ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານຮຸນເຊນ ກຳລັງຫາຍດີ ຈາກໄຂ້ຫວັດໃຫຍ່


ມີລາຍງານວ່າ ທ່ານຮຸນເຊນ ນາຍົກລັດຖະມົນຕີ ກຳປູເຈຍ ພວມຫາຍດີ ຈາກການເປັນ ໄຂ້ຫວັດໃຫຍ່ ສາຍພັນໃໝ່ H1N1 ທີ່ໄດ້ແຜ່ລະບາດ ຕິດສະມາຊິກ 3 ຄົນ ໃນຄະນະ ລັດຖະບານ ຂອງທ່ານນຳ.

ໂຄສົກ ຂອງລັດຖະບານ ກຳປູເຈຍ ກ່າວໃນວັນອັງຄານ ວານນີ້ວ່າ ມີການກວດພົບວ່າ ທ່ານຮຸນເຊນ ໄດ້ຕິດເຊື້ອໄວຣັສ ໄຂ້ຫວັດໃຫຍ່ ສາຍພັນໃໝ່ H1N1 ຫຼັງຈາກໄດ້ລົ້ມປ່ວຍ ຢູ່ກອງປະຊຸມ ຄະນະລັດຖະບານ ໃນມື້ວັນສຸກແລ້ວ. ບຸກຄົນອື່ນໆ ທີ່ໄປຮ່ວມປະຊຸມ ໃນມື້ນັ້ນ ໄດ້ຖືກກວດ ແລະມີ 3 ຄົນ ຮວມທັງ ຮອງນາຍົກ ລັດຖະມົນຕີ LIM CHHAY LY ໄດ້ຖືກກວດພົບວ່າ ຕິດເຊື້ອໄຂ້ຫວັດໃຫຍ່ ສາຍພັນໃໝ່ຄືກັນ.

ການລົ້ມປ່ວຍທີ່ວ່ານີ້ ເຮັດໃຫ້ທ່ານຮຸນເຊນ ບໍ່ສາມາດໄປຮ່ວມ ການສະເຫຼີມສະຫຼອງ ວັນຄົບຮອບ ຂອງພັກລັດຖະບານ ໃນມື້ວັນຈັນແລ້ວ ແລະທ່ານ ຕ້ອງໄດ້ຍົກເລີກ ນັດໝາຍອື່ນໆ ນຳດ້ວຍ.

ໄຂ້ຫວັດໃຫຍ່ ສາຍພັນໃໝ່ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ ຫຼາຍກວ່າ 18,000 ຄົນ ຢູ່ໃນທົ່ວໂລກ ຮວມທັງ 6 ຄົນ ໃນກຳປູເຈຍ ບ່ອນທີ່ 600 ກວ່າກໍລະນີ ໄດ້ຮັບການຢືນຢັນວ່າ ເປັນໄຂ້ຫວັດໃຫຍ່ ສາຍພັນໃໝ່ນັ້ນ. ອົງການອະນາໄມໂລກ ໄດ້ປະກາດ ໃຫ້ໄຂ້ຫວັດ ຊະນິດນີ້ ເປັນໄຂ້ຫວັດໃຫຍ່ ຮ້າຍແຮງ ທີ່ແຜ່ລະບາດ ໄປທົ່ວໂລກ ໃນປີກາຍ.

XS
SM
MD
LG