“ປ່ຽນແປງຫຼືບໍ່ປ່ຽນແປງ” ຜູ້ປະກາດໄດ້ຕັ້ງຄຳຖາມ ທີ່ກອງປະຊຸມແຫ່ງຊາດເທື່ອທຳອິດຂອງພັກແສງທຽນ.
“ປ່ຽນແປງ! ປ່ຽນແປງ! ປ່ຽນແປງ! ນັ້ນຄືສຽງໂຮ່ຮ້ອງຂອງພວກນັກເຄື່ອນໄຫວແລະສະໜັບສະໜຸນປະມານ 7,000 ຄົນຂອງພັກ ທີ່ເປັນຜູ້ຕາງໜ້າໃຫແກ່ພັກປະຊາຊົນກຳປູເຈຍທີ່ປົກຄອງປະເທດມາເປັນເວລາດົນນານພາຍໃຕ້ການນຳພາຂອງນາຍົກລັດຖະມົນຕີຮຸນເຊນ ພວມປະເຊີນໜ້າ ໃນການເລືອກຕັ້ງແຫ່ງຊາດຊຶ່ງຈະມີຂຶ້ນເດືອນກໍລະກົດນີ້.
ສຽງຮຽກຮ້ອງແລະຕອບຮັບໄດ້ດັງຂຶ້ນຈາກຝູງຊົນທີ່ໄປເຕົ້າໂຮມກັນໃນຕົ້ນເດືອນກຸມພາຜ່ານມາ ຢູ່ໃນເຂດຊານເມືອງ ຂອງນະຄອນ ສຽມຣຽບ ຊຶ່ງເປັນທີ່ຮູ້ກັນດີຍ້ອນເປັນທີ່ຕັ້ງຂອງປາສາດຫີນອັງກໍວັດ.
ພວກທີ່ໄປຮ່ວມ ໄດ້ສະທ້ອນໃຫ້ເຫັນການໂຮມຊຸມນຸມທີ່ອຶກກະທຶກນອງນັນຂອງພັກກູ້ຊາດກຳປູເຈຍ ຫຼື CNRP ຊຶ່ງໄດ້ຮັບການສະໜັບສະໜຸນ ຂອງປະຊາຊົນ ຢ່າງໃຫຍ່ ແລະປະສົບຄວາມສຳເລັດ ໃນການເລືອກຕັ້ງແຫ່ງຊາດ ໃນປີ 2013 ແລະການເລືອກຕັ້ງຊຸມຊົນໃນປີ 2017 ກ່ອນທີ່ຈະຖືກທັບມ້າງ ໂດຍສານ ຂອງປະເທດດັ່ງກ່າວ ເຮັດໃຫ້ພວກຜູ້ນຳຫຼາຍໆຄົນຕ້ອງໄດ້ໄປລີ້ໄພຢູ່ຕ່າງປະເທດ.
ໃນຂະນະທີ່ພັກ ໄດ້ຢືມສັນຍາລັກ ຂອງຂະບວນການ ທີ່ເລີ້ມຂຶ້ນໂດຍຜູ້ນຳພັກຝ່າຍຄ້ານ ທ່ານແຊມ ຣັງສີ ຄືທຽນສີຂາວ ແລະແສງທຽນສີເຫຼືອງແກ່ ແຕ່ທ່ານ ກໍບໍ່ໄດ້ມີສ່ວນກ່ຽວຂ້ອງໃດໆຢ່າງເປັນທາງການ ຍ້ອນບັນຫາທາງດ້ານກົດໝາຍ
ຂອງຜູ້ກ່ຽວ ແລະບາງຄົນຄາດວ່າ ພັກດັ່ງກ່າວແມ່ນຍາກທີ່ຈະໄດ້ຮັບບ່ອນນັ່ງຢູ່ ໃນສະພາ ໃກ້ຄຽງກັບຈຳນວນ 55 ບ່ອນ ທີ່ພັກຝ່າຍຄ້ານ CNRP ເຄີຍໄດ້ຮັບເມື່ອນຶ່ງທົດສະວັດກ່ອນ.