ພັກຝ່າຍຄ້ານກຳປູເຈຍກ່າວວ່າ ຕົນໄດ້ຕັດສິນໃຈທີ່ຈະສະໜັບ
ສະໜຸນ ຜູ້ສະໝັກທີ່ເປັນກາງ ທີ່ນາຍົກລັດຖະມົນຕີ Hun Sen
ມັກນັ້ນ ເພື່ອເຂົ້າຮັບຕຳແໜ່ງ ໃນຄະນະກຳມະການເລືອກຕັ້ງ
ແຫ່ງຊາດ ຫຼື NEC.
ທ່ານ Sam Rainsy ຜູ້ນຳຂອງພັກກູ້ຊາດກຳປູເຈຍ ຫຼື CNRP
ກ່າວໃນວັນພະຫັດວານນີ້ ວ່າ ມັນເປັນການງາຍດາຍ ສຳຫລັບ
ທ່ານ ທີ່ຈະສະໜັບສະໜຸນ ທ່ານ Hang Puthea ທີ່ບໍລິຫານງານ
ອົງການກວດກາ ການເລືອກຕັ້ງທີ່ເປັນອິດສະຫລະນັ້ນ.
ທ່ານ Sam Rainsy ເວົ້າວ່າ “ທ່ານ Hang Puthea ໄດ້ທຳງານກັບ ທ່ານນາງ Pung Chhiv Kek ມາໄດ້ 17 ປີແລ້ວ. ພວກເຂົາເຈົ້າທັງສອງ ແມ່ນຄືຄົນດຽວກັນ. ລາວຕ້ອງມີ ຕຳແໜ່ງອັນດຽວກັນມີຄວາມສັດຊື່ ແລະ ມີການຕັດສິນໃຈທີ່ເດັດຂາດ. ເພາະສະນັ້ນ ຄັນຈະເອົາ ທ່ານ Hang Puthea ກໍເປັນທີ່ເພິ່ງພໍໃຈ ຖ້າຫາກວ່າພວກເຮົາບໍ່ສາມາດ ເອົາ ທ່ານນາງ Pung Chhiv Kek.”
ທ່ານນາງ Pung Chhiv Kek ຊຶ່ງເປັນຜູ້ສະໝັກຄົນທຳອິດ ເອົາຕຳແໜ່ງດັ່ງກ່າວ ກ່າວໃນອາທິດນີ້ ວ່າ ທ່ານນາຈະບໍ່ຮັບເອົາຕຳແໜ່ງນັ້ນ ເພາະວ່າ ມັນຈະ “ເປັນໄປບໍ່ໄດ້” ເພື່ອທີ່ຈະຮັກສາໄວ້ ເພື່ອຄວາມ ເປັນອິດສະຫລະທາງດ້ານການເມືອງ ຂອງກຳມະການ NEC.
ພັກຝ່າຍຄ້ານ ໄດ້ຕອບໂດຍກ່າວວ່າ ຕົນຢາກໃຫ້ພິຈາລະນາ ຜູ້ສະໝັກອີກ 3 ທ່ານ. ແຕ່ ທ່ານ Hun Sen ກ່າວວ່າ ທ່ານ ຈະຕົກລົງເອົາພຽງແຕ່ ທ່ານ Heng Puthea ເທົ່ານັ້ນ.