ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວໄທ 7 ຄົນທີ່ຖືກຈັບ ໄປໃຫ້ການຕໍ່ສານ ທີ່ພະນົມເປັນ


ນາຍົກລັດຖະມົນຕີໄທ ທ່ານອະພິເຊດ ເວດຊາຊີວະ
ນາຍົກລັດຖະມົນຕີໄທ ທ່ານອະພິເຊດ ເວດຊາຊີວະ

ລັດຖະມົນຕີການຕ່າງປະເທດຂອງໄທໄດ້ອອກເດີນທາງໄປຍັງກຳປູເຈຍ ເພື່ອຂໍຮ້ອງໃຫ້ກຳປູ
ເຈຍປ່ອຍຊາວໄທ 7 ຄົນຮວມທັງສະມາຊິກສະພາແຫ່ງຊາດຄົນນຶ່ງແລະຜູ້ນຳຫົວຊາດນິຍົມ
ຂອງໄທ ທີ່ຖືກຈັບຢູ່ກຳປູເຈຍກ່ອນໜ້ານີ້.

ບຸກຄົນທັງ 7 ໄດ້ຖືກຈັບໃນຂໍ້ຫາລ່ວງລໍ້າດິນແດນໃນວັນພຸດວານນີ້ ຂະນະທີ່ພວມທຳການ
ຢ້ຽມຢາມບໍລິເວນຊາຍແດນທີ່ມີການຂັດແຍ້ງກັນ. ພວກເຂົາເຈົ້າໄດ້ຖືກໄອຍະການກຳປູເຈຍ ສອບປາກຄຳແບບປິດລັບ ຢູ່ສານແຫ່ງນຶ່ງ ທີ່ນະຄອນຫຼວງພະນົມເປັນ ໃນຕອນເຊົ້າວັນພະ
ຫັດມື້ນີ້ ທັງໆທີ່ໄດ້ມີການຮ້ອງຂໍ ຈາກນາຍົກລັດຖະມົນຕີໄທ ທ່ານອະພິຊິດ ເວດຊາຊີວະບໍ່
ໃຫ້ນຳຄະດີນີ້ຂຶ້ນສານ.

ທ່ານອະພິຊິດກ່າວໃນວັນພະຫັດມື້ນີ້ວ່າ ບຸກຄົນທັງ 7 ຄວນຖືກປ່ອຍໃນທັນທີ. ແຕ່ນາຍົກ
ລັດຖະມົນຕີກຳປູເຈຍ ທ່ານຮຸນເຊນກ່າວວ່າ ກະບວນການຍຸດຕິທຳຈະຕ້ອງໄດ້ດຳເນີນຕໍ່ໄປ
ແລະເວົ້າວ່າບຸກຄົນທັງ 7 ຈະຖືກຂັງ ທີ່ຄຸກ Prey Sar ເພື່ອລໍຖ້າການດຳເນີນຄະດີ.

ພວກເຈົ້າໜ້າທີ່ອະວຸໂສ ຂອງລັດຖະບານແລະກອງທັບໄທ ໄດ້ປະຊຸມກັນໃນຕອນເຊົ້າຂອງ
ວັນພະຫັດມື້ນີ້ ເພື່ອປຶກສາຫາລືກ່ຽວກັບສະຖານະການດັ່ງກ່າວກ່ອນລັດຖະມົນຕີການຕ່າງ
ປະເທດຂອງໄທທ່ານກະສິດ ພິຣົມອອກເດີນທາງໄປຍັງນະຄອນຫຼວງພະນົມເປັນເພື່ອຊອກ
ຫາຊ່ອງທາງ ແກ້ໄຂທາງດ້ານການທູດ.

ທ່ານພານິດ ວິກິສເຣດ ສະມາຊິກສະພາແຫ່ງຊາດຂອງພັກປະຊາທິປັດ ຊຶ່ງເປັນພັກລັດຖະ
ບານຂອງໄທໄດ້ເດີນທາງໄປຢ້ຽມຢາມບໍລິເວນຊາຍແດນພ້ອມກັບສະມາຊິກ 6 ຄົນຂອງຂະ
ບວນການເສື້ອເຫຼືອງ ທີ່ນິຍົມທະຫານແລະນິຍົມກະສັດຂອງໄທ ເວລາພວກເຂົາເຈົ້າຖືກຈັບ.
ພວກເຂົາເຈົ້າເວົ້າວ່າ ເຂົາເຈົ້າພວມທຳການສືບສວນ ການຮ້ອງທຸກຂອງພວກພໍ່ນາໄທກ່ຽວ ກັບບຸກລຸກຂ້າມຊາຍແດນເຂົ້າໄປໃນໄທຂອງທະຫານກຳປູເຈຍ.

XS
SM
MD
LG