ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະໂກດ ຂອງມື້ລາງ ສະເດັດເຈົ້າ ສີຫານຸ ໄປເຖິງ ພະນົມເປັນ ແລ້ວ (ສະໄລດ໌ກັບວີດີໂອ)


ຝູງຊົນ\ທີ່ໄປໄວ້ອາໄລດ້ວຍນໍ້າຕານອງໜ້າ ພາກັນໄປໂຮມຊຸມນຸມ ທີ່ພະລາດຊະວັງ ເພື່ອເບິ່ງສົບຂອງສະເດັດນະໂຣດົມ ສີຫານຸ, ວັນທີ 17 ຕຸລາ 2012.
ຝູງຊົນ\ທີ່ໄປໄວ້ອາໄລດ້ວຍນໍ້າຕານອງໜ້າ ພາກັນໄປໂຮມຊຸມນຸມ ທີ່ພະລາດຊະວັງ ເພື່ອເບິ່ງສົບຂອງສະເດັດນະໂຣດົມ ສີຫານຸ, ວັນທີ 17 ຕຸລາ 2012.
ພະໂກດຂອງມື້ລາງກະສັດກໍາປູເຈຍ ສະເດັດເຈົ້າ ນະໂຣດົມ
ສີຫານຸ ໄດ້ມາ ເຖິງນະຄອນພະນົມເປັນ ໃນວັນພຸດມື້ນີ້ ບ່ອນທີ່ ປະຊາຊົນຈຳນວນຫຼາຍໆພັນໄດ້ຢືນລຽງລາຍຢູ່ຕາມຖະໜົນ ເພື່ອໃຫ້ຄວາມເຄົາລົບແກ່ພະອົງ.

ສົບຂອງສະເດັດເຈົ້າສີຫານຸ ຖືກນໍາມາເຖິງນະຄອນຫລວງ
ຂອງກໍາປູເຈຍ ໂດຍທາງເຮືອບິນ ຈາກກຸງປັກກິ່ງບ່ອນທີ່ພະ
ອົງສະເດັດສະຫວັນນະຄົດ ໃນ ວັນຈັນຜ່ານມານີ້ ຍ້ອນໂຣກ
ຫົວໃຈວາຍ ຊຶ່ງຮວມພະຊົນມາຍຸໄດ້ 89 ປີ ລຸນ ຫລັງໄດ້ທົນຕໍ່ ການເປັນໂຣກມະເຮັງມາເປັນເວລາດົນນານ.

ຝູງຊົນຂອງພວກທີ່ໄປໄວ້ອາໄລດ້ວຍນໍ້າຕານອງໜ້າ ໄດ້ພາ
ກັນໄປໂຮມຊຸມນຸມ ທີ່ພະລາດຊະວັງ ເພື່ອຕ້ອນຮັບການກັບ
ມາບ້ານເກີດເມືອງນອນ ຄັ້ງສຸດທ້າຍ ຂອງອະດີດກະສັດອົງນີ້ ແລະເພື່ອເບິ່ງພະໂກດ ຂອງພະອົງ.

ສົບຂອງພະອົງຈະຖືກນຳໄປດອຍໄວ້ຢ່າງເປັນທາງການ ທີ່ພະລາດຊະວັງ ເປັນເວລາ ສາມເດືອນ ກ່ອນຈະມີພິທີສົ່ງສະການ ແລະຖວາຍພະເພີງຕາມປະເພນີຂອງສາສະ ໜາພຸດ.

ສະເດັດເຈົ້າສີຫານຸ ທີ່ເຄົາລົບຮັກຢ່າງຍິ່ງ ແລະຮູ້ກັນໃນນາມ “ບິດາເຈົ້າຊີວິດ” ສຳລັບປະ ຊາຊົນກໍາປູເຈຍຫລາຍຄົນນັ້ນ ໄດ້ຊົງຂຶ້ນຄອງລາດຊະບັນລັງໃນປີ 1941 ແລະໄດ້ຊົງປົກ ຄອງກໍາປູເຈຍແບບຢຸດໆເຊົາໆ ມາເປັນເວລາ 60 ປີ.

ລັດຖະບານກໍາປູເຈຍ ໄດ້ປະກາດວ່າ ໃຫ້ມີການໄວ້ອາໄລແກ່ພະອົງ ເປັນເວລານຶ່ງອາ ທິດ
ນັບແຕ່ວັນພຸດມື້ນີ້ເປັນຕົ້ນໄປ. ທຸງຊາດກໍາປູເຈຍ ຈະຖືກຊັກລົງເຄິ່ງເສົາ ແລະຫ້າມໃຫ້ ເປີດຮ້ານບັນເທີງຕ່າງໆ ໃນຊ່ວງເວລານີ້.

ເບິ່ງວີດີໂອ ຂະບວນແຫ່ພະໂກດຂອງ ມື້ລາງສະເດັດເຈົ້ານະໂຣດົມສີຫານຸ:
ພິທີແຫ່ພະໂກດຂອງ ອະດີດກະສັດສີຫານຸ
please wait

No media source currently available

0:00 0:09:31 0:00
XS
SM
MD
LG