ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳປູເຈຍ ຢຸດໂຄງການຊ່ອຍເຫຼືອ ສຫລ ແລະ ຮັບເອົາເງິນ 150 ລ້ານໂດລາ ຈາກຈີນ


ສັນຍານ​ເຕືອນອີກ​ອັນ​ນຶ່ງ ທີ່​ບົ່ງ​ບອກ​ໃຫ້​ຮູ້​ວ່າ ມີການ​ຫັນປ່ຽນທາງດ້ານ ​ໃນ​ການພົວ
ພັນທາງ​ດ້ານ​ການ​ທູ​ດຂອງ​ກໍາປູ​ເຈຍຈາກ​ສະຫະລັດໄປ​ຫາ​ປັກ​ກິ່ງກໍ​ຄື​ການ​ຍຸບ​ໂຄງ
ການ​ຊ່ວຍ​ເຫຼືອ​ໃນ​ການ​ພັດທະນາຂອງກອງທັບ​ສະຫະລັດທີ່​ມີ​ມາ​ແຕ່​ດົນ​ນານ​ແລ້ວ
ຢູ່​ໃນ​ປະເທດນັ້ນ.

ທ່ານ Jay Raman ​ໂຄສົກ​ ປະ​ຈໍາ​ສະຖານທູດ ​ສະຫະລັດ ​ກ່າວ​ຢູ່​ໃນ​ອີແມລ ທີ່​ສົ່ງ
​ໃຫ້ວິທະຍຸວີ​ໂອ​ເອ ​ໃນ​ວັນ​ພຸດ​ຜ່ານ​ມານີ້ວ່າ "ລັດຖະບານຣາຊະອານາຈັກ​ກໍາປູ​ເຈຍ
ໄດ້​ແຈ້ງໃນ​ອາທິດ​ແລ້ວນີ້ໃຫ້​ທາງສະຖານທູດ​ຊາບກ່ຽວກັບ​ການ​ຕັດສິນ​ໃຈ​ຂອງ​ຕົນ
ທີ່​ຈະ​ງົດ​ການ​ປະຕິບັດ​ງານ ຂອງ​ກອງກໍາລັງ​ກໍ່ສ້າງ ແບບ​ເຄື່ອນ​ທີ່​ຂອງກອງທັບ​ເຮືອ
​ສະຫະລັດ ທີ່​ຄົນ​ມັກເອີ້ນກັນວ່າ Seabees ຊຶ່ງ​ໄດ້​ດໍາ​ເນີນ​ໂຄງການ​ຮັບ​ໃຊ້​ຊຸມ​ຊົນ
ຢູ່​ໃນ​ເຂດ​ທຸກ​ຍາກຂາດ​ເຂີນ​ຂອງກໍາປູ​ເຈຍ ​ນັບ​ແຕ່​ປີ 2008 ​ເປັນຕົ້ນມານັ້ນ ຢ່າງ​ບໍ່
ມີ​ກໍານົດ”.

ການ​ຕັດສິນ​ໃຈ​ອັນ​ນີ້ ຖື​ວ່າ​ເປັນ​ການ​ຕັດສິນ​ໃຈເລີກລົ້ມໂຄງການ​ທີ່​ປະຕິບັດ​ງານ​ມາ​
ໄດ້ 9 ປີ​ແລ້ວ.

​ໃນຕົ້ນປີນີ້ ກໍາປູ​ເຈຍກໍ​ໄດ້​ຍົກ​ເລີກການ​ຊ້ອມລົບ​ຮ່ວມ​ທາງ​ທະຫານກັບສະຫະລັດ
ແລະນາຍົກ ລັດຖະມົນຕີຮຸນ​ເຊ​ນ ກໍໄດ້ພະຍາຍາມ ຂໍ​ຮ້ອງໃຫ້ສະຫະລັດ ລົບ​ລ້າງ
ໜີ້ສິນ​ຂອງກໍາປູ​ເຈຍ ທີ່ຕິດຄ້າງສະຫະລັດຕັ້ງ​ແຕ່​ຊຸມ​ປີ 1970 ນັ້ນ.

​ອີງ​ຕາມໂຄສົກ​ ປະ​ຈໍາ​ສະຖານທູດ​ ສະຫະລັດ​ແລ້ວ ​ Seabees ​ໄດ້​ດໍາ​ເນີນໂຄງ
ການມະນຸດສະ​ທໍາ​ ໃນກໍາປູ​ເຈຍ ທີ່​ລວມມີການກໍ່ສ້າງ​ໂຮງຮຽນ ໂຄງການ​ດູ​ແລ​ສຸ
ຂະພາບ​ຂອງ​ແມ່ຍິງ​ຖືພາ ​ແລະການພັດທະນາ​ຊົນ​ນະ​ບົດຊຶ່ງ​ມີງົບປະມານໄປ​ຈົນ
ຮອດ​ປີ 2019 ຢູ່​ໃນ​ວົງ​ເງິນ 815,000 ​ໂດ​ລາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG