ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໒ ມິຖຸນາ ໒໐໒໓

ກໍາປູເຈຍກ່າວວ່າ ບໍ່ມີຜູ້ໃດຜິດ ໃນເຫດ ໂສກນາດຕະກໍາ ແຫຍ້ກັນຕາຍ


ພວງມາລາ ດອກໄມ້ ແລະອາຫານການກິນ ໄດ້ຖືກນໍາມາວາງໄວ້ ເພື່ອໄວ້ອາໄລແດ່ພວກທີ່ເສຍຊີວິດ ໃນເຫດໂສກນາດຕະກໍາ ໃນເທດສະການບຸນຊ່ວງເຮືອ ທີ່ພະນົມເປັນ ເມື່ອວັນທີ 22 ພະຈິກ.

ນາຍົກລັດຖະມົນຕີກໍາ​ປູເຈ​ຍ ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຈະ​ບໍ່​ມີ​ການ​ຕັ້ງ​ຂໍ້ຫາ​ໃສ່​ຜູ້​ໃດ​ທັງ​ສິ້ນ​ ໃນ​ເຫດ​ການ​ແຕກ​ຕື່ນ​ແຫຍ້​ຢຽບ​ກັນ​ຕາຍ​ ທີ່​ເ​ກີດ​ຂຶ້ນ​ໃນ​ລະຫວ່າງ​ບຸນຊ່ວງ​ເຮືອອາທິດ​ແລ້ວ​ນີ້​ ທີ່​ພາ​ໃຫ້​ມີ​ຜູ້ເສຍ​ຊີວິດ​ເຖິງ 351 ຄົນ​ນັ້ນ.

ເທດ​ສະການ​ບຸນຊ່ວງ​ເຮືອປະ​ຈໍາປີ​ຂອງກໍາປູເຈ​ຍ​ໄດ້​ສິ້ນ​ສຸດ​
ລົງ​ໃນ​ວັນ​ຈັນ​ແລ້ວ​ນີ້​ດ້ວຍ​ຄວາມໂສ​ກນາດຕະກໍາ ເມື່ອ​ຝູງ​
ຊົນ​ເກີດ​ຄວາມຕື່ນ​ຕົກ​ໃຈ​ ຕອນ​ທີ່​ຍ່າງ​ຂ້າມຂົວທີ່​ອັດ​ແອ​ໄປ
ດ້ວຍ​ຜູ້​ຄົນລະຫວ່າງ​ນະຄອນຫລວງ​ພະນົມ​ເປັນ​ກັບດອນ
ບ່ອນ​ຈັດງານ​ນັ້ນ.

ນາຍົກລັດຖະມົນຕີ ຮຸນ​ ເ​ຊນ ກ່າວໃນ​ມື້​ນີ້ ໃນ​ພິທີ​ເປີດອາຄານ​ໃໝ່​ຫລັງ​ນຶ່ງຂອງລັດຖະ
ບານ​ ໃນ​ນະຄອນຫລວງ​ພະນົມ​ເປັນວ່າ​ ​ໂສກ​ນາດຕະກໍາ​ຄັ້ງ​ນີ້​ແມ່ນ​ເປັນ ຄວາມ​ຮັບຜິດ
ຊອບ​ຂອງ​ລັດຖະບານ​ເອງ​ ແລະກ່າວ​ວ່າ “ມັນ​ເປັນບົດຮຽນທາງ​ປະວັດ​ສາດ​ທີ່​ພວກ​ເຮົາ
ຕ້ອງ​ຈົດ​ຈໍາ”.

ແຕ່​ທ່ານ​ຍັງ​ກ່າວ​ຕື່ມ​ວ່າ ຈະບໍ່​ມີ​ເຈົ້າ​ໜ້າ​ທີ່​ລັດຖະບານ​ຜູ້​ໃດ ​ເປັນ​ຜູ້​ຮັບຜິດຊອບ​ກ່ຽວ​ກັບ
ເຫດການ​ຄັ້ງນີ້. ​ແລະ​ໄດ້​ເອີ້ນ​ຄໍາຮຽກຮ້ອງ​ໃຫ້ພວກເຈົ້າ​ໜ້າ​ທີ່ອະ​ວຸ​ໂສລາ​ອອກ​ນັ້ນ
ວ່າ​ມີ​ສາ​ເຫດ​ທາງການ​ເມືອງ.

ທາງ​ການກໍ​ປູ​ເຈຍ​ກ່າວ​ວ່າ ລາຍ​ງານ​ໂດຍ​ເຕັມ​ກ່ຽວ​ກັບໂສກ​ນາດຕະກໍາ​ດັ່ງ​ກ່າວຈະ​ຖືກ
ນຳ​ອອກ​ມາເປີດ​ເຜີຍໃຫ້​ຊາບ​ກັນ​ໃນ​ຫລາຍໆ​ມື້​ຂ້າງໜ້າ​ນີ້.

XS
SM
MD
LG