ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານຊາ ເຄັງ ກ່າວວ່າ ລາວຍັງເປັນແຫຼ່ງທີ່ມາ ຂອງຢາເສບຕິດ ທີ່ຖືກລັກລອບເຂົ້າໄປ ໃນກຳປູເຈຍ


ທ່ານຊາ ເຄັງ (Sar Kheng) ລັດຖະມົນຕີກະຊວງພາຍໃນຂອງກຳປູເຈຍ.
ທ່ານຊາ ເຄັງ (Sar Kheng) ລັດຖະມົນຕີກະຊວງພາຍໃນຂອງກຳປູເຈຍ.


ຢາເສບຕິດຍັງສືບຕໍ່ຫຼັ່ງໄຫຼ ເຂົ້າໄປໃນປະເທດກຳປູເຈຍ ຜ່ານທາງຊາຍແດນລາວ ອີງຕາມຄຳ ເວົ້າ ຂອງເຈົ້າໜ້າທີ່ຂັ້ນສູງກຳປູເຈຍ ເມື່ອໄວໆມານີ້.ທ່ານຊາ ເຄັງ (Sar Kheng) ລັດຖະມົນຕີກະຊວງພາຍໃນຂອງກຳປູເຈຍ ໃຫ້ຄວາມເຫັນດັ່ງກ່າວຕໍ່ກອງປະຊຸມ ພັກປະຊາຊົນກຳປູເຈຍ ຊຶ່ງເປັນພັກລັດຖະບານ ຢູ່ທີ່ແຂວງກຣະແຈະ ໃນທ້າຍອາທິດທີ່ຜ່ານມານີ້ ອີງຕາມລາຍງານຂ່າວຂອງວີໂອເອ ພະແນກພາສາກຳປູເຈຍ. ທ່ານເປີດເຜີຍວ່າ ເນື່ອງຈາກການປາບປາມຢາເສບຕິດ ຂອງທາງການລາວ ຈຶ່ງເຮັດໃຫ້ມີການລັກລອບຢາເສບຕິດ ເຂົ້າໄປໃນກຳປູເຈຍເພີ້ມຂຶ້ນ. ທ່ານຊາ ເຄັງກ່າວວ່າ ການຮ່ວມມືກັບລາວ ໃນການປາບປາມຢາເສບຕິດ “ບາງຄັ້ງບາງຄາວນັ້ນ ກໍເບິ່ງຄືວ່າ ເປັນຄວາມຜິດພາດ” ໂດຍກ່າວ ອ້າງວ່າ ລາວເປັນແຫຼ່ງທີ່ມາໃຫຍ່ສຸດ ຂອງຢາເສບຕິດ ທີ່ຖືກລັກລອບເຂົ້າໄປ ໃນປະເທດກຳປູເຈຍ. ທ່ານ ຊາ ເຄັງ ກ່າວກ່ຽວກັບເລື້ອງນີ້ວ່າ:


“ເວລາຂ້າພະເຈົ້າ ທຳການປະຊຸມປະຈຳປີກັບເຂົາເຈົ້າ (ລັດຖະບານລາວ) ຂ້າພະເຈົ້າໄດ້ຫາລື ກ່ຽວກັບປະລິມານຢາເສບຕິດທີ່ຖືກລັກລອບເຂົ້າໄປຈາກລາວທີ່ພວກເຮົາຍຶດໄດ້. ພວກເຂົາເຈົ້າຮູ້ສຶກແປກໃຈແລະເບິ່ງຄືວ່າໄດ້ສະແດງອອກແບບບໍ່ພໍໃຈ. ພວກເຂົາເຈົ້າຕອບວ່າ ມັນເປັນປະລິມານຈຳກັດຂອງຢາເສບຕິດ ທີ່ຖືກລັກລອບເຂົ້າໄປໃນກຳປູເຈຍ ແມ່ນເຫຼືອມາຈາກການປາບປາມ (ພາຍໃນ) ຂອງພວກເຂົາເຈົ້າ. ແລະ (ພວກເຂົາເຈົ້າ) ກ່າວວ່າ ນັ້ນຄວນຖືວ່າ ເປັນຄວາມໂຊກດີຂອກຳປູເຈຍ.” ທ່ານຊາ ເຄັງ ເວົ້າແລ້ວກໍຫົວຄ່ອຍໆ.

ທາງວີໂອເອ ພະແນກພາສາລາວ ໄດ້ພະຍາຍາມຕິດຕໍ່ໄປຫາກົມຂ່າວຂອງກະຊວງ ຕ່າງປະເທດທີ່ນະຄອນຫຼວງວຽງຈັນ ເພື່ອສອບຖາມກ່ຽວກັບເລື້ອງນີ້ ແຕ່ບໍ່ມີຜູ້ໃດຮັບສາຍ.

ໃນເດືອນມີນາຕົ້ນປີນີ້ ທ່ານຊາ ເຄັງລັດຖະມົນຕີກະຊວງພາຍໃນຂອງກຳປູເຈຍແລະລັດຖະມົນ ຕີກະຊວງຮັກສາຄວາມສະຫງົບພາຍໃນຂອງລາວ ກໍໄດ້ລົງນາມໃນຂໍ້ຕົກລົງ ເພື່ອສືບຕໍ່ເຮັດວຽກຮ່ວມກັນ ກ່ຽວກັບບັນຫາຕ່າງໆ ໃນບໍລິເວນຊາຍແດນ ຮວມທັງເອົາມາດຕະການ ປາບປາມຢາເສບຕິດນຳດ້ວຍ.

ລາວມີຊາຍແດນໃນພາກໃຕ້ ຕິດກັບກຳປູເຈຍ ຍາວ 540 ກິໂລແມັດ.

XS
SM
MD
LG