ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການສ້າງສວ້ມຖ່າຍໃຫ້ປະຊາຊົນ ໃນກຳປູເຈຍ


ທ່ານ Cordell Jacks ຫົວໜ້າໂຄງການນໍ້າສະອາດແລະສຸຂາພິບານ ຂອງອົງການ IDE ຖ່າຍຮູບໃກ້ໆ ສ້ວມຖ່າຍຫຼືວິດ EZ ທີ່ທາງໂຄງ ການຂອງລາວ ໄດ້ພັດທະນາຢູ່ກຳປູເຈຍ
ທ່ານ Cordell Jacks ຫົວໜ້າໂຄງການນໍ້າສະອາດແລະສຸຂາພິບານ ຂອງອົງການ IDE ຖ່າຍຮູບໃກ້ໆ ສ້ວມຖ່າຍຫຼືວິດ EZ ທີ່ທາງໂຄງ ການຂອງລາວ ໄດ້ພັດທະນາຢູ່ກຳປູເຈຍ

ຢູ່ກຳປູເຈຍ ພວມມີການດຳເນີນຄວາມພະຍາຍາມຄັ້ງໃໝ່ ທີ່ເພັ່ງເລັງໃສ່ການປັບປຸງ ລະບົບ ສຸຂາພິບານແລະສຸຂະພາບອະນາໄມ ຢູ່ໃນເຂດຊົນນະບົດທີ່ສອກຫຼີກຫ່າງໄກ ດ້ວຍການຈັດ ຫາສ້ວມຖ່າຍຫຼືສ້າງວິດໃຫ້ແກ່ປະຊາຊົນ ​ໂດຍ​ໃຊ້​ວິທີ​ການ​ທີ່​ແປກ​ໃໝ່ ຊື່​ງ​ເບິ່ງຄືວ່າໄດ້ຜົນດີ ເປັນທີ່ໜ້າພໍໃຈ.

ສ້ວມຖ່າຍຫຼືວິດ ແມ່ນເປັນສິ່ງ​ຂອງທີ່ຕໍ່າ ແຕ່ຈຳເປັນ. ແລະຍັງມີການຂາດແຄນຢູ່ໃນສ່ວນ ໃຫຍ່ຂອງເຂດຊົນນະບົດ ທີ່ສອກຫຼີກຫ່າງໄກຂອງກຳປູເຈຍ. ເມື່ອ 5 ປີກ່ອນ ນຶ່ງໃນທຸກໆ 7 ຄອບຄົວຂອງຊາວກຳປູເຈຍທໍ່ນັ້ນ ໄດ້ມີວິດຫຼືຫ້ອງນໍ້າໃຊ້.

ຄືກັນກັບຢູ່ໃນຫຼາຍໆປະເທດ ທີ່ກຳລັງພັດທະນາ ການຂາດຫຼືບໍ່ມີລະບົບສຸຂາພິບານ ໄດ້ ສ້າງຄວາມເສຍຫາຍໃຫ້ແກ່ກຳປູເຈຍ. ໃນເຂດປະຊາຄົມຊົນນະບົດ ບ່ອນທີ່ 75% ຂອງ ປະຊາຊົນກຳປູເຈຍອາໄສຢູ່ນັ້ນ ຊາວກຳປູເຈຍສ່ວນໃຫຍ່ ​ແມ່ນຍັງບໍ່ທັນມີສ້ວມຖ່າຍຫຼືວິດ ໃຊ້ເທື່ອ ແລະພາກັນໄປຖ່າຍໃສ່ທົ່ງໄຮ່ທົ່ງນາ.

ຜົນຈາກການຖ່າຍແບບຊະຊາຍຢັ່ງຢາຍຂອງມະນຸດນີ້ ສາມາດແຜ່ເຊື້ອພະຍາດແລະຄວາມ ຕາຍໄດ້. ການຂາດສຸຂາພິບານ ແມ່ນເຫດຜົນອັນນຶ່ງ ທີ່ພາໃຫ້ກຳປູເຈຍ​ເປັນ​ປະ​ເທດ​ນື່ງ ທີ່ມີອັດຕາການເສຍຊີວິດຂອງພວກເດັກນ້ອຍ ສູງຫລາຍຢູ່ໃນເອເຊຍ ແລະທະນາຄານ ໂລກເວົ້າວ່າ ການບໍ່ມີສ້ວມຖ່າຍຫຼືວິດໃຊ້ ໄດ້​ເຮັດ​ໃຫ້ກຳປູເຈຍຕ້ອງ​ສູນ​ເສຍ​ເງິນ​ໄປ 450 ລ້ານໂດລາ ໃນແຕ່ລະປີ ​ໃນການປິ່ນປົວພະຍາບານຜູ້​ເຈັບ​ປ່ວຍ.

ດຣ ເຈຍ ຊຳນັງ ເປັນຫົວໜ້າພະແນກສາທາລະນະສຸກຊົນນະບົດ ຂອງກະຊວງພັດທະນາ ຊົນນະບົດກຳປູເຈຍ. ຈາກການຊ່ອຍເຫຼືອຂອງອົງການຈັດຕັ້ງ ແລະປະເທດຕ່າງໆ ທາງ ຫ້ອງການຂອງທ່ານ ຈຶ່ງໄດ້ຕັ້ງເປົ້າໝາຍ ທີ່ຈະຈັດຫາສ້ວມຖ່າຍຫຼືວິດໃຫ້ແກ່ຄອບຄົວຂອງ ຊາວກຳປູເຈຍ ຢູ່ໃນເຂດຊົນນະບົດ 30% ຫຼືປະມານ 720,000 ຫຼັງຄາເຮືອນພາຍໃນປີ 2015 ເພີ້ມຈາກ 500,000 ຫຼັງຄາເຮືອນ ໃນລະດັບປັດຈຸບັນ.

ລັດຖະບານກຳປູເຈຍໄດ້ໃຊ້ການໂຄສະນາທາງໂທລະພາບ ແລະຈັດສົ່ງພວກພະນັກງານ ເປັນຈຸໆ ໄປຍັງໝູ່ບ້ານຕ່າງໆ ເພື່ອໃຫ້ການອະທິບາຍ ກ່ຽວກັບຜົນປະໂຫຍດຂອງການ ມີວິດໃຊ້. ດຣ ເຈຍເວົ້າວ່າ ໂຄງການນີ້​ເນັ້ນ​ໃສ່ວຽກງານ ໃນ 3 ຂົງເຂດດ້ວຍກັນ.

“ປະການທີ່ນຶ່ງນັ້ນ ແມ່ນເຮັດສ້ວມຖ່າຍຂຶ້ນມາ ແລະນໍາໃຊ້ສ້ວມ ໂດຍໃຊ້ຊັບ​ພະ​ກອນ ຂອງພວກເຂົາເຈົ້າເອງ ປະການທີ່ສອງ ຄື​ເນ້ນ​ໜັກ​ໃສ່ ການລ້າງມືດ້ວຍ ສະບູ່ ຫລັງຈາກ​ໃຊ້​ສ້ວມ​ແລ້ວ ແລະກ່ອນກິນເຂົ້າ ແລະປະການທີ່ສາມກໍຄືພວກ ເຮົາເວົ້າເຖິງ ການມີນໍ້າດື່ມ ນໍ້າໃຊ້ທີ່ສະອາດ​ ປອດ​ໄພຢູ່ບ້ານແລະບ່ອນເກັບນໍ້າ ທີ່ສະອາດປອດໄພ ຢູ່ໃນບ້ານ.”

ອົງການໆກຸສົນ ດ້ານ​ການພັດທະນາການກະເສດ ທີ່ຊື່ວ່າ IED ກຳປູເຈຍ ໄດ້ເຂົ້າຮ່ວມ​ໃນ ຄວາມພະຍາຍາມໃນການຈັດຫາສ້ວມຖ່າຍ ແລະເວົ້າວ່າ ຕົນໄດ້ພົບຊ່ອງທາງ ໃນການຊັກ ຊວນໃຫ້ຄອບຄົວຊາວກຳປູເຈຍ ສ້າງສ້ວມຖ່າຍຫຼືວິດເອົາ​ເອງ ​ແລະຈ່າຍຄ່າໃຊ້ຈ່າຍຕ່າງໆ​ ເອງ.

ຟັງແລ້ວ ຄືຈະເປັນເລື່ອງຍາກ ໃນການຊັກຊວນຜູ້ຄົນ​ ເຣັດ​ແນວ​ນັ້ນ ຢູ່ໃນດິນແດນທີ່ເຕັມ ໄປດ້ວຍຄວາມທຸກຍາກ ແຕ່ທ່ານ Cordell Jacks ຫົວໜ້າໂຄງການນໍ້າສະອາດ ແລະສຸ ຂາພິບານຂອງອົງການ IED ກ່າວວ່າ ມັນໄດ້ດຳເນີນໄປດ້ວຍດີ ທັງນີ້ກໍຍ້ອນວິດ ທີ່​ທາງ​ອົງ ການໄດ້ອອກ​ແບບ​ຂຶ້ນ​ມາ ​ແລະເອິ້ນ​ວ່າ ​ວິດ EZ ຫຼືສ້ວມຖ່າຍທີ່ສາມາດສ້າງໄດ້ງ່າຍໆນັ້ນ.

ສິ່ງທີ່ແພງທີ່ສຸດ ໃນການສ້າງວິດຫຼືສ້ວມຖ່າຍ ກໍຄືຊີມັງ ດັ່ງນັ້ນ ທາງອົງການ IED ຈຶ່ງໄດ້ ອອກແບບຫົວວິດຊຶມ ທີ່ເຮັດດ້ວຍແກບປົນຊີມັງ ເພື່ອຫຼຸດຄ່າໃຊ້ຈ່າຍໃຫ້ຖືກລົງ ແລະປັບປຸງ ພື້ນຊີມັງ ທີ່ເປັນຖານຂອງວິດ ​ເພື່ອ​ເຮັດ​ໃຫ້ງ່າຍຂຶ້ນ ສຳລັບການຕິດຕັ້ງ.

ຫຼັງຈາກນັ້ນ ທາງອົງການ IED ກໍ​ທໍາ​ການຝຶກອົບຮົມ ພວກນັກວິສາຫະກິດໃນເຂດທ້ອງ ຖິ່ນ ຊຶ່ງໂດຍທົ່ວໄປແລ້ວ ຈະເປັນພວກບໍລິສັດ ທີ່ຜະລິດຊີມັງນັ້ນ ​ໃຫ້ເຮັດ​ສ້ວມ​ ແລະຈຳ ໜ່າຍຫົວວິດຊຶມເຫຼົ່ານີ້.

“ພວກບໍລິສັດເຮັດສ້ວມຖ່າຍ ຈະຂົນເອົາສ້ວມ ໃສ່ລົດບັນທຸກຂອງພວກເຂົາເຈົ້າ ແລ້ວກໍເລາະໄປຕາມໝູ່ບ້ານ ​ໂຄສະນາຂາຍ​ໃຫ້ຊາວບ້ານ ​ແລະພ້ອມດຽວກັນ ກໍສອນໃຫ້ພວກຊາວບ້ານ ຮູ້ຈັກກ່ຽວກັບການອະນາໄມແລະການຮັກສາຄວາມ ສະອາດ ທີ່ຖືກຕ້ອງ ແລ້ວກໍຂາຍສ້ວມນັ້ນໃຫ້​ ແຕ່ລະບ້ານແຕ່ລະຫລັງໄປ ຫລື ຂາຍໃຫ້ຍາມມີກອງປະຊຸມບ້ານ.”

ຕົ້ນທຶນໃນການຜະລິດ ແມ່ນປະມານ 35 ໂດລາ ປຽບໃສ່ຫຼາຍເຖິງ 200 ໂດລາ ຖ້າຄອບ ຄົວໃດນຶ່ງ ຫາກຊື້ວັດຖຸ​ມາເຮັດວິດຊຶມຫຼືສ້ວມຖ່າຍ​ເອົາ​ເອງ ຕາມວິທີການທີ່ເຄີຍເຮັດກັນມາ ນັ້ນ. ນັກວິສາຫະກິດຈະໄດ້ກຳໄລປະມານ 5 ໂດລາ ແລະບໍ່​ໄດ້​ຮັບເງິນເກື້ອ​ກຸນ​ໃດໆ ຈາກ​ ອົງການ​ຫລື​ລັດຖະບານ. ການເຮັດສ້ວມຖ່າຍ ຫຼືຕິດຕັ້ງວິດຊຶມ EZ ນີ້ແມ່ນງ່າຍໆແລະ ໄວ.

“ພວກຄອບຄົວ ຈະຂຸດຂຸມໃນດິນ​ ໃຫ້ເລິກພໍດີ ແລ້ວກໍ ເອົາຂອບສ້ວມຄອນກລີດ ວາງລົງເທິງຂອບຂຸມກ່ອນແລ້ວ ກໍເອົາສ້ວມຖ່າຍ ວາງລົງໃສ່ຂອບນັ້ນ ແລ້ວກໍເຮັດ ຝາອ້ອມ ພ້ອມຫລັງຄາ ຊຶ່ງຈະໄດ້ດີໜ້ອຍຫລາຍສໍ່າໃດ ນັ້ນແມ່ນຂື້ນຢູ່ກັບຖານະ ຫລືລາຍໄດ້ ຂອງແຕ່ລະຄອບຄົວ ການສ້າງສ້ວມຖ່າຍນີ້ ແມ່ນໃຊ້ເວລານຶ່ງມື້ ກໍ ສຳເລັດ. ສະຫລູບແລ້ວ ນີ້ກໍເປັນວິວັດທະນາການທາງອະນາໄມ ຢ່າງແທ້ຈິງ ທີ່ຖືເປັນການອຸດສາຫະກຳອັນນຶ່ງ ຢູ່ໃນກຳປູເຈຍ ໃນເວລານີ້.”

ອົງການ IED ໄດ້ດຳເນີນການຕິດຕັ້ງວິດ ຫຼືສ້ວມຖ່າຍ EZ ທີ່ໄດ້ຮັບລາງວັນ ໃນການອອກ ແບບຂອງນາໆຊາດປີນີ້ນັ້ນ ຢູ່ໃນ 2 ແຂວງ ໃນເດືອນທັນວາຜ່ານມາ. ​ເວລາ​ນີ້ ​ໄດ້​ມີການ ຂາຍຫົວວິດຊະນິດນີ້ໄປແລ້ວ 6,000 ອັນແລະອົງການ IED ໄດ້ຮັບໂທລະສັບເປັນປະຈຳ ຈາກພວກທີ່ຢາກຈັດຈຳໜ່າຍວິດດັ່ງກ່າວ.

ທາງກະຊວງພັດທະນາຊົນນະບົດ ຂອງກຳປູເຈຍ ກໍ​ກໍາລັງດຳເນີນງານຮ່ວມກັບອົງການ IED ເພື່ອນຳເອົາວິດ ຫຼືສ້ວມຖ່າຍດັ່ງກ່າວ ໄປຕິດຕັ້ງ ຢູ່ໃນແຂວງອື່ນໆ.

ດຣ ເຈຍເວົ້າວ່າ ຍັງມີຄວາມຕ້ອງການວິດຕື່ມອີກ ສຳລັບ 2 ລ້ານຄອບຄົວເພື່ອຄໍ້າປະກັນ ວ່າ ຊາວກຳ ປູເຈຍທັງໝົດຈະມີສ້ວມຖ່າຍໃຊ້ 100% ພາຍໃນປີ 2025 ແຕ່ຊາວກຳປູ ເຈຍທີ່ທຸກຍາກ ກໍຍັງບໍ່ສາມາດ ຊື້ຫົວວິດຣາຄາຖືກນີ້ໄດ້.

ດຣ ເຈຍເວົ້າວ່າ ທາງກະຊວງພັດທະນາຊົນນະບົດ ຂອງກຳປູເຈຍ ຈະຊ່ອຍບັນດາຄອບຄົວ ທີ່ທຸກຍາກເຫຼົ່ານີ້ ພາກັນຂຸດວິດເອງ ຊຶ່ງໃຊ້ເງິນແຕ່ພຽງ 2-3 ໂດລາທໍ່ນັ້ນ.

“ພວກເຮົາປະຕິບັດງານ ກັບພວກຄອບຄົວ​ທີ່​ທຸກ​ຍາກ​ຫລາຍ ​ເຫລົ່າ​ນີ້ ພະຍາຍາມ ອະທິບາຍ​ ໃຫ້ພວກເຂົາເຈົ້າເຂົ້າໃຈວ່າ ການໃຊ້ສ້ວມຖ່າຍນັ້ນ ແມ່ນເປັນປະໂຍດ ຫລາຍ ​ເພື່ອຊ່ວຍປັບປຸງລາຍໄດ້ ຂອງພວກເຂົາເຈົ້າ. ດັ່ງນັ້ນ ພວກເຮົາຈະປ່ອຍ ໃຫ້ເຂົາເຈົ້າ​ ຂຸດສ້ວມ​ແບບ​ພື້ນໆໃຊ້​ກ່ອນ ແລ້ວເລີ່ມຕົ້ນຈາກນັ້ນ ຖ້າຫາກວ່າພວກ ເຂົາເຈົ້າ ເຂົ້າໃຈໃນຄຸນນະປະໂຫຍດ ຂອງການມີສ້ວມຖ່າຍແລ້ວ ພວກເຮົາກໍສາ ມາດ ຊ່ວຍພວກເຂົາເຈົ້າ​ໄດ້ ເພື່ອປັບປຸງໂຄງການອະນາໄມຂອງ​ເຂົາ​ເຈົ້າໃຫ້ດີ ຂື້ນໄປເລື້ອຍໆ.”

ທາງອົງການ IED ໄດ້ເລີ້ມໂຄງການທົດລອງເພື່ອຊ່ອຍພວກຄົນທຸກຊື້ວິດຫຼືສ້ວມຖ່າຍແລ້ວ. ບັນດາຄອບຄົວຈະພາກັນເກັບເງິນນຶ່ງໂດລາຕໍ່ເດືອນ ແລະໃນແຕ່ລະເດືອນ ພວກນາຍໜ້າ ກໍຈະສ້າງວິດຫຼືສ້ວມຖ່າຍ ​ໃຫ້​ຄອບຄົວນຶ່ງ. ໃນທີ່ສຸດ ແຕ່ລະຄອບຄົວ ກໍຈະມີສ້ວມຖ່າຍໃຊ້ ເປັນຂອງໂຕເອງ. ເຖິງແມ່ນໂຄງການນີ້ຍັງເປັນໂຄງການໃໝູ່ຢູ່ກໍຈິງ ແຕ່ທ່ານ Jacks ເວົ້າ ວ່າ ເປັນທີ່ປາກົດວ່າ ວິທີການນີ້ໄດ້ຜົນດີ ແລະຄ່ອຍໆຊ່ອຍປະຊາຄົມໃນເຂດຊົນນະບົດ ຂອງກຳປູເຈຍ ຕໍ່ສູ້ກັບພະຍາດໂຣຄາ ແລະປັບປຸງລາຍໄດ້ຂອງຕົນໃຫ້ດີຂຶ້ນ ​ຍ້ອນສ້ວມຖ່າຍ ທີ່​ເປັນ​ຂອງ​ຕໍ່າໆ​ນີ້.

XS
SM
MD
LG