ກຸ່ມປົກປ້ອງ ສິດທິມະນຸດ HUMAN RIGHTS WATCH ກ່າວວ່າ ການຄົ້ນຄວ້າຂອງຕົນ ແມ່ນອີງຕາມ ການສຳພາດ ກັບພວກໂສເພນີ 90 ຄົນ ໃນຮອບປີຜ່ານມາ ແລະໄດ້ເຜີຍ ໃຫ້ຮູ້ຈັກວ່າ ບັນຫາດັ່ງກ່າວນີ້ ແມ່ນມີຄວາມຮ້າຍແຮງເປັນ ພິເສດ ໃນເຂດນະຄອນຫຼວງ ພະນົມເປັນ.
ນາງ ELAIN PEARSON ຮັກສາການຕຳແໜ່ງຜູ້ອຳນວຍ ການຊົ່ວຄາວ ປະຈໍາເຂດເອເຊຍຂອງກຸ່ມປົກປ້ອງສິດທິມະ ນຸດ HUMAN RIGHTS WATCH ກ່າວວ່າ ມີຫຼາຍໆ ປັດໃຈ ຢູ່ເບື້ອງຫຼັງ ການຈັບກຸມຄຸມຂັງ ພວກໂສເພນີ ແບບຜິດກົດໝາຍ ແລະການລ່ວງລະເມີດ ເພີ້ມຕື່ມ ທີ່ຕິດຕາມມານັ້ນ.
“ພວກເຮົາພົບວ່າ ກົດໝາຍຕໍ່ຕ້ານການຄ້າມະນຸດ ສະບັບປີ 2008 ນັ້ນ ແມ່ນມີສວ່ນໃນການກໍ່ໃຫ້ເກີດການລ່ວງລະເມີດສິດທິດັ່ງກ່າວ ເພາະວ່າຕຳຫລວດສາ ມາດໃຊ້ມັນເປັນຂໍ້ອ້າງ ເພື່ອທຳການຈັບກຸມພວກແມ່ຍິງຂາຍບໍລິການທາງເພດນັ້ນໄດ້ ແຕ່ວ່າ ນອກນີ້ແລ້ວ ພວກເຮົາກໍຍັງພົບເຊ່ນກັນວ່າ ການລ່ວງລະເມີດສິດທິຂອງແມ່ຍິງພວກນີ້ ສາມາດເກີດຂຶ້ນໄດ້ ພຽງເພາະວ່າເຈົ້າແຂວງໄດ້ມີຄໍາ ສັ່ງໃຫ້ທຳການກວາດລ້າງພວກໂສເພນີ ໃຫ້ທຳຄວາມພະຍາຍາມເປັນລະຍະໆ ເພື່ອສະສາງທ້ອງຖະໜົນ ແລະຮັກສາຄວາມເປັນລະບຽບຮຽບຮ້ອຍແລະອື່ນໆ.”
ນາງ PEARSON ເວົ້າວ່າ ລັດຖະບານກຳປູເຈຍ ຄວນງົດໃຊ້ ເປັນການຊົ່ວຄາວ ຂໍ້ກຳນົດ ທີ່ຢູ່ໃນກົດໝາຍ ຕໍ່ຕ້ານການຄ້າມະນຸດ ທີ່ຕຳຫຼວດບາງຄົນ ໃຊ້ເປັນຂໍ້ອ້າງ ໃນການຈັບກຸມ ພວກໂສເພນີ.
ກຸ່ມປົກປ້ອງ ສິດທິມະນຸດ HUMAN RIGHTS WATCH ກ່າວວ່າລັດຖະບານ ຕ້ອງຈຳແນກ ຄວາມແຕກຕ່າງ ລະຫວ່າງໂສເພນີ ແລະພວກທີ່ ຕົກເປັນເຫຍື່ອ ຂອງການຄ້າມະນຸດ.
ນອກນັ້ນ ກຸ່ມປົກປ້ອງ ສິດທິມະນຸດ ທີ່ມີສຳນັກງານ ຢູ່ສະຫະລັດ ກຸ່ມນີ້ ຍັງຕ້ອງການ ຢາກໃຫ້ ລັດຖະບານ ກໍາປູເຈຍ ອັດສູນຄຸມຂັງຕ່າງໆ ບ່ອນທີ່ ການລ່ວງລະເມີດ ໄດ້ເກີດຂຶ້ນ ແລະເວົ້າວ່າ ພວກໂສເພນີ ເຫຼົ່ານີ້ ຄວນຈະຖືກສົ່ງ ໃຫ້ເຂົ້າໄປຢູ່ ໃນສະຖານທີ່ຕ່າງໆ ທີ່ບໍລິຫານງານ ໂດຍອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບ ລັດຖະບານ ທີ່ອົງການດັ່ງກ່າວ ບໍລິຫານງານ ໄດ້ດີກວ່າ ສູນທີ່ຄວບຄຸມ ໂດຍກະຊວງ ສັງຄົມສົງເຄາະນັ້ນ.
“ພວກເຮົາບໍ່ຄິດວ່າ ພວກຂາຍບໍລິການທາງເພດຄວນຖືກສົ່ງເຂົ້າສູນກັກກັນ ບ່ອນທີ່ພວກເຂົາຈະຕ້ອງສ່ຽງຕໍ່ການຖືກກະທຳຮຸນແຮງ ຫລືຖືກລະເມີດສິດທິ ຕື່ມອີກ. ແລະທີ່ຈິງແລ້ວ ພວກສູນກັກກັນເຫລົ່ານັ້ນ ບໍ່ໄດ້ທໍາໜ້າທີ່ຟື້ນຟູສະຖານະພາບໃຫ້ພວກເຈົາເຈົ້າ ແຕ່ຢ່າງໃດເລີຍ. ມັນມີຫຼາຍໆວິທີທາງອື່ນ ທີ່ເຮົາສາມາດສະໜອງການບໍລິການ ໃຫ້ແກ່ພວກພະນັກງານຂາຍບໍລິການທາງ ເພດໄດ້ ແລະມັນກໍມີຫຼາຍອົງການທີ່ບໍ່ຂຶ້ນກັບລັດຖະບານ ແລະຫຼາຍໆກຸ່ມຈັດ ຕັ້ງ ທີ່ສາມາດໃຫ້ຄວາມຊ່ອຍເຫຼືອແລະການສະນັບສະໜູນນັ້ນໄດ້. ດັ່ງນັ້ນ ພວກເຮົາຈຶ່ງຂໍຮ້ອງໃຫ້ທາງລັດຖະບານ ດຳເນີນງານຮ່ວມກັນກັບພວກກຸ່ມເຫລົ່າ ນັ້ນ ເພື່ອຫາທາງແກ້ໄຂບັນຫາເຫລົ່ານີ້.”
ນອກນັ້ນ ກຸ່ມປົກປ້ອງ ສິດທິມະນຸດ HUMAN RIGHTS WATCH ຍັງຕ້ອງການ ຢາກໃຫ້ມີ ການສືບສວນ ຢ່າງເຕັມອັດຕາ ກ່ຽວກັບ ການກ່າວຫາ ໃນການປະຕິບັດ ແບບບໍ່ຖືກຕ້ອງ ຂອງຕຳຫຼວດ ແລະເຈົ້າໜ້າທີ່ອື່ນໆ ຂອງລັດຖະບານ. ນາງ PEARSON ກ່າວວ່າ ບັນດາປະເທດ ແລະອົງການ ຈັດຕັ້ງຕ່າງໆ ທີ່ໃຫ້ເງິນຊ່ອຍເຫຼືອ ໃນການຕໍ່ຕ້ານ ການຄ້າມະນຸດ ແລະຝຶກແອບ ຕຳຫຼວດນັ້ນ ກໍຕ້ອງໄດ້ປະຕິບັດພາກສ່ວນ ຂອງພວກເຂົາເຈົ້າ ຄືກັນ ເພື່ອຊ່ວຍແກ້ໄຂ ເລື່ອງນີ້.
“ພວກເຮົາບໍ່ຄິດວ່າ ພວກຂາຍບໍລິການທາງເພດຄວນຖືກສົ່ງເຂົ້າສູນກັກກັນ ບ່ອນທີ່ພວກເຂົາຈະຕ້ອງສ່ຽງຕໍ່ການຖືກກະທຳຮຸນແຮງ ຫລືຖືກລະເມີດສິດທິ ຕື່ມອີກ. ແລະທີ່ຈິງແລ້ວ ພວກສູນກັກກັນເຫລົ່ານັ້ນ ບໍ່ໄດ້ທໍາໜ້າທີ່ຟື້ນຟູສະຖານະພາບໃຫ້ພວກເຈົາເຈົ້າ ແຕ່ຢ່າງໃດເລີຍ. ມັນມີຫຼາຍໆວິທີທາງອື່ນ ທີ່ເຮົາສາມາດສະໜອງການບໍລິການ ໃຫ້ແກ່ພວກພະນັກງານຂາຍບໍລິການທາງ ເພດໄດ້ ແລະມັນກໍມີຫຼາຍອົງການທີ່ບໍ່ຂຶ້ນກັບລັດຖະບານ ແລະຫຼາຍໆກຸ່ມຈັດ ຕັ້ງ ທີ່ສາມາດໃຫ້ຄວາມຊ່ອຍເຫຼືອແລະການສະນັບສະໜູນນັ້ນໄດ້. ດັ່ງນັ້ນ ພວກເຮົາຈຶ່ງຂໍຮ້ອງໃຫ້ທາງລັດຖະບານ ດຳເນີນງານຮ່ວມກັນກັບພວກກຸ່ມເຫລົ່າ ນັ້ນ ເພື່ອຫາທາງແກ້ໄຂບັນຫາເຫລົ່ານີ້.”
ທາງຝ່າຍ ລັດຖະບານ ກຳປູເຈຍນັ້ນ ປະຕິເສດວ່າ ຕົນບໍ່ໄດ້ ແນເປົ້າໝາຍ ແບບບໍ່ຍຸຕິທຳ ໃສ່ພວກຄ້າປະເວນີ ແລະເວົ້າວ່າ ຕົນຈະສືບສວນ ເບິ່ງການກ່າວຫາ ກ່ຽວກັບ ການປະຕິບັດ ແບບບໍ່ຖືກຕ້ອງ ທີ່ຕົນໄດ້ຮັບ ຄຳຮ້ອງຮຽນນັ້ນ.
ທ່ານນາງ CHOU BUN LENG ແມ່ນອະທິບໍດີ ຫຼືຫົວໜ້າຫ້ອງການ ຂອງກະຊວງພາຍໃນ ກຳປູເຈຍ ທີ່ຮັບຜິດຊອບ ວຽກງານ ຕ້ານການຄ້າ ມະນຸດ. ທ່ານນາງ ເວົ້າວ່າ ລັດຖະບານ ຢາກຮັບຟັງ ກ່ຽວກັບ ການປະພຶດ ປະຕິບັດ ແບບບໍ່ຖືກຕ້ອງ ເຫຼົ່ານີ້ ແຕ່ຢາກໃຫ້ ພວກທີ່ຮ້ອງຮຽນ ໄປນັ້ນ ລະບຸຊື່ສຽງ ຂອງພວກທີ່ ກະທຳຜິດ ເພື່ອຄໍ້າປະກັນ ໃຫ້ເປັນການສືບສວນ ທີ່ມີປະສິດທິຜົນ.
ທ່ານນາງເວົ້າວ່າ ຕຳຫຼວດ ກໍຢູ່ພາຍໃຕ້ກົດໝາຍ ແລະກໍຈະຖືກ ດຳເນີນຄະດີ ຖ້າການກ່າວຫາ ກ່ຽວກັບ ການປະພຶດຜິດ ຫາກມີຫຼັກຖານ ພິສູດໄດ້ ຢູ່ໃນສານ.