ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳ​ປູ​ເຈຍ​ ເພີ້ມ​ການ​ຕິດ​ຕາມກວດ​ກາ ​ການ​ໃຊ້​ອິນ​ເຕີ​ແນັດ​ ໂດຍເລີ້ມ​​ໃຊ້​ປະ​ຕູ​ເຂົ້າ​ອິນ​ເຕີ​ແນັດ​ໃໝ່

ພາບ​ຖ່າຍ​ໃນ​ວັນ​ທີ 4 ກຸມ​ພາ, 2022, ສະ​ແດງ​ໃຫ້​ເຫັນ​ວ່ານັກ​ຮຽນ 2 ຄົນ​ໃຊ້​ໂທ​ລະ​ສັບ​ມື​ຖື​ຂອງ​ເຂົາ​ເຈົ້ານັ່ງ​ຢູ່​ແຄມ​ນ້ຳ​ໃນ​ນະ​ຄອນ​ຫລວງ​ພະ​ນົມ​ເປັນ (ພາບ​ຖ່າຍ​ໂດຍTANG CHHIN Sothy / AFP)
ພາບ​ຖ່າຍ​ໃນ​ວັນ​ທີ 4 ກຸມ​ພາ, 2022, ສະ​ແດງ​ໃຫ້​ເຫັນ​ວ່ານັກ​ຮຽນ 2 ຄົນ​ໃຊ້​ໂທ​ລະ​ສັບ​ມື​ຖື​ຂອງ​ເຂົາ​ເຈົ້ານັ່ງ​ຢູ່​ແຄມ​ນ້ຳ​ໃນ​ນະ​ຄອນ​ຫລວງ​ພະ​ນົມ​ເປັນ (ພາບ​ຖ່າຍ​ໂດຍTANG CHHIN Sothy / AFP)

ກຳປູ​ເຈຍ​ກຳລັງ​ເປີດ​ປະຕູ ລະ​ບົບ​ອິນ​ເຕີ​ແນັດ​ແຫ່ງ​ຊາດ​ໃໝ່​ຂອງ​ຕົນ, ຊຶ່ງ​ເປັນ​ການກະ​ທຳ​ທີ່ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ຈະ​ເຮັດ​ໃຫ້​ລັດຖະບານ​ສາ​ມາດ​ລະ​ງັບ​ປາກ​ສຽງຂອງຝ່າຍ​ຄ້ານ​ໃນປະ​ເທດທີ່​ຖືກ​ໂຈມຕີຢູ່ນັ້ນ ໄດ້ຫລາຍ​ຂຶ້ນ​ອີກ, ອີງ​ຕາມ​ອົງ​ການ​ຂ່າວ​ເອ​ເອັ​ຟ​ພີ (AFP).

ຜູ້ຊ່ຽວຊານດ້ານສິດທິຂອງອົງການສະຫະປະຊາຊາດເຕືອນວ່າ ປະຕູ ທີ່ຈະເຮັດ ໃຫ້ການເຂົ້າຫາ​ ໃນເວັບທຸກ​ອັນໄປຜ່ານຈຸດເຂົ້າບ່ອນ​ດຽວ ທີ່ຄວບຄຸມໂດຍລັດ ຖະ​ບານຕັ້ງແຕ່ວັນທີ 16 ກຸມພາເປັນ​ຕົ້ນ​ໄປ ຈະມີຜົນກະທົບ "ອັນຮ້າຍແຮງ" ຕໍ່ຄວາມເປັນສ່ວນຕົວ ແລະການປາກເວົ້າຢ່າງເສລີຂອງ​ບຸກ​ຄົນ.

ທ້າວ​ເຄຍ ໂຊ​ກຸນ ນັກ​ຮ້ອ​ງ​ຮິບ ຮອບ ກຳ​ລັງ​ຟັງ​ເພັງ​ຂອງ​ຕົນ​ເອງທາງ​ອອນ​ລາຍ​ຢູ່​ຮ້ານ​ກາ​ເຟ​ແຫ່ງ​ນຶ່ງ​ໃນ​ນ​ະ​ຄອນ​ຫລວງ​ພະ​ນົມ​ເປັນ (ພາບ​ຖ່າຍໃນ​ວັນ​ທີ 29 ມັງ​ກອນ, 2022 ​ໂດຍ TANG CHHIN Sothy / AFP)
ທ້າວ​ເຄຍ ໂຊ​ກຸນ ນັກ​ຮ້ອ​ງ​ຮິບ ຮອບ ກຳ​ລັງ​ຟັງ​ເພັງ​ຂອງ​ຕົນ​ເອງທາງ​ອອນ​ລາຍ​ຢູ່​ຮ້ານ​ກາ​ເຟ​ແຫ່ງ​ນຶ່ງ​ໃນ​ນ​ະ​ຄອນ​ຫລວງ​ພະ​ນົມ​ເປັນ (ພາບ​ຖ່າຍໃນ​ວັນ​ທີ 29 ມັງ​ກອນ, 2022 ​ໂດຍ TANG CHHIN Sothy / AFP)

​ມັນເປັນ​ການ​ເຄື່ອນ​ໄຫວອັນ​ຫຼ້າ​ສຸດ​ຂອງ​ທ່ານ​ຮຸນ ເຊນ, ຜູ້​ປົກຄອງ​ປະ​ເທດແບບ ຜະ​ເດັດ​ການ ​ເພື່ອ​ສະກັດ​ກັ້ນ​ການ​ຕໍ່​ຕ້ານ​ລັດ​ຖະ​ບານ​ຢູ່​ໃນ​ປະ​ເທດ​ຊຶ່ງໄດ້​ຈັບ​ກຸມ​ຫລາຍ​ສິບ​ຄົນ ​ຍ້ອນການ​ຂຽນ​ຂ່າວລົງ​ທາງ​ອອນ​ລາຍນ໌ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້.

ນັກສິລະປິນຮິບຮັອບ ເຄຍ ໂຊກຸນ (​Kea Sokun) ເຊິ່ງມີເນື້ອເພັງເວົ້າ ກ່ຽວ ກັບຄວາມບໍ່ຍຸຕິທຳ ແລະການສໍ້ລາດບັງຫຼວງ ໄດ້ເຮັດໃຫ້ຊາວໜຸ່ມທີ່ບໍ່ພໍ​ໃຈ​ຕໍ່​ ລັດ​ຖະ​ບານມັກ​ຮ້ອງນັ້ນ ແມ່​ນຜູ້​ນຶ່ງ ໃນພວກທີ່ຖືກຈໍາຄຸກ.

ໃນຂະນະທີ່ເພງຂອງລາວມີຈຳ​ນວນການເບິ່ງຫຼາຍລ້ານວິວໃນ YouTube, ຕຳຫຼວດນອກ​ເຄື່ອງ​ແບບມາ​ເຄາະ​ປະ​ຕູເຮືອນ​ລ​າວ ​ໃນເດືອນກັນຍາ 2020.

ນັກ​ຮຽນ ແລະ​ນາຍ​ຄູ​ກຳ​ລັງ​ໃຊ້​ຄອມ​ພິວ​ເຕີ​ຢູ່​ໃນ​ຫ້ອງ​ຮຽນ​ທັນ​ສະ​ໄໝ​ທີ່​ສ້າງ​ຂຶ້ນ​ພາຍ​ໃຕ້​ການ​ປຸກລະ​ດົມຂອງ​ລັດ​ຖະ​ບານ​ທ່ານ​ຮຸນ ເຊນໃນ​ໂຄງ​ການ "ຄົນ​ລຸ້ນ​ໃໝ່" ໃນ​ພະ​ນົມ​ເປັນ (ພາບ​ຖ່າຍ​ໃນ​ວັນ 26 ມິ​ຖຸ​ນາ, 2018, ໂດຍ TANG CHHIN Sothy / AFP)

"ພວກເຂົາຖາມວ່າ ແມ່ນໃຜເປັນຜູ້​ຢູ່​ເບື້ອງ​ຫລັງຂ້ອຍ?" ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ້າວ ເຄຍ ໂຊ​ກຸນ​ທີ່​ກ່າວ​ຕໍ່ AFP.

ລາວຖືກຈັບແລະຕັດສິນໂທດໃນຂໍ້ຫາປຸກລະດົມຄົນ ຊຶ່ງໄດ້​ເຂົ້າ​ຄຸກ​ເປັນ​ເວ​ລາ 1 ປີ ແລະປັດຈຸບັນມີຄວາມຢ້ານກົວວ່າ ລະ​ບົບປະຕູໃຫມ່ນີ້ຈະພາໃຫ້ມີປະຊາຊົນຫຼາຍຄົນເພີ້ມຂຶ້ນ ປະ​ສົບກັບຊະຕາກໍາອັນດຽວກັນກັບ​ລາວ.

ລາວ​ເວົ້າວ່າ "ມັນເປັນການຍາກຫລາຍທີ່ຈະສະແດງຄວາມຄິດເຫັນໄດ້​ຢ່າງ ເສລີ."
ລາວເວົ້າຕໍ່​ໄປ​ວ່າ "ພວກເຂົາຈັບຂ້ອຍ ເພື່ອເປັນ​ການຂົ່ມຂູ່ຕໍ່ຄົນອື່ນ."

​ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG