ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທ, ກໍາປູເຈຍສະ​ເໜີ​ຂໍ້​ໂຕ້​ແຍ້ງ ຕໍ່ ສປຊ ໃນວັນຈັນມື້ນີ້


2013年3月19日,一位男士路過塞浦路斯首都尼科西亞老城的一處街頭涂鴉標語。標語寫道:“三駕馬車滾出去”。“三架馬車”指歐盟、歐洲央行和IMF組成的國際借貸集團。
2013年3月19日,一位男士路過塞浦路斯首都尼科西亞老城的一處街頭涂鴉標語。標語寫道:“三駕馬車滾出去”。“三架馬車”指歐盟、歐洲央行和IMF組成的國際借貸集團。

ນາຍົກລັດຖະມົນຕີໄທກ່າວວ່າ ທ່ານໝັ້ນໃຈວ່າຈະ​ມີ​ການ
ພົບ​ເຫັນ​ວ່າ ກໍາປູເຈຍ ເປັນຜູ້ຜິດ ກ່ຽວກັບການປະທະກັນ
ຄັ້ງຫຼ້າສຸດ ​ໃນ​ເຂດຊາຍແດນລະຫວ່າງກັນ​ນັ້ນ ເວລາລັດ
ຖະມົນຕີຕ່າງປະເທດຂອງທັງສອງປະເທດໄປສະ​ເໜີ​ຂໍ້​ໂຕ້
ແຍ້​ງຂອງພວກ​ຕົນ ຕໍ່ສະພາຄວາມໝັ້ນຄົງສະຫະປະຊາ
ຊາດໃນວັນຈັນມື້ນີ້.

ເວລາ​ນີ້ ທ່ານກະສິດ ພິຣົມ ລັດຖະມົນຕີການຕ່າງປະ
ເທດໄທ ແລະຄູ່ຕໍາ​ແໜ່​ງ ຈາກກໍາປູເຈຍ ທ່ານ Hor
Namhong ກໍາລັງຢູ່ທີ່ນະຄອນ New York ເພື່ອອະທິ
ບາຍກ່ຽວກັບວ່າ ​ແມ່ນ​ຫຍັງ​ເປັນສາ​ເຫດ​ທີ່​ນໍາ​ໄປ​ສູ່ການ
ປະທະກັນ 4 ມື້ໃນເຂດຊາຍແດນເມື່ອຕົ້ນເດືອນນີ້ ທີ່ໄດ້​
ເຮັດ​ໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 8 ຄົນ ແລະຊາວບ້ານ
ຫລາຍ​ກ່ວາ 20,000 ຄົນ​ ຕ້ອງໄດ້ຍົກຍ້າຍຫຼົບໜີອອກ ຈາກບ້ານເຮືອນຂອງຕົນ.

ນາຍົກລັດຖະມົນຕີກໍາປູເຈຍທ່ານ Hun Sen ​ເປັນ​ຜູ້
ຮ້ອງຂໍໃຫ້ສະພາຄວາມໝັ້ນຄົງຈັດ​ກອງ​ປະຊຸມສຸກເສີນຂຶ້ນ ​ໂດຍ​ຈົ່ມວ່າກອງກໍາລັງຂອງໄທ ໄດ້ບຸກລຸກປະເທດຂອງທ່ານ.

ແຕ່ທ່ານ ອະພິສິດ ເວດຊາຊິວະ ນາຍົກລັດຖະມົນຕີໄທ ໄດ້ກ່າວຜ່ານທາງໂທລະພາບ
ໃນວັນອາທິດວານນີ້ວ່າ ປະເທດຂອງທ່ານຈະສາມາດຊີ້ໃຫ້ເຫັນວ່າ ທາງກໍາປູເຈຍເປັນ
ຜູ້ເລີ່ມຕົ້ນການປະທະກັນກ່ອນ.

ທ່ານ ອະພິສິດ ຍັງກ່າວຕື່ມວ່າ ການເຈລະຈາສອງຝ່າຍບໍ່​ແມ່ນການ​ໄກ່ເກ່ຍຈາກພາຍ
ນອກ ​ແມ່ນ​ຈໍາ​ເປັນ​ຫລາຍ​ກ່ວາ ເພື່ອແກ້ໄຂບັນຫາຜິດ​ຖຽງ​ກັນ​ເລື້ອງຊາຍ​ແດ​ນທີ່​ມີ​ມາ
ເປັນ​ເວລາດົນ​ນານ​ແລ້ວ ລະຫວ່າງສອງປະເທດນັ້ນ.

XS
SM
MD
LG