ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກໍາປູເຈຍຈໍາກັດການແຕ່ງງານ ກັບຕ່າງປະເທດ


ແຜນທີ່ກຳປູເຈຍ
ແຜນທີ່ກຳປູເຈຍ

ກຳປູເຈຍໄດ້ຫ້າມບໍ່ໃຫ້ພວກຜູ້ຊາຍຊາວຕ່າງປະເທດທີ່ມີອາຍຸກາຍ 50 ປີຂຶ້ນໄປແຕ່ງງານ
ກັບແມ່ຍິງຊາວກຳປູເຈຍ ຢູ່ໃນປະເທດດັ່ງກ່າວ ຊຶ່ງພາຍໃຕ້ກົດລະບຽບການໃໝ່ສະບັບນີ້ ແມ່ນແນໃສ່ເພື່ອຫາທາງຫຼຸດຜ່ອນ ການແຕ່ງງານແບບ ຫຼອກລວງແລະການລັກລອບຄ້າ
ປະເວນີເດັກ.

ກະຊວງການຕ່າງປະເທດກຳປູເຈຍ ເວົ້າວ່າ ການຫ້າມທີ່ວ່ານີ້ຍັງໄດ້ກວມລວມໄປເຖິງຊາວ
ຕ່າງປະເທດທີ່ມີລາຍໄດ້ບໍ່ຮອດ 2,550 ໂດລາຕໍ່ເດືອນ. ໜັງສືພິມ ກຳປູເຈຍລາຍວັນລົງ
ຂ່າວໃນວັນພຸດວານນີ້ວ່າ ຂໍ້ຈຳກັດໃໝ່ດັ່ງກ່າວບໍ່ໄດ້ຫ້າມບໍ່ໃຫ້ພວກແມ່ຍິງຕ່າງປະເທດ ແຕ່ງງານກັບຜູ້ຊາຍຊາວກຳປູເຈຍ ແລະບໍ່ມີຜົນບັງ ຄັບກ່ຽວກັບການແຕ່ງງານທີ່ມີຂຶ້ນ
ຢູ່ໃນຕ່າງປະເທດ.

ທ່ານ Koy Kuong ໂຄສົກກະຊວງການຕ່າງປະເທດກຳປູເຈຍ ກ່າວວ່າ ລະບຽບການ
ໃໝ່ນີ້ໄດ້ເລີ້ມມີຜົນບັງຄັບນັບແຕ່ວັນທີ 1 ມີນາເປັນຕົ້ນໄປແລະກ່າວວ່າໄດ້ມີການແຈ້ງ ໃຫ້ສະຖານທູດຕ່າງໆໃນນະຄອນຫຼວງກຳປູເຈຍຊາບຢ່າງເປັນ ລາຍລັກອັກສອນແລ້ວ. ທ່ານກ່າວຕໍ່ໜັງສືພິມກຳປູເຈຍລາຍວັນວ່າ ລັດຖະບານ ຢາກໃຫ້ຄູ່ແຕ່ງງານເບິ່ງແລ້ວ
“ເໝາະສົມກັນ” ແລະກ່າວຕໍ່ອົງການຂ່າວຝຣັ່ງວ່າ ລັດຖະບານກຳປູເຈຍຮູ້ດີກ່ຽວກັບ ກໍລະນີຕ່າງໆທີ່ບັນດາກຸ່ມປົກປ້ອງສິດທິມະນຸດ ໄດ້ຈົດບັນທຶກໄວ້ ທີ່ພວກແມ່ຍິງຊາວ ກຳປູເຈຍໄດ້ຖືກສົ່ງໄປເປັນໂສເພດນີຫຼືບໍ່ກໍໃຊ້ແຮງງານແບບຂ້າທາດ ຢູ່ໃນປະເທດທີ່
ເປັນບ້ານເກີດຂອງສາມີເຂົາເຈົ້າ.

ໃນປີ 2007 ຜ່ານມາ ກຳປູເຈຍໄດ້ຕົກເປັນເປົ້າຂອງກະຊວງການຕ່າງປະເທດ ສະຫະລັດ
ກ່ຽວກັບກໍລະນີການຄ້າມະນຸດ ຊຶ່ງທ່ານນາງ Condoleezza Rice ລັດຖະມົນຕີກະຊວງ
ການຕ່າງປະເທດສະຫະລັດໃນເວລານັ້ນເອີ້ນວ່າ “ຮູບແບບນຶ່ງຂອງຂ້າທາດສະໄໝໃໝ່” ນັ້ນ.

XS
SM
MD
LG