ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກ ຮຸນ ເຊັນ ຂອງກຳປູເຈຍ ປະຕິເສດຕໍ່ຄວາມເປັນຫ່ວງໃດໆ ທີ່ວ່າ ຈີນ ຈະມີກອງກຳລັງ ປະຈຳການ ຢູ່ທີ່ທ່າເຮືອໃໝ່


ແຟ້ມພາບ - ນາຍົກລັດຖະມົນຕີກຳປູເຈຍ ຮຸນ ເຊັນ ກ່າວປາໄສ ຢູ່ທີ່ພິທີເປີດໂຕ ໂຮງໝໍມິດຕະພາບ ກຳປູເຈຍ-ຈີນ ປຣີ ໂຄສສາມາກ ໃນນະຄອນຫຼວງ ພະນົມເປັນ ຂອງກຳປູເຈຍ, ວັນທີ 21 ມີນາ 2022.
ແຟ້ມພາບ - ນາຍົກລັດຖະມົນຕີກຳປູເຈຍ ຮຸນ ເຊັນ ກ່າວປາໄສ ຢູ່ທີ່ພິທີເປີດໂຕ ໂຮງໝໍມິດຕະພາບ ກຳປູເຈຍ-ຈີນ ປຣີ ໂຄສສາມາກ ໃນນະຄອນຫຼວງ ພະນົມເປັນ ຂອງກຳປູເຈຍ, ວັນທີ 21 ມີນາ 2022.

ນາຍົກລັດຖະມົນຕີກຳປູເຈຍ ຮຸນ ເຊັນ ໃນວັນພະຫັດວານນີ້ ໄດ້ໂຕ້ແຍ້ງຕໍ່ການຕ້ອງຕິ ໂຄງການກໍ່ສ້າງທ່າເຮືອຂະໜາດໃຫຍ່ ໂດຍກ່າວວ່າ ກອງທັບຂອງຈີນ ແລະກອງກຳລັງຂອງຊາດອື່ນໆ ຈະບໍ່​ເປັນພຽງແຕ່ຜູ້ຢ້ຽມຢາມຖານທັບເຮືອ ຣີມ ເທົ່ານັ້ນ.

ນັບຕັ້ງແຕ່ ກຳປູເຈຍ ແລະຈີນ ໄດ້ຕົກລົງຮ່ວມກັນ ໃນການກໍ່ສ້າງທ່າເຮືອ ເມື່ອເດືອນມິຖຸນາປີກາຍນີ້ ກໍມີການສັນນິຖານກັນວ່າ ຖານທັບແຫ່ງນີ້ຊຶ່ງໄດ້ຖືກສ້າງຂຶ້ນ ໂດຍການໃຫ້ເງິນຊ່ອຍເຫຼືອລ້າຈາກຈີນ ພ້ອມທັງພວກພະນັກງານກໍ່ສ້າງຂອງກອງທັບຈີນ ນຳດ້ວຍ ຊຶ່ງຈະກາຍເປັນທ່າເຮືອຫຼາຍກວ່າ ສຳລັບກຳປັ່ນຕ່າງໆຂອງກຳປູເຈຍ ແລະກຳປັ່ນລົບກອງທັບເຮືອ ທີ່ມາຢ້ຽມຢາມ.

ໃນການກ່າວຄຳປາໄສ ຢູ່ທີ່ພິທີຮຽນຈົບຂອງພວກນັກສຶກສາ ໃນນະຄອນຫຼວງພະນົມເປັນ ນັ້ນ ນາຍົກລັດຖະມົນຕີ ຮຸນ ເຊັນ ໄດ້ປະຕິເສດຕໍ່ຂໍ້ສະເໜີແນະທີ່ວ່າ ກອງທະຫານຕ່າງຊາດ ຈະມາປະຈຳການຢູ່ທີ່ນັ້ນ ໂດຍກ່າວວ່າ ຖານທັບດັ່ງກ່າວ ເປັນສິດສ່ວນນຶ່ງຂອງກຳປູເຈຍ ທີ່ຈະປົກປ້ອງດິນແດນຂອງຕົນ.

ທ່ານນາຍົກລັດຖະມົນຕີ ໄດ້ເວົ້າວ່າ “ກຳປູເຈຍ ຢາກຈະກ່າວຢ້ຳຕື່ມວ່າ ບໍ່ມີກອງທັບຂອງຈີນ ຫຼື ທະຫານຈາກຊາດໃດໆ ມີໜ້າຢູ່ໃນກຳປູເຈຍ. ເມື່ອໃດທີ່ສ້າງສຳເລັດແລ້ວ ກຳປູເຈຍ ຈະຍິນດີຕ້ອນຮັບກຳປັ່ນຂອງທຸກປະເທດທີ່ເຂົ້າມາທຽບທ່າເຮືອຂອງກຳປູເຈຍ ແລະພວກເຮົາສາມາດດຳເນີນການຊ້ອມລົບຮ່ວມກັນໄດ້.”

ທ່ານນາຍົກລັດຖະມົນຕີ ໄດ້ກ່າວວ່າ ລັດຖະບານ ຕ້ອງການທີ່ຈະຂະຫຍາຍທ່າເຮືອ ອັນເປັນສ່ວນນຶ່ງຂອງການສ້າງຄວາມອາດສາມາດແກ່ເຫຼົ່າທັບທັງຫຼາຍຂອງກຳປູເຈຍ ໃຫ້ດີຂຶ້ນກວ່າເກົ່າ ແລະເພື່ອຕໍ່ສູ້ຕ້ານອາຊະກຳຕ່າງໆ ເຊັ່ນການ ລັກລອບຄ້າຢາເສບຕິດ ແລະການຫາປາທີ່ຜິດກົດໝາຍ ໃນນ່ານນ້ຳນອກແຄມຝັ່ງຂອງກຳປູເຈຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG