ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

300 ກ່ວາຄົນ ແຫຍ້ກັນຕາຍ ຢູ່ກໍາປູເຈຍ


ບ່ອນເກີດເຫດການແຕກຕື່ນຢຽບກັນຕາຍ 300 ກ່ວາຄົນ ໃນຄໍ່າ ຄືນວັນຈັນ ທີ 22 ພະຈິກ ມື້ສຸດທ້າຍຂອງບຸນຊ່ວງເຮືອ ປະຈໍາປີ ຂອງກໍາປູເຈຍ. (AP Photo/Heng Sinith)
ບ່ອນເກີດເຫດການແຕກຕື່ນຢຽບກັນຕາຍ 300 ກ່ວາຄົນ ໃນຄໍ່າ ຄືນວັນຈັນ ທີ 22 ພະຈິກ ມື້ສຸດທ້າຍຂອງບຸນຊ່ວງເຮືອ ປະຈໍາປີ ຂອງກໍາປູເຈຍ. (AP Photo/Heng Sinith)

ມີ 300 ກ່ວາ​ຄົນ ​ເສຍ​ຊີວິດ ​ໃນ​ເຫດການ​ແຕກ​ຕື່ນ​ແຫຍ້​ກັນ​ຕາຍ ​ໃນ​ວັນ​ຈັນ​ວານ​ນີ້ ຊື່​ງ​ເປັນມື້​ສຸດ​ທ້າຍ​ຂອງ​ບຸນ​ປະ​ຈໍາປີຂອງ​ກໍາປູ​ເຈຍ ທີ່​ເອີ້ນ​ວ່າ Water Festival ຫລື ບຸນຊ່ວງ​ເຮືອ. ນາຍ Robert Carmichael ຜູ້​ສື່​ຂ່າວ​ວີ​ໂອ​ເອ ມີລາຍ​ງານ​ມາຈາກ​ນະຄອນຫລວງ​ພະນົມ​ເປັນ​.

ຕາມ​ທີ່ຜູ້​ສີ່​ຂ່າວ​ຂອງ​ເຮົາ​ລາຍ​ງານ​ມາ ກໍ​ແມ່ນ​ວ່າ ຈໍານວນ​ຜູ້​ເສຍ​ຊີວິດ​ແມ່ນເພີ່ມ​ຂຶ້ນ​ເລື້ອຍໆ ໃນ​ຄືນ​ວານ​ນີ້. ​ໃນ​ຕອນ​ນື່ງນັ້ນ ​ແມ່ນ​ມີ​ສົບ​ລຽນ​ຢາຍ​ກັນ​ຢູ່​ຫລາຍ​ກ່ວາ 30 ສົບ ຢູ່​ເທິງ​ຂົວ​ໃນ​ນະຄອນຫລວງ​ພະນົມ​ເປັນ​ນັ້ນ ​ແລະ​ຕໍ່​ມາ​ບໍ່​ດົນ ພະນັກງານ​ສະພາກາ​ແດງ​ກໍາປູ​ເຈຍ​ຄົນ​ນຶ່ງ​ ເວົ້າ​ວ່າ ມີ​ອີກ​ຢ່າງ​ນ້ອຍ 70 ຄົນສີ້​ນຊີວິດ.

ຫລັງ​ເວລາ​ທ່ຽງ​ຄືນ​ເລັກ​ນ້ອຍ ນາຍົກລັດຖະມົນຕີ​ກໍາປູ​ເຈຍ ທ່ານ​ຮຸນ​ ເຊ​ນ ​ໄດ້ອອກ​ປາກົດ​ໂຕ​ທາງ​ໂທລະພາບ ປະກາດ​ຂ່າວ​ໃຫ້​ປະ​ເທດ​ຊາດທີ່ຮັບ​ຟັງ​ດ້ວຍ​ຄວາມ​ຕື່ນ​ຕົກ​ໃຈ​ວ່າ ຫລາຍ​ກ່ວາ 339 ຄົນ​ໄດ້​ເສຍ ຊີວິດ​ໄປ ຢູ່​ບົນ​ສະພານ​ສໍາລັບ​ໃຫ້​ຄົນ​ຍ່າງ ທີ່ເຊື່ອມ​ຕໍ່​ລະຫວ່າງ​ເກາະ​ເພັດ​ຢູ່​ກາງ​ທະ​ເລ​ສາບ ກັບ​ແຜ່ນດິນ​ໃຫຍ່​ນະຄອນຫລວງ​ພະນົມ​ເປັນ​ນັ້ນ ​ແລະ​ມີ​ອີກ 329 ຄົນໄດ້​ຮັບ​ບາດ​ເຈັບ.

ທ່ານ​ຮຸນ​ເຊ​ນກ່າວ​ວ່າ ມັນ​ເປັນ​ເຫດການ​ສູນ​ເສຍ​ຊີວິດ ທີ່​ຮ້າຍ​ແຮງໃຫຍ່ຫລວງທີ່​ສຸດ ນັບ​ຕັ້ງ​ແຕ່​ການ​ໂຄ່ນ​ລົ້ມ​ພວກ​ຂະ​ເໝນ​ແດງ​ລົງ​ຈາກ​ອໍານາດ ​ເມື່ອ​ປີ 1979.

ຜູ້ເຄາະຮ້າຍຄົນນຶ່ງ ໄດ້ຮັບການຊ່ວຍເຫລືອ ອຸ້ມອອກມາຈາກບ່ອນເກີດເຫດ.
ຜູ້ເຄາະຮ້າຍຄົນນຶ່ງ ໄດ້ຮັບການຊ່ວຍເຫລືອ ອຸ້ມອອກມາຈາກບ່ອນເກີດເຫດ.

ພວກ​ເຄາະ​ຮ້າຍ​ສ່ວນ​ໃຫຍ່ ​ແມ່ນ
ເປັນ​ຊາວ​ໜຸ່ມໄວ​ລຸ້ນ​ແລະ​ໄວ 20
ປີ​ຂຶ້ນ​ໄປ ຊຶ່ງ​ເປັນສ່ວນ​ນື່ງຂ​ອງ
ປະຊາຊົນ ຈໍານວນ​ປະມານ 2
ລ້ານ​ຄົນ ທີ່​ໄດ້​ພາກັນ​ລຸ​ຫລັ່ງໄປ​
ຍັງ​ນະຄອນຫລວງ​ພະນົມເປັນ ​
ເພື່ອ​ສະຫລອງ​ບຸນ Water
Festival ຫລື​ບຸນຊ່ວງ​ເຮືອປະ ​
ຈໍາປີ ທີ່​ເປັນ​ຂີດ​ໝາຍ​ການ​ສີ້​ນ ສຸດ​ລົງ​ຂອງ​ລະດູຝົນ.

ພວກ​ເ​ຄາະຮ້າຍ​ສ່ວນ​ໃຫຍ່​ແມ່ນ
ຕາຍ​ຍ້ອນ​ຫາຍ​ໃຈ​ບໍ່​ໄດ້ ລົ້ມແລະ
ຖືກ​ຢຽບແລະ​ລົ້ມ​ທັບຢູ່​ເທິງ​ຂົວ
ບ່ອນ​ທີ່​ຜູ້​ຄົນຫລາຍ​ພັນ​ຄົນ​ພາກັນ
ແຫຍ້ແລະຍູ້​ຊຸກ​ກັນ​ ເພື່ອ​ພະຍາ
ຍາມ​ຈະ​ໜີ​ອອກ​ຈາກ​ເກາະ​ເພັດ​
ນັ້ນ. ຄົນ​ອື່ນ​ໆອີກ​ຫລາຍ​ຄົນ​ພາກັນ​ກະ​ໂດດ​ລົງ​ນໍ້າ​ແລະ​ຈົມ​ນໍ້າ​ຕາຍ. ມີ​ລາຍ​ງານ​ຂ່າວ​ວ່າ
ຈໍານວນ​ນຶ່ງ​ຖືກ​ໄປ​ຟ້າ​ຊອ໊ດຕາຍ ຍ້ອນ​ມີ​ສາຍ​ໄຟຟ້າ​ຢູ່​ໃນ​ນໍ້າ ທີ່​ໃຊ້​ປະດັບປະ​ດາ​ຂົວ​ນັ້ນ.
ນາງ Ly Vuthy ຂາຍ​ເຄື່ອງ​ດື່ມ​ຢູ່​ໄກ້ໆ​ຂົວ ທາງ​ຟາກ​ເກາະ​ເພັດ​ໃນ​ເວລາ​ນັ້ນ.

// ສຽງ​ພາສາ​ຂະ​ເໝນ //

ນາງ​ເວົ້າວ່າ ຢູ່​ເທິງ​ຂົວ​ແມ່ນ​ແໜ້ນ​ໄປ​ດ້ວຍ​ຜູ້​ຄົນ ທີ່​ພະຍາຍາມຈະ​ກັບ​ຄືນ​ໄ​ປຍັງ​ແຜ່ນດິນ​ໃຫຍ່ຫລື​ຟາກ​ນະຄອຫລວງ​ພະນົມ​ເປັນ ​ແລະຫລາຍ ​ຄົນ​ໄດ້​ເປັນ​ລົມ​ໄປ. ​ເມື່ອ​ເຫັນ​ເຊ່ນ​ນັ້ນ ຄົນ​ອື່ນໆພາກັນ​ຕຶ່ນຕົກ​ໃຈ ​ແລະ​ຝຸງ​ຊົນພາກັນ​ຍູ້​ກັນ​ໄປມາ ​ເພື່ອ​ພະຍາ​ຍາມ​ຈະ​ໜີອອກຈາກ ຂົວ ​ແຕ່​ກໍ​ໜີ​ອອກ​ໄປ​ບໍ່​ໄດ້ ​ເລີຍ​ຮູ້ສຶກວ່າພວກຕົນ​ຖືກ​ຕັນ​ໄວ້ບໍ່​ມີທາງ​ອອກ ຫລາຍໆ​ຄົນ​ເລີຍ​ພາກັນ​ກະ​ໂດດ​ລົງ​ນໍ້າ​ໄປ.

ນາຍ Sem Pagnaseth ຄົນ​ຂາຍຂອງ​ທີ່​ເຫັນ​ເຫດການ​ອີກ​ຄົນ​ນຶ່ງ ຢູ່​ທາງ​ຝັ່ງ​ພະນົມ​ເປັນ ​ເວົ້າ​ວ່າ ມີ​ຫລາຍ​ພັນ​ຄົນ​ອັ່ງແອ​ກັນ​ຢູ່​ເທິງ​ຂົວ ຍາວ 100 ແມັດ​ແຫ່ງ​ນັ້ນ ​ແລະຍູ້​ແຫຍ້​ກັນ ພະຍາຍາມ​ຈະ​ໜີ​ອອກ​ມາ.

ນາຍ​ເສມກ່າວ​ວ່າ ມີ​ສິ່ງ​ກີດ​ຂວາງ ​ກັ້ນ​ສົ້ນ​ຂົວ​ຟາກ​ເມືອ​ງຫລວງ​ໄວ້ເພື່ອ ​ກັນ​ບໍ່​ໃຫ້ຝຸງ​ຊົນຫລັ່ງ​ໄປ​ສູ່​ຖະໜົນ ຊຶ່ງ​ເຮັດໃຫ້​ຝຸງ​ຊົນ​ບໍ່ສາມາດ​ໜີ​ ອອກ​ຈາກ​ຂົວ​ໄປ​ໄດ້ ​ກໍ​ເລີຍ​ເຮັດໃຫ້​ເຂົາ​ເຈົ້າ​ຕ້ອງ​ອັດ​ແອ​ແຫຍ້​ກັນ​ຢູ່​ເທິງ​ຂົວ.

ລາວ​ເວົ້າ​ອີກ​ວ່າ ມີ​ຕໍາຫລວດ​ພຽງ​ບໍ່​ເທົ່າ​ໃດ​ຄົນ ພະຍາຍາມ​ຈະ​ຄວບ​ຄຸມຝຸງ​ຊົນ​ຢູ່​ເທິງ​ຂົວ
ກ່ອນ​ເກີດ​ເຫດ​ນັ້ນ ​ແຕ່​ເວລາ​ທີ່​ການ​ແຕກ​ຕື່ນ​ເລີ້ມ​ຂຶ້ນ​ແລ້ວ ຕໍາ​ຫລວດ​ກໍ​ໄດ້​ເຄື່ີອນ​ໄຫວ
ໂດຍ​ໄວ ​ເພື່ອ​ຊ່ວຍ​ດຶງ​ຜູ້​ຄົນອອກ​ໄປ​ໃຫ້​ໄດ້​ຫລາຍ​ທີ່​ສຸດ​ເທົ່າ​ທີ່​ຈະເຮັດ​ໄດ້ ຊຶ່ງ​ລາວ​ເວົ້າ​ວ່າ
ການ​ເຄື່ອນ​ໄຫວ ຢ່າງ​ໄວ​ຂອງ​ຕໍາຫລວດ ​ໄດ້​ຊ່ວຍ​ຊີວິດ​ຜູ້​ຄົນ​ໄວ້​ໄດ້​ຫລາຍ​ຄົນ.

ພວກ​ໄດ້​ຮັບບາດ​ເຈັບ​ແລະ​ເສຍ​ຊີວິດ ​ໄດ້ຖືກ​ນໍາ​ສົ່ງ​ໂຮງໝໍ​ໂດຍ​ທາງ​ລົດພະຍາບານ ລົດ​ກະບະ ​ແລ​ະລົດ​ສ່ວນ​ໂຕ.

ສະພາບການເທິງຂົວ ຫລັງຈາກເກີດ ເຫດການແຕກຕື່ນຢຽບກັນຕາຍ.
ສະພາບການເທິງຂົວ ຫລັງຈາກເກີດ ເຫດການແຕກຕື່ນຢຽບກັນຕາຍ.

2 ຊົ່ວ​ໂມງ​ຫລັງ​ຈາກ​ເກີດ​ເຫດ ສະພານ​ແຫ່ງ​ນັ້ນ​ແມ່ນ​ເຕັມ​ໄປ​ດ້ວຍ​ເກີບ ​ເສື້ອ​ຜ້າ ​ແລະ​ແກ້ວ​ນໍ້າ ຫລາຍ​ຮ້ອຍ​ຊີ້ນ. ມີ​ເຮືອ​ຫລາຍ​ລໍາ​ທໍາ​ການ​ຊອກ ຫາ​ສົບ​ຢູ່​ກ້ອງ​ຂົວ.

ມັນ​ເປັນ​ຈຸດ​ຈົບ​ທີ່​ໜ້າ​ສະ​ລົດ​ໃຈ​ແລະ​ເສົ້າ​ໃຈ​ທີ່​ສຸດ ຕໍ່​ອັນ​ທີ່​ຄວນ​ໄດ້​ເປັນ​ການ​ຢ້ຽມຢາມ​ນະຄອນຫລວງ​ຂອງ​ກໍາປູ​ເຈຍຢ່າງ​ມ່ວນ​ຊື່ນ​ ເພື່ອ​ສະ ຫລອງ​ບຸນ​ປະ​ຈໍາປີ​ນັ້ນ ຊຶ່ງ​ໃນ​ໄລຍະ​ຫລາຍໆ​ອາທິດ​ຕໍ່ໜ້າ​ນີ້ ພວກ​ຄອບ ຄົວ​ຊາວ​ຂະ​ເໝນຫລາຍຮ້ອຍ​ຄອບຄົວ ​ໃນ​ທົ່ວ​ປະ​ເທດ ແມ່ນຈະ​ຕ້ອງ​ໄດ້ທໍາ​ພິທີ​ສົ່ງສະການ ຍາດຕິ​ພີ່ນ້ອງ​ທີ່​ເສຍ​ຊີວິດ​ໄປ​ນັ້ນ.

ໃນ​ຕອນ​ເຊົ້າ​ວັນ​ອັງຄານ​ມື້ນີ້ ນາຍົກລັດຖະມົນຕີຮຸນເຊ​ນ ​ເວົ້າ​ວ່າ ລັດຖະບານ​ຈະ​ຈັດ​ຕັ້ັງ
ຄະນະ​ກໍາມະການ ຂຶ້ນ​ມາ​ສືບສວນ ​ຫາ​ສາ​ເຫດຂອງ​ໂສກ​ນາດຕະກໍາ​ຄັ້ງ​ນີ້.

ໝາຍເຫດ: ຂ່າວຫລ້າສຸດ ຫລັງຈາກລາຍງານນີ້ ແຈ້ງວ່າ ຈຳນວນຄົນຕາຍໄດ້ ເພິ່ມຂຶ້ນເປັນ 378 ຄົນແລ້ວ.

XS
SM
MD
LG