ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳ​ປູ​ເຈຍ ປະ​ຕິ​ເສດ​ວ່າ ໂຄງ​ການ ທີ່​ຈີນ ສະ​ໜັບ​ສະ​ໜຸນ ຈະ​ບໍ່​ຮວມ​ ຖານ​ທັບ


ເຂດ​ເສດ​ຖະ​ກິດ​ພິ​ເສດ ​ສີ​ຫາ​ນຸກວິ​ລ ທີ່​ເມືອງ​ທ່າ​ສີ​ຫາ​ສຸກວິ​ລ ຂອງ​ກຳ​ປູ​ເຈຍ​. (ວັນ​ທີ 28 ກັນ​ຍາ 2017)
ເຂດ​ເສດ​ຖະ​ກິດ​ພິ​ເສດ ​ສີ​ຫາ​ນຸກວິ​ລ ທີ່​ເມືອງ​ທ່າ​ສີ​ຫາ​ສຸກວິ​ລ ຂອງ​ກຳ​ປູ​ເຈຍ​. (ວັນ​ທີ 28 ກັນ​ຍາ 2017)

ເຈົ້າ​ໜ້າ​ທີ່ກອງ​ທັບ ແລະ​ລັດ​ຖະ​ບານ​ກຳ​ປູ​ເຈຍ ໄດ້​ປະ​ຕິ​ເສດ​ຕໍ່​ລາຍ​ງານ​ຂ່າວ​ທີ່​ອ້າງວ່າ ໂຄງ​ການ​ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຈາກ​ປັກ​ກິ່ງຈະ​ແຜ້ວ​ທາງ​ໃຫ້​ຈີນຕັ້ງ​ຖານ​ທັບ​ເຮືອ​ຢູ່​ໃນ​ກຳ​ປູ​ເຈຍ.

ລາຍ​ງານ​ຂ່າວ ຂອງ​ໜັງ​ສື​ພິມ​ອອນ​ລາຍ ເອ​ເຊຍ​ໄທ​ມ໌​ສ ໃນ​ຕົ້ນ​ອາ​ທິດນີ້​ແຈ້ງ​ວ່າ ທ່າ​ກຳ​ປັ່ນ​ນ້ຳ​ເລິກ ທີ່​ໄດ້​ຮັບ​ການ​ກໍ່​ສ້າງ​ໂດຍ​ກຸ່ມ​ບໍ​ລິ​ສັດ UDG ຂອງຈີນ ຢູ່​ທີ່​ເກາະ​ກົງ ອາດ​ຈະ​ເປັນ​ບ່ອນ​ຈອດ​ກຳ​ປັ່ນ​ລົບ ແລະ​ເຮືອ​ພິ​ຄາດ​ຂອງ​ຈີນ.

ແຕ່​ໂຄ​ສົກ​ກະ​ຊວງປ້ອງ​ກັນ​ປະ​ເທດ​ກຳ​ປູ​ເຈຍ ນາຍ​ພົນຊ​ຮຸມ ໂຊ​ຊິ​ອາດ (Chhum Socheat) ໄດ້​ປະ​ຕິ​ເສດ​ຕໍ່​ລາຍ​ງານທີ່​ວ່າ ທ່າ​ກຳ​ປັ່ນ​ແຫ່ງນີ້​ຈະ​ຖືກ​ໃຊ້​ເປັນ​ຖານທັບ​ເຮືອ​ຈີນ​ໃນ​ອະ​ນາ​ຄົດ ຊຶ່ງ​ຈະ​ເປັນ​ເລື້ອງ​ທີ່​ຜິດ​ກົດ​ໝາຍພາຍ​ໃຕ້​ລັດ​ຖະ​ທຳ​ມະນູນ​ຂອງ​ກຳ​ປູ​ເຈຍ.

ທ່ານ​ກ່າວ​ຕໍ່​ວີ​ໂອ​ເອ ພະ​ແນກ​ພາ​ສາ​ກຳ​ປູ​ເຈຍ ໃນ​ວັນ​ສຸກວານນີ້​ວ່າ “ຂ້າ​ພະ​ເຈົ້າ ​ບໍ່​ໄດ້​ອ່ານ​ລາຍ​ງານ​ຂ່າວນັ້ນ ແຕ່​ລັດ​ຖະ​ທຳ​ມະ​ນູນ​ກຳ​ປູ​ເຈຍ​ເວົ້າ​ວ່າ ພວກ​ເຮົາ​ຈະ​ບໍ່​ອະ​ນຸ​ຍາດໃຫ້​ມີ​ຖານ​ທັບ​ຕ່າງ​ປະ​ເທດ ຢູ່​ໃນ​ດິນ​ກຳ​ປູ​ເຈຍ. ນັ້ນ​ຄື​ກົດ​ໝາຍ. ດັ່ງ​ນັ້ນ ສິ່ງ​ທີ່ໜັງສື​ພິມ ເອ​ເຊຍ​ໄທ​ມ໌​ສ ລາຍ​ງານ​ໄປ​ນັ້ນແມ່ນ​ການ​ເສກ​ສັນ​ປັ້ນ​ແຕ່ງ ເພື່ອສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ພາບ​ພົດ​ຂອງ​ກຳ​ປູ​ເຈຍ.”

​ຈີນ ແມ່ນ​ເປັນ​ເຈົ້າ​ໜີ້ເກືອບ​ເຄິ່ງ​ນຶ່ງ ຂອງ​ໜີ້​ສິນ​ຕ່າງ​ປະ​ເທດ​ທັງ​ໝົດ​ຂອງ​ກຳ​ປູ​ເຈຍ 6 ຕື້​ໂດ​ລາ ແລະ​ເປັນ​ຄູ່​ການ​ຄ້າ​ທີ່​ໃຫຍ່​ສຸດ​ຂອງ​ກຳ​ປູ​ເຈຍ​ນຳ​ດ້ວຍ. ການລົງ​ທຶນ​ຂອງ​ຈີນ ພວມ​ຫັນ​ປ່ຽນ​ຕະ​ຫຼາດ​ອະ​ສັງ​ຫາ​ລິມ​ມະ​ຊັບ​ຂອງ​ກຳ​ປູ​ເຈຍ​ແລະອຸດ​ສາ​ຫະ​ກຳ​ການ​ພະ​ນັນ ໂດຍ​ສະ​ເພາະ​ທີ່​ເມືອງ​ສີ​ຫາ​ນຸກວິ​ລ ຊຶ່ງ​ເປັນ​ເຂດ​ເສດຖະ​ກິດ​ພິ​ເສດນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG