ນາຍົກລັດຖະມົນຕີຄົນໃໝ່ຂອງ ກຳປູເຈຍ, ນາຍພົນ ຮຸນ ມາເນດ, ໄດ້ທຳການທົດສອບ ເມື່ອທ້າຍອາທິດທີ່ຜ່ານມາ ສຳລັບສາຍພົວພັນຕ່າງປະເທດທີ່ສຳຄັນທີ່ສຸດຂອງທ່ານ, ໂດຍໄດ້ຕ້ອນຮັບລັດຖະມົນຕີການຕ່າງປະເທດ ຈີນ ທ່ານ ຫວັງ ຢີ ໃນລະຫວ່າງການຢ້ຽມຢາມນະຄອນຫຼວງ ພະນົມເປັນ.
ທ່ານ ຮຸນ ມາເນດ ໄດ້ຮັບປະກັນຕໍ່ທ່ານ ຫວັງ ຢີ ວ່າລັດຖະບານໃໝ່ຂອງ ກຳປູເຈຍ ຈະຍັງຄົງມີ “ທ່າທີທີ່ບໍ່ປ່ຽນແປງ” ຕໍ່ນະໂຍບາຍ ຈີນດຽວ ຂອງປັກກິ່ງ ແລະ “ນະໂຍບາຍບໍ່ແຊກແຊງ” ຕໍ່ ຈີນ, ອີງຕາມຂໍ້ຄວາມໃນໜ້າ ເຟສບຸກ ຂອງຜູ້ນຳກຳປູເຈຍ.
ທ່ານ ຮຸນ ມາເນດ ຍັງໄດ້ຕົກລົງທີ່ຈະເຂົ້າຮ່ວມກອງປະຊຸມໂຄງການລິເລີ່ມນຶ່ງແລວທາງນຶ່ງເສັ້ນທາງໃນ ຈີນ ກາງເດືອນຕຸລານີ້, ເຊິ່ງມີຄວາມເປັນໄປໄດ້ວ່າຈະເປັນນຶ່ງໃນການເດີນທາງໄປຕ່າງປະເທດຄັ້ງທຳອິດຂອງທ່ານ ຫຼັງຈາກໄດ້ສາບານຕົວເຂົ້າຮັບຕຳແໜ່ງໃນທ້າຍເດືອນນີ້. ທ່ານຈະເຂົ້າຮ່ວມງານວາງສະແດງ ຈີນ-ອາຊຽນ ທີ່ເມືອງ ໜານໜິງ, ເຊິ່ງແມ່ນເມືອງເອກພາກພື້ນ ກວາງຊີ ທາງພາກໃຕ້ຂອງປະເທດ.
ຫຼັງຈາກການຢ້ຽມນະຄອນຫຼວງ ພະນົມເປັນ, ທ່ານ ຫວັງ ຢີ ໄດ້ກ່າວວ່າ ກອງປະຊຸມດັ່ງກ່າວຈະສົ່ງເສີມ “ຂະແໜງການພັດທະນາອຸດສາຫະກຳ” ແລະ “ຂະແໜງການປາ ແລະ ເຂົ້າ,” ພ້ອມກັບ “ເສີມຂະຫຍາຍຄວາມສາມາດສຳລັບການພັດທະນາຢ່າງເປັນອິດສະຫລະໃນລະດັບທີ່ວ່ອງໄວຂອງ ກຳປູເຈຍ,” ອີງຕາມຖະແຫຼງການສະບັບນຶ່ງ ຢູ່ເວັບໄຊ້ສະຖານທູດຂອງ ຈີນ.