ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຳປູເຈຍຍົກເລີກຂໍ້ຫ້າມແຕ່ງງານ ລະຫວ່າງແມ່ຍິງກຳປູເຈຍກັບ ຜູ້ຊາຍເກົາຫລີໃຕ້.


ກຳປູເຈຍໄດ້ຍົກເລີກການຫ້າມບໍ່ໃຫ້ພວກແມ່ຍິງຊາວກຳປູເຈຍແຕ່ງງານ ກັບຜູ້ຊາຍຊາວເກົາຫລີໃຕ້ນັ້ນ​ແລ້ວ. ທາງ​ການ​ກຳປູ​ເຈຍ​ໄດ້ອອກກົດໝາຍດັ່ງກ່າວ ເພື່ອປ້ອງກັນບໍ່ໃຫ້ມີການຄ້າມະນຸດ.

ເຈົ້າໜ້າທີ່ກຳປູເຈຍກ່າວໃນວັນອັງຄານວານນີ້ວ່າ ລັດຖະບານໄດ້ຍົກເລີກຂໍ້ຫ້າມທີ່ວ່ານີ້ ຫລັງຈາກໄດ້ມີການນຳສະເໜີລະບຽບການໃໝ່ທີ່ບັງຄັບໃຫ້ຄູ່ສົມລົດໄປຍື່ນໜັງສືຄຳຮ້ອງຕາມຂັ້ນຕອນຕ່າງໆ ສຳລັບການແຕ່ງງານລະຫວ່າງຊາດນັ້ນນຳ​ກັນ. ເຈົ້າໜ້າທີ່ເວົ້າວ່າການບັງຄັບໃຫ້ຄູ່ສົມລົດໄປມີໜ້າໃນຂັ້ນຕອນຕ່າງໆນຳ​ກັນໂດຍຕະຫລອດຈະເຮັດໃຫ້ມີໂອກາດໜ້ອຍລົງ ທີ່ການແຕ່ງ ງານດັ່ງກ່າວຈະເປັນການແຕ່ງງານຜ່ານນາຍໜ້າ.

ກຳປູເຈຍໄດ້ຫ້າມເປັນການຊົ່ວຄາວ ບໍ່ໃຫ້ມີການແຕ່ງງານລະຫວ່າງແມ່ຍິງຊາວກຳປູເຈຍ ແລະຜູ້ຊາຍຊາວເກົາຫລີໃຕ້ ຫລັງຈາກໄດ້ມີການພົບເຫັນວ່າ ແມ່ຍິງ 20 ກວ່າຄົນ ໄດ້ຖືກຂາຍໃຫ້ໄປແຕ່ງງານ ໂດຍພວກນາຍໜ້າມືອາຊີບ.

ອົງການຂ່າວຢອນຮັບຂອງເກົາຫລີໃຕ້ລາຍງານວ່າຈຳນວນແມ່ຍິງຊາວ ກຳປູເຈຍທີ່ແຕ່ງງານກັບພວກຜູ້ຊາຍຊາວເກົາຫລີໃຕ້ໄດ້ເພີ້ມຂຶ້ນເປັນສອງເທົ່າ ຈາກ 551 ຄົນ ເມື່ອສອງປີກ່ອນ ຂຶ້ນມາເປັນ 1 ພັນ 327 ຄົນ ໃນປີກາຍນີ້.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG