ນັກຊາດນິຍົມໄທທີ່ມີຊື່ສຽງທ່ານນຶ່ງ ແລະເລຂານຸການ
ຂອງທ່ານ ໄດ້ປະເຊີນກັບການສອບປາກຄໍາ ໃນສານ
ແຫ່ງນຶ່ງ ໃນກໍາປູເຈຍໃນວັນພຸດມື້ນີ້ ໃນຂໍ້ຫາຖານທໍາ
ການເຄື່ອນໄຫວຈະລາກໍານັ້ນ.
ບຸກຄົນທັງສອງໃນຈໍານວນຄົນໄທ 7 ຄົນ ຮວມທັງສະ
ມາຊິກສະພາ ເວດຊາຊີວະນາຍົກລັດຖະມຸນຕີໄທ ຖືກ
ຈັບກຸມໃນເຂດຊາຍແດນທີ່ເປັນບັນຫາໂຕ້ແຍ່ງກັນໃນວັນ
ທີ 29 ທັນວາຜ່ານມານີ້.
ໂຄສົກປະຈໍາກະຊວງການຕ່າງປະເທດໄທກ່າວວ່າ ທ່ານ
ວີຣະສົມຄວາມຄິດໄດ້ຖືກສອບປາກຄໍາປະມານ 45 ນາທີແລະຫລັງຈາກນັ້ນກໍຖືກ
ສົ່ງກັບຄືນໄປຍັງຄຸກ Prey Sor ບ່ອນທີ່ພວກຄົນໄທທັງ 7 ຄົນໄດ້ກັກຂັງໂຕໄວ້
ນັບແຕ່ຖືກຈັບກຸມມາ.
ນາງຣາຕຣີ ພິພັດທະນາໄພບູນ ເລຂາຂອງທ່ານວີຣະ ໄດ້ຖືກສອບປາກຄໍາໃນບ່ອນນຶ່ງອີກ
ຕ່າງຫາກ ແລະໄດ້ຖືກສົ່ງກັບຄືນໄປຄຸກແລ້ວ.
ຂໍ້ກ່າວຫາຖານທໍາການເຄື່ອນໄຫວຈະລາກໍາ ຊຶ່ງໄດ້ຕື່ມໃສ່ໃນວັນອັງຄານວານນີ້ຕໍ່ຂໍ້
ກ່າວຫາກ່ອນໜ້ານັ້ນຄື ການເຂົ້າເມືອງຢ່າງຜິດກົດໝາຍ ຊຶ່ງມີໂທດຈໍາຄຸກແຕ່ 5 ຫາ
10 ປີໄດ້. ທັງສອງຄົນນີ້ຖືກກ່າວຫາວ່າ ຊອກເກັບກໍາຂ່າວສານຊຶ່ງອາດຈະສ້າງ
ຄວາມເສຍຫາຍໃຫ້ແກ່ຄວາມປອດໄພແຫ່ງຊາດຂອງກໍາປູເຈຍໄດ້ນັ້ນ.