ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຊາວກໍາປູເຈຍແຕ່ງງານ ໃຫ້ງູເຫຼືອມ


ການແຕ່ງງານ ໃຫ້ງູເຫຼືອມ 2 ໂຕຢູ່ກຳປູເຈຍ (3 ມັງກອນ 2010)
ການແຕ່ງງານ ໃຫ້ງູເຫຼືອມ 2 ໂຕຢູ່ກຳປູເຈຍ (3 ມັງກອນ 2010)

ຊາວກຳປູເຈຍຈຳນວນຫຼາຍຮ້ອຍຄົນໄດ້ໄປຮ່ວມພິທີແຕ່ງ
ງານທີ່ແປກປະຫລາດໃຫ້ແກ່ງູເຫຼືອມສອງໂຕທີ່ພວກເຂົາ
ເຈົ້າຄິດວ່າ ຈະນຳເອົາໂຊກລາບ ມາສູ່ໝູ່ບ້ານຂອງພວກ
ເຂົາເຈົ້າ.

ໃນພິທີຊຶ່ງຈັດຂຶ້ນ ໃນວັນຈັນວານນີ້ ພວກຊາວບ້ານທີ່
ແຂວງ Kandal ໃນພາກໃຕ້ຂອງກຳປູເຈຍ ໄດ້ພາກັນ
ແຕ່ງງານໃຫ້ງູເຫຼືອມໂຕແມ່ ທີ່ມີຊື່ວ່າ ຈຳເຣີນ ແລະງູ
ເຫຼືອມໂຕຜູ້ ທີ່ມີຊື່ວ່າ Kroung Pich ແລະກໍນຳເອົາ
ງູທັງສອງໂຕ ເຂົ້າໄປຂັງໄວ້ໃນກົງດຽວກັນ. ນອກນັ້ນ
ແລ້ວງູເຫຼືອມທັງສອງ ຍັງໄດ້ຮັບພອນຈາກພວກພະສົງ
ສາສະໜາພຸດນຳດ້ວຍ.

ມີຊາວກຳປູເຈຍຈຳນວນຫຼວງຫຼາຍທີ່ເຊື່ອຖືຜີສາງຊຶ່ງເປັນຄວາມເຊື່ອທີ່ວ່າວິນຍານສາມາດ
ສິງສະຖິດຢູ່ໃນສິ່ງທີ່ມີຊີວິດ ​ແລະ​ສິ່ງ​ຂອງຕ່າງໆ.

ນາຍ Neth Vy ຜູ້ເປັນເຈົ້າຂອງງູເຫຼືອມໂຕແມ່ເວົ້າວ່າຊາວບ້ານໄດ້ພາກັນຈັດພິທີຂຶ້ນຕາມ
ຄຳແນະນຳ ຂອງໝໍໂຫນໝໍທວຍ ທີ່ເວົ້າວ່າງູທັງສອງ ແມ່ນເປັນຄູ່​ຜົວ​ຕົວ​ເມຍກັນ ແລະຖ້າ
ແຍກກັນ ອາດພາໃຫ້ເກີດໂຊກຮ້າຍ​ໄດ້.

ນາຍ Neth ເວົ້າວ່າ ລາວໄດ້ລ້ຽງງູເຫຼືອມແມ່ຈຳເຣີນ ທີ່ເຮືອນຂອງລາວມາແຕ່ ປີ 1994
ຫຼັງຈາກໄດ້ພົບເຫັນໂຕງູດັ່ງກ່າວທີ່ຍັງນ້ອຍຢູ່ໃນເວລານັ້ນ ຂະນະທີ່ລາວຫາປາຢູ່. ສ່ວນງູ
ເຫຼືອມໂຕຜູ້ນັ້ນ ຊາວບ້ານໃນໝູ່ບ້ານໃກ້ຄຽງ ຈັບມັນໄດ້ ໃນເດືອນແລ້ວນີ້.

XS
SM
MD
LG