ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກຳປູເຈຍແກ້ໄຂບັນຫາການສູບຢາ


ປ້າຍໂຄສະນາເຕືອນ ກ່ຽວກັບການສູບຢາ ຢູ່ກຳປູເຈັຍ
ປ້າຍໂຄສະນາເຕືອນ ກ່ຽວກັບການສູບຢາ ຢູ່ກຳປູເຈັຍ

ໃນໄວໆນີ້ ລັດຖະບານກຳປູເຈຍ ຈະຫ້າມບໍ່ໃຫ້ມີການໂຄສະນາຂາຍຢາສູບ. ການຫ້າມທີ່ວ່າ ນີ້ ແມ່ນ​ຕິດຕາມ​ມາ ຫລັງຈາກໄດ້ມີການປະກາດໃຊ້ ກົດໝາຍສະບັບນຶ່ງໃນເດືອນກໍລະກົດ ຜ່ານມາ ທີ່ບັງຄັບໃຫ້ ມີການປະກາດເຕືອນ ຢູ່ຕາມຊອງຢາສູບ ກ່ຽວກັບບັນຫາສຸຂະພາບ ທີ່ມາ​ຈາກ​ການ​ສູບຢາ​ນັ້ນ

ພວກນັກເຄື່ອນໄຫວຕໍ່ຕ້ານການສູບຢາ ກ່າວວ່າ ແຜນການຂອງກຳປູເຈຍ ທີ່ຈະຫ້າມບໍ່ໃຫ້ ມີການໂຄສະນາແລະໂປຣໂມຊັ່ນຕ່າງໆ ກ່ຽວກັບການຂາຍຢາສູບນັ້ນ ແມ່ນຫຼັກໄຊທີ່ສຳຄັນ ໃນການດຳເນີນຄວາມພະຍາຍາມ ເພື່ອລົດອັດຕາການສູບຢາ ຢູ່ໃນກຳປູເຈຍລົງ.

ດຣ Yel Daravuth ແມ່ນນັກຊ່ຽວຊານ ກ່ຽວກັບການຄວບຄຸມຢາສູບ ທີ່ສຳນັກງານຂອງ ອົງການອະນາໄມໂລກ ປະຈໍານະຄອນຫຼວງພະນົມເປັນ. ທ່ານກ່າວ ວ່າການຫ້າມທີ່ວ່ານີ້ ແມ່ນມີຄວາມສຳຄັນ ຕໍ່ການດຳເນີນຄວາມພະຍາຍາມ ເພື່ອຫຼຸດຜ່ອນການເຈັບປ່ວຍຕ່າງໆ ທີ່ພົວພັນກັບຢາສູບ. ດຣ Yel ເວົ້າວ່າ ການເຈັບປ່ວຍຫລາຍ​ຢ່າງ ເຊັ່ນລົມສາລະບາດ ຖົງລົມໃນປອດໄຄ່ ແລະມະເຮັງໃນປອດ ພວມເພີ້ມທະວີຄວາມຮ້າຍແຮງຂຶ້ນ ໃນກຳປູເຈຍ ແລະນັ້ນໝາຍຄວາມວ່າ ເຖິງເວລາທີ່ຕ້ອງໄດ້ດຳເນີນການ​ແກ້​ໄຂ​ແລ້ວ ໃນເວລານີ້.

“ຖ້າຫາກພວກເຮົາບໍ່ພາກັນປ້ອງກັນ ແລະຄວບຄຸມການແຜ່ລາມ ຂອງໂຣກຕິດ ຢາສູບໄດ້ແລ້ວນັ້ນ ພວກເຮົາກໍຈະເຫັນ ພວກພະຍາດເຫລົ່ານີ້ ມີຫລາຍເພີ່ມຂຶ້ນ ໃນຫ້າປີຂ້າງໜ້ານີ້.”

ດຣ Yel ກ່າວວ່າ ການສຶກສາສະແດງໃຫ້ເຫັນວ່າ ປະເທດທີ່ກຳລັງພັດທະນາ ສາມາດ ຄາດຫວັງ ທີ່ຈະຕັດອັດຕາການສູບຢາລົງໄດ້ 8% ພາຍໃນໄລຍະນຶ່ງທົດສະວັດ ຖ້າບັນ ດາປະເທດເຫຼົ່ານີ້ ຫາກມີການຈັດຕັ້ງປະຕິບັດ ໃນການຫ້າມສູບຢາ.

ແຕ່ໃນທາງກົງກັນຂ້າມ ບັນດາປະເທດທີ່ບໍ່ໄດ້ມີການຈັດຕັ້ງປະຕິບັດ ໃນການຫ້າມສູບຢາ ກໍຈະເຫັນການຫຼຸດລົງ ພຽງແຕ່ 1% ທໍ່ນັ້ນ.

ຢູ່ໃນກຳປູເຈຍ ສ່ວນໃຫຍ່ແລ້ວ ຈະມີແຕ່ພວກຜູ້ຊາຍທໍ່ນັ້ນ ທີ່​ມັກສູບຢາ. ການສຳຫຼວດເທື່ອ ລ່າສຸດທີ່ນຳອອກເຜີຍແຜ່ໃນປີ 2006 ສະແດງໃຫ້ເຫັນວ່າ 48% ຂອງພວກຜູ້ຊາຍກຳປູເຈຍ ທີ່ມີອາຍຸ 15 ປີຂຶ້ນໄປ ແມ່ນພາກັນສູບຢາ ສົມທຽບໃສ່ 50 ກວ່າເປີເຊັນ ຢູ່ທີ່ປະເທດຈີນ ຣັດເຊຍ ແລະບາງປະເທດໃນອາຟຣິກາ. ໃນບັນດາປະເທດ ທີ່ພັດທະນາແລ້ວ ສ່ວນໃຫຍ່ ອັດຕາການສູບຢາ ໃນໝູ່ພວກຜູ້ຊາຍ ແມ່ນຕໍ່າກວ່າ 30%.

ດັ່ງດຽວກັນ ກັບໃນບັນດາປະເທດເອເຊຍສ່ວນໃຫຍ່ ອັດຕາການສູບຢາຂອງພວກແມ່ຍິງ ແມ່ນມີຕໍ່າຫຼາຍ ຢູ່ກຳປູເຈຍ ຄືມີແຕ່ 4% ທໍ່ນັ້ນ ຂອງພວກແມ່ຍິງຂະ​ເໝນ ພາກັນສູບຢາ. ແຕ່ແນວໃດກໍຕາມ ດຣ Yel ກ່າວວ່າ ເກືອບ 20% ຂອງພວກແມ່ຍິງກຳປູເຈຍພາກັນອົມ ຢາ.

ເມື່ອ 5 ປີກ່ອນ ກຳປູເຈຍໄດ້ລົງນາມໃນຂໍ້ຕົກລົງ ວ່າດ້ວຍຂອບຂອງການຄວບຄຸມຢາສູບ ຊຶ່ງເປັນສົນທິສັນຍາ ດ້ານສາທາລະນະສຸກຂອງໂລກ ເພື່ອຕໍ່ສູ້ກັບພະຍາດຕ່າງໆ ທີ່ພົວພັນ ກັບຢາສູບ. ພາຍໃຕ້ສົນທິສັນຍາດັ່ງກ່າວນີ້ ປະເທດຕ່າງໆໃຫ້ຄຳໝັ້ນສັນຍາວ່າ ຈະຫ້າມບໍ່ ໃຫ້ມີການໂຄສະນາຂາຍ ສະໜັບສະໜຸນ ແລະຊຸກຍູ້ຢາສູບ.

ນອກເໜືອໄປຈາກຄ່າ​ໃຊ້ຈ່າຍ ໃນການປິ່ນປົວ ທີ່ພົວພັນກັບຢາສູບແລ້ວ ດຣ Yel ເວົ້າວ່າ ການຫຼຸດຜ່ອນການສູບຢາອາດສາມາດຊ່ອຍເຮັດໃຫ້ ລະດັບຄວາມທຸກຍາກໃນກຳປູເຈຍຫຼຸດ ລົງໄດ້ ຊຶ່ງ​ທ່ານ​ອະທິບາຍ​ວ່າ:

“ເຮົາຈະເຫັນວ່າ ພວກສູບຢາທັງຫລາຍ ຈະໃຊ້ຈ່າຍເງິນລາຍໄດ້ປະ​ຈໍາ​ວັນຂອງຕົນ ຢ່າງໜ້ອຍ 9 ເປີເຊັນ ສໍາລັບ​ຊື້ຢາສູບ ຊຶ່ງນັບວ່າ ເປັນເງິນຈຳນວນ ມະຫາສານ ທີ່ພວກເຂົາເຈົ້າສາມາດເອົາໄປໃຊ້ຈ່າຍ ໃນທາງອື່ນທີ່ເປັນປະໂຍດໄດ້ ເຊັ່ນຈ່າຍຄ່າ ສຶກສາຮໍ່າຮຽນ ສົ່ງເສີມພວກລູກໆ​ ໃຫ້​ໄດ້​ຮຽນ​ໜັງສື ລ້ຽງຄອບຄົວ ແລະຊື້ອາຫານ ເປັນຕົ້ນ ຊຶ່ງສິ່ງເຫລົ່ານີ້ ມັນສໍາຄັນຫລາຍ.”

ບໍລິສັດຢາສູບອັງກິດ-ອະເມຣິກັນ ທີ່ເອີ້ນຫຍໍ້ວ່າ BAT ນັ້ນ ເປັນບໍລິສັດຢາສູບ ທີ່ໃຫຍ່ທີ່ສຸດ ບໍລິສັດນຶ່ງໃນໂລກ ແລະຄອບງຳ ສ່ວນແບ່ງຕະຫຼາດຢາສູບ 35% ໃນກຳປູເຈຍ.

ບໍລິສັດ BAT ກ່າວວ່າ ຕົນໃຫ້ການສະໜັບສະໜຸນ ຕໍ່ການຫ້າມໂຄສະນາຂາຍຢາສູບນັ້ນ ແລະກົດໝາຍໃໝ່ຂອງກຳປູເຈຍ ໂດຍທົ່ວໄປແລ້ວ ກໍແມ່ນສອດຄ່ອງກັບນະໂຍບາຍຂອງ ທາງບໍລິສັດ. ​ແຕ່ບໍລິສັດນີ້ເວົ້າວ່າ ຕົນບໍ່ໄດ້ຂາຍຢາສູບຂອງຕົນ ໃຫ້ແກ່ພວກໜຸ່ມນ້ອຍຫຼື ໃຊ້ພວກທີ່ມີຊື່ສຽງ ມາໂຄສະນາ​ໃຫ້. ນອກນັ້ນແລ້ວ ທາງບໍລິສັດຍັງບໍ່ໄດ້ເປັນສະປອນເຊີ້ ໃນການຈັດງານຕ່າງໆ ນອກຈາກວ່າພວກທີ່ເຂົ້າຮ່ວມແລະເຂົ້າຊົມເປັນພວກທີ່ໃຫຍ່ໝົດແລ້ວ.

ດຣ Yel Daravuth
ດຣ Yel Daravuth

ແຕ່ການຈຳກັດຂອງບໍລິສັດ BAT ນີ້ ບໍ່ໄດ້ມີ ການປະຕິບັດຕາມ ໂດຍພວກບໍລິສັດຂາຍ ຢາສູບທັງໝົດ ຢູ່ໃນຕະຫຼາດ ຂອງກຳປູເຈຍ.

ດຣ Mom Kong ​ຫົວໜ້າຂະບວນການ ເຄື່ອນໄຫວເພື່ອສຸຂະພາບ ຂອງກຳປູເຈຍ ທີ່ຕ້ອງການຢາກໃຫ້ມີການຈຳກັດ ກ່ຽວກັບ ການສູບຢາ ແລະການດື່ມເຫຼົ້ານັ້ນ ກ່າວວ່າ ບໍລິສັດຂາຍຢາບາງບໍລິສັດ ​ແມ່ນ​ໂຄສະນາ​ຂາຍຢາສູບຂອງ​ຕົນ ໃຫ້ແກ່ພວກໜຸ່ມນ້ອຍ ຢ່າງເປີດແປນ ຊຶ່ງເປັນການ​ກະທໍາທີ່ກົດ ໝາຍໃໝ່ຈະຕ້ອງ​ໄດ້ຫ້າມ.

“ຂ້າພະເຈົ້າສັງ​ເກດເຫັນຢ່າງນຶ່ງ ທີ່ສໍາຄັນຫລາຍ ທີ່​ສົ່ງ​ເສີ​ມ​ໃຫ້ພວກໄວລຸ້ນແລະ ເດັກນ້ອຍກໍາປູເຈຍ ເລີ່ມພາກັນສູບຢານັ້ນ​ກໍຄືງານສະແດງ ດົນຕີສະ​ໄໝ​ນິຍົມ. ຄືວົງການອຸດສາຫະກໍາຢາສູບ ມັກເຊື້ອເຊີນພວກຄົນໜຸ່ມທີ່​ດັງໆ ​ໃຫ້ໂຄສະນາ ຢາສູບ​ໃຫ້ຕົນ. ແລະຢູ່ໃນງານສະແດງດົນຕີນຶ່ງໆນັ້ນ ເຮົາຈະເຫັນມີພວກໄວລຸ້ນ ຊຶ່ງໂຮມທັງພວກເດັກນ້ອຍແລະແມ່ຍິງ ຈຳນວນຫລາຍພັນຄົນ ແລະທ່ານ​ລອງວາດພາບເບິ່ງວ່າ ຖ້າວ່າ​ຢູ່ໃນງານສະແດງ ດົນຕີງານນຶ່ງນັ້ນ ພວກທີ່ມາຊົມ ບາງທີ​ອາດ​ຈະ​ມີພຽງແຕ່ 1 ຫລື 2 ເປີເຊັນກໍ​ຕາມ ພາກັນເລີ່ມສູບຢາ​ແລ້ວ ​ໃນ​ຂັ້ນ​ຕໍ່​ໄປ ມັນຈະມີພວກເດັກນ້ອຍ ແລະພວກໄວລຸ້ນກໍາປູເຈຍ ກາຍເປັນຄົນສູບຢາ ຫລາຍປານໃດ?”

ດຣ Mom Kong ກ່າວຕໍ່​ໄປວ່າ ການຫ້າມໂຄສະນາຂາຍຢາສູບ ແມ່ນເປັນເລື່ອງນຶ່ງ ແຕ່ ການຈັດຕັ້ງປະຕິບັດກົດໝາຍນີ້ ອາດລໍາບາກແດ່​ເນື່ອງ​ຈາກ​ວ່າ ຕ້ອງ​ມີການປະສານງານກັນ ກັບພວກເຈົ້າໜ້າທີ່ທ້ອງຖິ່ນ ຕຳຫຼວດແລະສານ ຊຶ່ງ​ພຽງ​ແຕ່​ໄປເບິ່ງຕະຫຼາດຊູເປີ້ມາກເກັດທີ່ ຕັ້ງຢູ່ໃກ້ຄຽງແຫ່ງນຶ່ງ ກໍ​ເຫັນໄດ້​ແລ້ວວ່າ ​ທ່ານ​ໝາຍ​ຄວາມ​ວ່າ​ແນວ​ໃດ. ໃນເດືອນກໍລະກົດ ຜ່ານມາ ກົດໝາຍໃໝ່ໄດ້ມີຜົນບັງຄັບໃຊ້ ທີ່ບັງຄັບໃຫ້ມີການຕິດປະກາດເຕືອນ ກ່ຽວກັບ ໄພອັນຕະລາຍ ໃນການສູບຢາ ແລະຄຳເຕືອນນີ້ ຈະຕ້ອງພິມ​ຢູ່​ບົນເນື້ອທີ່ 30% ຂອງຊອງ ຢາສູບ.

ບໍລິສັດ BAT ໄດ້ປະຕິບັດຕາມກົດໝາຍໃໝ່ ແຕ່ຈາກການ​ໄປ​ເລາະເບິ່ງ ຕາມຊັ້ນທີ່ວາງ ຂາຍຢາສູບຢູ່ໃນຮ້ານ ​ໃນໄລຍະສອງເດືອນຜ່ານມາ ກໍ​ແລ​ເຫັນ​ໄດ້​ວ່າ ຄູ່ແຂ່ງສ່ວນໃຫຍ່ຂອງ ບໍລິສັດ BAT ບໍ່ໄດ້ປະຕິບັດຕາມ.

ແຕ່ກໍປາກົດວ່າ ລັດຖະບານກຳປູເຈຍເອົາຈິງເອົາຈິງແທ້ໆ ກ່ຽວກັບເລື່ອງນີ້. ໃນຕົ້ນເດືອນນີ້ ລັດຖະມົນຕີສາທາລະນະສຸກກຳປູເຈຍ ໄດ້ສົ່ງຈົດໝາຍ ສະບັບນຶ່ງ ໄປຫາບໍລິສັດຢາສູບເຫຼົ່າ ນັ້ນເຕືອນວ່າ ພວກເຂົາເຈົ້າສ່ຽງ ຕໍ່ການທີ່ຈະສູນເສຍໃບອະນຸຍາດ ຖ້າເຂົາເຈົ້າຫາກບໍ່ປະຕິ ບັດຕາມກົດໝາຍໃໝ່.

ດຣ Yel ຈາກອົງການອະນາໄມໂລກກ່າວວ່າ ນັ້ນເປັນຮ່ອງຮອຍທີ່ໃຫ້ກຳລັງໃຈ. ມັນພາໃຫ້ ທ່ານມີຄວາມຫວັງວ່າ ເປົ້າໝາຍໃນການທີ່ຈະຫຼຸດອັດຕາ ການສູບຢາຂອງກຳປູເຈຍລົງ 5% ພາຍໃນປີ 2015 ນັ້ນ ຈະບັນລຸໄດ້.

XS
SM
MD
LG