດປອດທະຫານຊົ່ວຄາວ ໃນການຕັດສິນບັນຫາຂັດແຍ້ງກັນ ລະຫວ່າງກໍາປູເຈຍແລະໄທ, ວັນທີ 18 ກໍລະກົດ 2011.

ສານ​ສູງ​ສຸດ​ສະຫະ​ປະຊາ​ຊາດ​ໄດ້​ອອກ​ຄໍາ​ສັ່ງ ​ໃຫ້​ກໍາປູ​ເຈຍ​ແລະ​ໄທຖອນ​ທະຫານ​ແລະ
ຕໍາຫລວດ​ຂອງ​ຕົນ​ທັງ​ໝົດ ​ອອກ​ຈາກ​ເຂດທີ່​ຕົນ​ຫາ​ກໍປະກາດໃຫ້​ເປັນ​ເຂດປອດ​ທະຫານ
ຢູ່​ອ້ອມແອ້ມ​ວັດ​ເກົ່າ​ແກ່​ຂອງ​ກໍາປູ​ເຈຍ​ແຫ່ງ​ນຶ່ງ ທີ່​ຕັ້ງ​ຢູ່​ເລາະ​ຕາມ​ຊາຍ​ແດນ​ຂອງ​ສອງ​ປະ
ເທດ​ນັ້ນໂດຍທັນທີ.

ນອກ​ນີ້ ສານ​ຍຸຕິ​ທໍານາໆ​ຊາດ​ທີ່​ກຸງ Hague ຍັງ​ໄດ້​ຕັດສິນ​ໃນ​ວັນ​ຈັນມື້​ນີ້​ວ່າ ທັງ​ສອງ​
ປະ​ເທດ​ຄວນ​ຈະ​ອະນຸຍາດ​ໃຫ້​ພວກ​ນັກ​ສັງ​ເກດ​ການຈາກ​ກຸ່ມ​ອາ​ຊຽນ​ເຂົ້າ​ໄປ​ໃນ​ຂົງ​ເຂດ
ເພື່ອຕິດຕາມ​ເບິ່ງ​ການ​ປະຕິບັດ​ສັນຍາຢຸດ​ຍິງ​ກັນ.

ຄະດີດັ່ງ​ກ່າວ​ແມ່ນໄດ້​ນໍາ​ສະ​ເໜີ​ຕໍ່​ສານ​ໂດຍ​ກໍາປູ​ເຈຍ ທີ່ຢາກ​ໃຫ້​ສານ​ອອກ​ຄໍາ​ສັ່ງ​ໃຫ້​ໄທ
ຖອນ​ທະຫານ​ທັງ​ໝົດ​ອອກ​ຈາກ​ຂົງ​ເຂດ​ດັ່ງກ່າວ ​ແຕ່ສານ​ນາໆ​ຊາດ​ໄດ້ເຄື່ອນ​ໄຫວ​ໄປໄກ​
ກວ່າ​ນັ້ນ ​ໂດຍ​ໄດ້​ປະກາດ​ໃຫ້​ບໍລິ​ເວນ​ດັ່ງກ່າວ ​ເປັນເຂດ​ປອດ​ທະຫານ​ຊົ່ວຄາວ​ ແລະ​
ກ່າວ​ວ່າ ທັງ​ສອງ​ປະ​ເທດ​ຄວນ​ຈະ​ຖອນ​ທະຫານ​ຂອງ​ຕົນ​ທັງ​ໝົດ​ອອກ​ຈາກ​ຂົງ​ເຂດ​ນັ້ນ.

ທັງ​ສອງ​ຝ່າຍໄດ້ສະ​ເໜີ​ຂໍ້​ໂຕ້​ແຍ້​ງຂອງ​ຕົນ ຕໍ່​ບັນດາ​ຜູ້​ພິພາກສາ 15 ທ່ານ​ຂອງ​ສານທີ່​
ກຸງ Hague ​ໃນ​ທ້າຍ​ເດືອນ​ພຶດສະພາ​ຜ່ານ​ມາ.

XS
SM
MD
LG