ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊະຕາກໍາ ຂອງກໍາປູເຈຍ ​ກຳ​ນົດ​ໂດຍໄຊຊະນະຂອງ ທ່ານຮຸນ ເຊນ

ນາຍົກລັດຖະມົນຕີ ຮຸນ ເຊນ ຈາກພັກປະຊາຊົນກໍາປູເຈຍ (CPP) ຍົກບັດລົງຄະແນນເລືອກຕັ້ງຂອງທ່ານຂຶ້ນ ກ່ອນປ່ອນບັດລົງຄະແນນ ຢູ່ທີ່ສູນປ່ອນບັດເລືອກຕັ້ງ ເມືອງ Takhmua ແຂວງ Kandal, ພາກຕາເວັນອອກສຽງໃຕ້ຂອງນະຄອນຫຼວງພະນົມເປັນ, ກໍາປູເຈຍ, ວັນທີ 23 ກໍລະກົດ 2023.

ການໂອນອໍານາດ ຈາກພໍ່ມາສູ່ລູກຊາຍ ຄາດວ່າຈະມີຂຶ້ນໃນທ້າຍເດືອນໜ້ານີ້ ລຸນຫຼັງນາຍົກລັດຖະມົນຕີຮຸນ ເຊນ ແລະພັກປະຊາຊົນກໍາປູເຈຍຫຼື ພັກ CPP ທີ່ປົກຄອງປະເທດມາຍາວນານຂອງທ່ານ, ດໍາເນີນຕາມຄວາມຄາດຫວັງ ແລະຂະຫຍາຍອໍານາດຂອງພວກເຂົາ ດ້ວຍການຊະນະການແຂ່ງຂັນການເລືອກຕັ້ງໃນວັນອາທິດແລ້ວນີ້ ດ້ວຍການ​ຊະ​ນະ 120 ບ່ອນນັ່ງ ຂອງຈໍານວນ​ທັງ​ໝົດ 125 ບ່ອນ ໃນສະພາ.

ມັນເປັນຜົນຮັບທີ່ບໍ່ສາມາດຫຼີກລ່ຽງໄດ້ ສໍາລັບການເລືອກຕັ້ງແຫ່ງຊາດທີ່ໄດ້ອະ ທິບາຍໂດຍກະຊວງການຕ່າງປະເທດຂອງສະຫະລັດ ເນື່ອງຈາກມັນ “ບໍ່ມີທັງເສລີພາບ ແລະບໍ່ມີຄວາມຍຸຕິທໍາ” ລຸນຫຼັງມີການຕັດສິດພັກແສງ ເຊິ່ງເປັນພັກຝ່າຍຄ້ານ, ແລະມີການປາບປາມອົງການຂ່າວອິດສະຫຼະ ພ້ອມທັງບັນດາຜູ້ຄັດ ຄ້ານ ທີ່ຕໍ່ຕ້ານຕໍ່ລະບອບການປົກຄອງຜະເດັດການ.

ທ່ານຮຸນ ມາເນດ, ກາງ, ຈາກພັກປະຊາຊົນກໍາປູເຈຍ (CPP), ລູກຊາຍຂອງນາຍົກລັດຖະມົນຕີກໍາປູເຈຍ ທ່ານຮຸນ ເຊນ, ພ້ອມທັງເປັນຜູ້ບັນຊາການກອງທັບອີກດ້ວຍ, ສະແດງໃຫ້ເຫັນນິ້ວມືທີ່ມີນໍ້າມຶກຂອງທ່ານ ຢູ່ດ້ານນອກສູນປ່ອນບັດເລືອກຕັ້ງ ລຸນຫຼັງປ່ອນບັດລົງຄະແນນ ໃນນະຄອນຫຼວງພະນົມເປັນ, ກໍາປູເຈຍ, ວັນທີ 23 ກໍລະກົດ 2023.

ກະຊວງການຕ່າງປະເທດກ່າວວ່າ ສະຫະລັດ ໄດ້ດໍາເນີນບາດກ້າວຕ່າງໆໂດຍກໍານົດຂໍ້ຈໍາກັດຕ່າງໆທາງວີຊາ “ຕໍ່ບຸກຄົນທີ່ເປັນບ່ອນທໍາລາຍລະບອບປະຊາທິ ປະໄຕ” ແລະໄດ້ “ຢຸດການດໍາເນີນງານ ໂຄງການການຊ່ວຍເຫຼືອຕ່າງປະເທດໄວ້ຊົ່ວຄາວ.” ປະເທດອື່ນໆ ເຊິ່ງລວມມີອອສເຕຣເລຍ ແລະບັນດາປະເທດຕ່າງໆຢູ່ໃນສະຫະພາບຢູໂຣບ ກໍໄດ້ປະນາມຂັ້ນຕອນການເລືອກຕັ້ງດັ່ງກ່າວນີ້ເຊັ່ນກັນ.

ແຫຼ່ງຂ່າວກ່າວວ່າ ລູກຊາຍກົກຂອງ ທ່ານຮຸນ ເຊນ, ທ່ານຮຸນ ມາເນດ ຈະເຂົ້າສາບານໂຕ ເປັນນາຍົກລັດຖະມົນຕີ ໃນວັນທີ 29 ສິງຫານີ້, ເມື່ອມີກໍານົດການປະຊຸມສະພາແຫ່ງຊາດ ລຸນຫຼັງທ່ານຮຸນ ເຊນ ອາຍຸ 70 ສິ້ນສຸດການຄາດຄະເນກ່ຽວກັບວ່າ ເມື່ອໃດທ່ານຈະລົງຈາກຕໍາແໜ່ງ

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG