ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນາ​ຍົກ​ຮຸ​ນ ເຊນ ​ຂອງ​ກໍ​ປູ​ເຈຍ ​ໄປ​ມຽນ​ມາ ເພື່ອ​ພົບ​ກັບ​ບັນ​ດາ​ຜູ້​ນຳ​​ທະ​ຫານ​ຂອງປະ​ເທດນັ້ນ

ນາຍ​ົກ​ຮຸນ ເຊນຂອງ​ກຳ​ປູ​ເຈຍ ຢູ່​ທີ່​​ວັງສັນ​ຕິ​ພາບ ​ໃນ​ນະ​ຄອນ​ຫລວງ​ພະ​ນົມ​ເປັນ ເພື່ອ​ເຂົ້າ​ຮ່ວ​ມ​​ກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ​ລະ​ຫວ່າງອາ​ຊຽນ-ຈີນ (ASEAN-China) ທີ່​ຈັດທາງ​ອອນ​ລາຍໃນວັນ​ທີ 22 ພະ​ຈິກ, 2021 (ພາບ​ຖ່າຍໂດຍ An Khoun Sam Aun/ ໂທ​ລະ​ພາບ​ແຫ່ງ​ຊາດ​ກໍ​ປູ​ເຈຍ)

ນາຍົກລັດຖະມົນຕີກຳປູເຈຍ ທ່ານຮຸນ ເຊນ ກຳລັງຢ້ຽມຢາມມຽນມາໃນອັນທີ່ ທ່ານເວົ້າວ່າ ເປັນການເດີນທາງ​ໄປເພື່ອຟື້ນຟູສັນຕິພາບ ຫລັງການຍຶດອຳນາດ ຂອງທະຫານໃນວັນທີ 1 ກຸມພາ ແຕ່ພວກທີ່​ຕຳ​ໜິ​ທ່ານກ່າວວ່າ ເປັນການເຮັດ​ໃຫ້ການຍຶດອຳນາດຂອງກອງທັບຖືກຕ້ອງຊອບ​ທຳ, ອີງ​ຕາມ​ອົງ​ການຂ່າວເອ​ພີ (AP.)

ວິດີໂອຖ່າຍ​ທອດສົດ ໃນໜ້າເຟສບຸກທາງການຂອງທ່ານຮຸນ ເຊນ ໄດ້ສະແດງ ໃຫ້ເຫັນວ່າ​ ທ່ານຖືກຮັບຕ້ອນຈາກເຈົ້າໜ້າທີ່ຂັ້ນ​ສູງຂອງມຽນມາ ຫຼັງຈາກທ່ານ ເດີນທາງໄປຮອດນະຄອນຫຼວງເນ​ປີ​ດໍຂອງມຽນມາແລ້ວໃນວັນສຸກມື້ນີ້. ສື່​ມວນ​ຊົນຂອງລັດຖະ​ບານມຽນມາ​ຍັງ​ໄດ້​ອອກ​ອາກາດ​ການ​ເດີນທາງໄປເຖິງ​ຂອງ​ທ່ານ.

ທ່ານ​ຮຸນ​ ເຊນ​ ເອງ​ກໍເປັນ​ຜູ້​ນຳ​ທີ່ຜະ​ເດັດ​ການທີ່​ກຳ​ອຳນາດ​ມາ​ເປັນ​ເວລາ 36 ປີ ​ແລ້ວ ແລະ​ຮັກສາ​ການຄວບ​ຄຸມຢ່າງ​ເຄັ່ງ​ຄັດ​ຕໍ່ການ​ເຄື່ອນ​ໄຫວ​ທາງ​ການ​ເມືອງ​ຢູ່ ໃນ​ກຳປູ​ເຈຍ. ທ່ານ​ເປັນ​ປະມຸກ​ລັດ​ຄົນ​ທຳ​ອິດ ​ທີ່ໄປ​ຢ້ຽມຢາມ​ມຽນມາ​ ນັບ​ແຕ່​ມີການ​ກໍ່​ລັດຖະປະຫານ​ທີ່​ໄດ້​ໂຄ່ນ​ລົ້ມ​ລັດຖະບານຖືກ​ເລືອກ​ຕັ້ງ​ຂອງ​ທ່ານ​ນາງອອງ ຊານ ຊູ​ຈີ ລົງ.

ກຳປູ​ເຈຍ​ເປັນ​ປະທານ​ວຽນ​ຂອງ​ສະ​ມາ​ຄົມປະຊາ​ຊາດ​ເອ​ເຊຍຕາ​ເວັນ​ອອກ​ສຽງ​ໃຕ້ ຫລື​ອາ​ຊຽນ ​ແລະ ທ່ານຮຸນ ເຊນ ມີ​ແຜນ​ທີ່ຈະ​ພົບ​ປະ​ກັບ​ຜູ້ນຳ​ລະ​ດັບສູງຂອງນຳ​ມຽນມາ, ນາ​ຍພົນມິນ ອອງ​ ລາຍ (Min Aung Hlaing) ​ເພື່ອ​ຊຸກຍູ້​ແຜນການ​ສັນຕິພາບ 5 ຂໍ້​ສຳ​ລັບມຽນມາທີ່​ອາ​ຊຽນ​ໄດ້​ຮັບຮອງເອົາ​ໃນ​ປີ​ກາຍ​ນີ້.

ພວກ​ປະ​ທ້ວງ​ຈູດພາບ​ຂອງ​ນາ​ຍົກ​ Hun Sen ຢູ່ໃນການ​ໂຮມ​ຊຸມ​ນຸມຢູ່ເມືອງ​ແມນ​ດາ​ເລຂອງ​ມຽນ​ມາໃນວັນ​ທີ 3 ມັງ​ກອນ, 2022 ເພື່ອ​ຄັດ​ຄ້ານ​ການ​ທີ່​ຈະ​ໄປ​ຢ້ຽມ​ຢາມມຽນ​ມາ​ຂອງ​ເພິ່ນ
ພວກ​ປະ​ທ້ວງ​ຈູດພາບ​ຂອງ​ນາ​ຍົກ​ Hun Sen ຢູ່ໃນການ​ໂຮມ​ຊຸມ​ນຸມຢູ່ເມືອງ​ແມນ​ດາ​ເລຂອງ​ມຽນ​ມາໃນວັນ​ທີ 3 ມັງ​ກອນ, 2022 ເພື່ອ​ຄັດ​ຄ້ານ​ການ​ທີ່​ຈະ​ໄປ​ຢ້ຽມ​ຢາມມຽນ​ມາ​ຂອງ​ເພິ່ນ

ທ່ານ​ຮຸນ​ ເຊນ ກ່າວ​ໃນ​ວັນ​ພຸດ​ຜ່ານ​ມາທີ່​ນະ​ຄອນ​ຫລວງ​ພະນົມ​ເປັນ​ ວ່າທ່ານ​ບໍ່​ໄດ້​ຕັ້ງ​ເງື່ອນ​ໄຂໃດໆໄວ້​ລ່ວງ​ໜ້າ​ໃດ ກ່ອນ​ການ​ໄປຢ້ຽມຢາມ​ຂອງ​ທ່ານ.

ທ່ານ​ກ່າວ​ໃນ​ຕອນ​ແລງ​ວັນ​ພຸດ​ຜ່ານ​ມາ​ນີ້​ວ່າ “ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຢາກ​ນຳ​ເຂົ້າມາ​ເຈ​ລະ​ຈາ​ ແມ່ນ​ບໍ່​ມີ​ຫຍັງ​ນອກ​ເໜືອ​ໄປ​ຈາກ 5 ຂໍ້​ ທີ່​ເປັນຂໍ້ໄດ້​ຮັບຄວາມ​ເປັນເອ​ກະ​ສັນ​ກັນ​ ​ເຫັນ​ດີ​ນຳ​ກັນ​ໂດຍ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກຂອງ​ອາ​ຊຽນ.

ຂໍ້​ສະ​ເໜີ​ດັ່ງກ່າວ​ຮຽກຮ້ອງ​ໃຫ້​ຍຸດຕິການ​ໃຊ້​ຄວາມ​ຮຸນ​ແຮງ​ທີ່ມີ​ຂຶ້ນ​ ​ຫລັງການ​ຍຶດອຳ​ນາດ​ຂອງ​ທະຫານ, ​ເຈລະຈາ​ກັບ​ຝ່າຍ​ຄ້ານ​ກ່ຽວ​ກັບ​ການ​ແກ້​ໄຂ​ໂດຍສັນຕິ​ວິທີ ​ແລະອະນຸຍາດ​ໃຫ້​ທູດ​ພິ​ເສດ​ອາ​ຊຽນ ​ພົບ​ປະ ແລະໄກ່​ເກ່ຍ​ກັບ​ທຸກ​ຝ່າຍ ທີ່​ຢູ່​ໃນ​ການ​ຂັດ​ແຍ້ງ​ກັນ​ນັ້ນ..

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG