ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

2 ຄົນ ເສຍຊີວິດ ໃນເຫດເພດານຕຶກ ໂຮງງານຜະລິດເກີບ​ ຍຸບລົງ ຢູ່ກໍາປູເຈຍ (ສະໄລດ໌/ວີດິໂອ)


ພະນັກງານກູ້ໄພແລະທະຫານ ພາກັນຊອກຄົ້ນ ຢູ່ບ່ອນເກີດເຫດເພດານຍຸບ ໃນແຂວງ Kampong Speu, 50 ຫລັກ (30 ໄມລ໌) ຫ່າງຈາກນະຄອນຫລວງພະນົມເປັນ, ວັນທີ 16 ພຶດສະພາ 2013.
ພະນັກງານກູ້ໄພແລະທະຫານ ພາກັນຊອກຄົ້ນ ຢູ່ບ່ອນເກີດເຫດເພດານຍຸບ ໃນແຂວງ Kampong Speu, 50 ຫລັກ (30 ໄມລ໌) ຫ່າງຈາກນະຄອນຫລວງພະນົມເປັນ, ວັນທີ 16 ພຶດສະພາ 2013.
ເຈົ້າໜ້າທີ່ກໍາປູເຈຍກ່າວວ່າ ເພດານຂອງຕຶກໂຮງງານຜະລິດ
ເກີບແຫ່ງນຶ່ງ ທີ່ຕັ້ງຢູ່ນອກນະຄອນຫລວງພະນົມເປັນ ໄດ້ພັງລົງ
ເຮັດໃຫ້ຢ່າງນ້ອຍ 2 ຄົນເສຍຊີວິດແລະ 6 ຄົນໄດ້ຮັບບາດເຈັບ.

ພວກຄົນງານທີ່ໂຮງງານເຮັດເກີບ Wing Star Shoes ທີ່ຊາວ
ໄຕ້ຫວັນເປັນເຈົ້າຂອງນັ້ນ ກ່າວວ່າ ພວກເຂົາເຈົ້າກໍາລັງເຮັດ
ວຽກຢູ່ຕາມປົກກະຕິ ໃນເຊົ້າວັນພະຫັດມື້ນີ້ ເວລາເພດານຂອງ
ຕຶກພັງລົງມາໃສ່ພວກເຂົາເຈົ້າ.

ຕໍາຫຼວດກ່າວວ່າ ສາເຫດທີ່ພາໃຫ້ເພດານຍຸບລົງມານັ້ນ
ອາດແມ່ນເປັນຍ້ອນມີການເກັບມ້ຽນສິ່ງຂອງໄວ້ໜັກເກີນໄປ
ຢູ່ຊັ້ນເທິງຈຶ່ງພາໃຫ້ເພດານຍຸບລົງ ແບບນີ້.


ພວກນັກກູ້ໄພກ່າວວ່າ ບໍ່ໄດ້ມີຜູ້ໃດຕິດຄ້າງຢູ່ໃນຊາກຫັກພັງນັ້ນ ຫລັງຈາກໄດ້ທໍາການ
ຊອກຄົ້ນ ຢູ່ໃນຕຶກເປັນເວລາຫຼາຍໆຊົ່ວໂມງ.

ອຸບປະຕິເຫດດັ່ງກ່າວນີ້ມີຂຶ້ນ ບໍ່ຮອດນຶ່ງເດືອນ ຫຼັງຈາກທີ່ຕຶກທີ່ເປັນບ່ອນຕັ້ງຂອງໂຮງງານ
ຕັດຫຍິບເສື້ອຜ້າໃນບັງກລາແດັສ ໄດ້ພັງລົງ ທີ່ຍັງຜົນໃຫ້ມີຜູ້ເສຍຊີວິດ ຈໍານວນຫລາຍ
ກ່ວາ 1,100 ຄົນນັ້ນ.

ຄວາມຫາຍະນະທີ່ເກີດຂຶ້ນຢູ່ບັງກລາແດັສນັ້ນ ໄດ້ກະຕຸ້ນໃຫ້ມີການອະພິປາຍກັນກ່ຽວກັບ
ສະພາບການໃນບ່ອນທໍາງານ ແລະມາດຕະຖານຄວາມປອດໄພຢູ່ຕາມໂຮງງານອຸດສາ
ຫະກໍາ ໃນເອເຊຍ ຊຶ່ງພວກບໍລິສັດຂາຍຍ່ອຍຕາເວັນຕົກພາກັນກາງຕໍ່ອາໄສ ເພື່ອຜະລິດ
ສິນຄ້າຂອງ ເຂົາເຈົ້າ ຍ້ອນຄ່າແຮງງານຕໍ່ານັ້ນ.

Cambodia Factory Collapse
please wait

No media source currently available

0:00 0:00:39 0:00
XS
SM
MD
LG