ສານສູງສຸດຂອງກຳປູເຈຍ ໄດ້ຍຸບພັກຝ່າຍຄ້ານທີ່ໃຫຍ່ທີ່ສຸດຂອງປະເທດ ໃນການຕັດ
ສິນຊຶ່ງມີທ່າທາງວ່າ ຈະເຮັດໃຫ້ການປົກຄອງແບບຜະເດັດການຂອງນາຍົກລັດຖະມົນ
ຕີຮຸນເຊນທີ່ກຳອຳນາດແບບຜູກຂາດຢູ່ແລ້ວນັ້ນ ມີຄວາມໝັ້ນຄົງຂຶ້ນຕື່ມ.
ການຕັດສິນດ້ວຍຄະແນນສຽງຢ່າງເປັນເອກກະສັນໃນວັນພະຫັດວານນີ້ໂດຍຄະນະຜູ້
ພິພາກສາ 9 ທ່ານ ຍັງໄດ້ຫ້າມບໍ່ໃຫ້ສະມາຊິກ 118 ຄົນຂອງພັກກູ້ຊາດກຳປູເຈຍທີ່ຖືກ
ຍຸບໄປແລ້ວໃນເວລານີ້ ພົວພັນກັບກິດຈະການທາງດ້ານການເມືອງໃດໆ ໃນໄລຍະ 5
ປີຕໍ່ໜ້າ. ສານດັ່ງກ່າວແມ່ນເຫັນພ້ອມກັບການຟ້ອງຮ້ອງ ທີ່ຍື່ນໂດຍພັກປະຊາຊົນກຳປູ
ເຈຍ ຂອງນາຍົກລັດຖະມົນຕີຮຸນເຊນ ທີ່ໄດ້ກ່າວຫາພັກກູ້ຊາດກຳປູເຈຍວ່າ ພົວພັນກັບ
ການວາງແຜນໂຄ່ນລົ້ມລັດຖະບານ.
ຄຳຕັດສິນດັ່ງກ່າວ ໄດ້ຖືກປະກາດໂດຍຫົວໜ້າຜູ້ພິພາກສາ Dith Munty ຊຶ່ງເປັນສະ
ມາຊິກຂັ້ນສູງຂອງພັກລັດຖະບານ.
ການຕັດສິນທີ່ວ່ານີ້ ໄດ້ປິດສາກລົງ ໃນອັນທີ່ປາກົດວ່າ ເປັນການປາບປາມຕໍ່ການສະ
ແດງອອກຊຶ່ງຄວາມເຫັນຄັດຄ້ານ ໂດຍນາຍົກລັດຖະມົນຕີຮຸນເຊນ ກ່ອນການເລືອກ
ຕັ້ງສະພາແຫ່ງຊາດໃນປີໜ້າ.
ການເຄື່ອນໄຫວ ເພື່ອທຳການກົດຂີ່ປາບປາມນີ້ ແມ່ນຮວມທັງການຈັບກຸມຜູ້ນຳພັກ
ຝ່າຍຄ້ານ ທ່ານ Kem Sokha ໃນຂໍ້ຫາຂາຍຊາດ ຊຶ່ງເຮັດໃຫ້ສະມາຊິກສະພາເຄິ່ງ
ນຶ່ງຂອງພັກດັ່ງກ່າວ ຕ້ອງໄດ້ຫລົບໜີ ແລະການອັດໜັງສືພິມລາຍວັນ Cambodia
Daily ຊຶ່ງເປັນໜັງສືພິມອິດສະຫຼະສະບັບສຸດທ້າຍຂອງປະເທດຫລັງຈາກຜູ້ພິມໄດ້
ຮັບຄ່າພາສີຫຼາຍເກີນຂອບເຂດ ທີ່ເຂົາເຈົ້າເວົ້າວ່າ ເປັນໃບເສຍພາສີປອມນັ້ນ.
ທ່ານຮຸນເຊນໄດ້ເຂົ້າກຳຕຳແໜ່ງນາຍົກລັດຖະມົນຕີມາແຕ່ປີ 1985.