ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານກໍາປູເຈຍອະນຸຍາດໃຫ້ ປະກັນຕົວຊາວໄທ 4 ຄົນ


Veera Somkwamkid ນັກຈັດຕັ້ງຫົວຊາດນິຍົມຂອງໄທ
Veera Somkwamkid ນັກຈັດຕັ້ງຫົວຊາດນິຍົມຂອງໄທ

ສານອຸທອນຂອງກໍາປູເຈຍໄດ້ອະນຸຍາດໃຫ້ປະກັນຕົວຊາວ
ໄທ 4 ຄົນທີ່ຖືກກ່າວຫາວ່າ ເຂົ້າເມືອງຜິດກົດໝາຍແລ້ວ
ຊຶ່ງປ່ອຍໃຫ້ທ່ານ Veera Somkwamkid ນັກຈັດຕັ້ງຫົວ
ຊາດນິຍົມເປັນພຽງຜູ້ດຽວເທົ່ານັ້ນ ໃນຈໍານວນຊາວໄທ 7
ຄົນທີ່ຍັງຖືກຄຸມຂັງຢູ່ໃນກຳປູເຈຍ.

ທ່ານ Veera ໄດ້ຮ້ອງໃສ່ພວກນັກຂ່າວ ໃນຂະນະທີ່ຖືກ
ນໍາຕົວອອກໄປຈາກສານວ່າ“ຈະສູ້ເຖິງທີ່ສຸດ.

ອາທິດແລງນ ສານຊັ້ນຕົ້ນໄດ້ອະນຸຍາດໃຫ້ປະກັນຕົວ
ສະມາຊິກສະພາແຫ່ງຊາດໄທ ທ່ານພານິດ ວິກິສເຣດ
ແລະອີກຄົນນຶ່ງທີ່ຖືກຈັບພ້ອມກັນ. ຄືກັນກັບສອງຄົນນນ
ຊາວໄທທັງ 4 ຄົນທີ່ຖືກປະກັນຕົວໃນວັນອັງຄານມື້ນີ້ ແມ່ນ
ຈຳເປັນຕ້ອງໄດ້ຢູ່ໃນກໍາປູເຈຍຕໍ່ໄປ ແລະພ້ອມທີ່ຈະໄປສະ
ເໜີຕົວ ຖ້າເຈົ້າໜ້າທີ່ກຳປູເຈຍຫາກຕ້ອງການ.

ໝົດທັງ 7 ຄົນຍອມຮັບວ່າ ຕົນໄດ້ຂ້າມຊາຍແດນເຂາໄປ
ດ້ວຍຄວາມບັງເອີນ ໃນບໍລິເວນທີ່ຍັງເປັນບັນຫາຖົກຖຽງໂຕ້ແຍ້ງກັນ ໃກ້ໆກັບຄ້າຍທະຫານ
ຂອງກໍາປູເຈຍແຫ່ງນຶ່ງ ໃນວັນທີ 29 ເດືອນທັນວາຜ່ານມານີ້.

XS
SM
MD
LG