ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

'ຄຸນ​ນະ​ວຸດ​ທິ ຂອງພັກປະຊາທິປະໄຕ' ກໍາປູເຈຍ ແມ່ນ​ມີ​ຄວາມ​ສ່ຽງ​ ໃນການເລືອກຕັ້ງທ້ອງຖິ່ນ ກຳ​ປູ​ເຈຍ


ແຟ້ມຮູບ-ນາຍົກລັດຖະມົນຕີຂອງກໍາປູເຈຍ ທ່ານຮຸນ ເຊັນ, ກ່າວຄໍາປະໄສໃນນະຄອນຫຼວງພະນົມເປັນ, ກໍາປູເຈຍ, ເມື່ອວັນທີ 21 ມີນາ 2022.
ແຟ້ມຮູບ-ນາຍົກລັດຖະມົນຕີຂອງກໍາປູເຈຍ ທ່ານຮຸນ ເຊັນ, ກ່າວຄໍາປະໄສໃນນະຄອນຫຼວງພະນົມເປັນ, ກໍາປູເຈຍ, ເມື່ອວັນທີ 21 ມີນາ 2022.

ການເລືອກຕັ້ງປະຈໍາທ້ອງຖິ່ນ ໃນວັນທີ 5 ມິຖຸນານີ້ ຄາດວ່າ ຈະເປັນການສູ້ກັນໃນປະເດັນກ່ຽວກັບເຫດຜົນທາງດ້ານເສດຖະກິດ ແລະສະພາບແວດລ້ອມ, ແຕ່ນັກວິເຄາະກ່າວກັບ VOA ວ່າ ການ​ປ່ອນ​ບັດຂອງປະຊາຊົນ ຈະ​ສະ​ໜອງ​ ຂໍ້​ມູນ​ທີ່ສໍາຄັນທັງໝົດ ໃນ​ການກວດ​ສອບ​ເບິ່ງ​ການປົກຄອງ​ແບບຜະເດັດການຂອງລັດຖະບານນາຍົກລັດຖະມົນຕີຮຸນເຊັນ.

ພວກເຂົາເຈົ້າກ່າວວ່າ ພັກປະຊາຊົນກໍາປູເຈຍ ທີ່ກໍາອໍານາດ ມາເປັນເວລາດົນນານຂອງທ່ານນັ້ນ ຈະໄດ້ຮັບໄຊຊະນະໃນການແຂ່ງຂັນຢ່າງແນ່ນອນ, ເນື່ອງຈາກໃນປີ 2017 ໄດ້ມີການຍຸບພັກກູ້ຊາດກໍາປູເຈຍ ຫຼື CNRP ໂດຍພັກດັ່ງ ກ່າວເກືອບວ່າມີຄະແນນນິຍົມໃກ້​ຄຽງ​ຢ່າງຫຼວງ​ຫຼາຍ ໃນການ​ລົງ​ຄະ​ແນນ​ສຽງຂອງປະຊາຊົນ.

ການປາບປາມຜູ້ສະໜັບສະໜຸນພັກ CNRP ເພີ້ມຂຶ້ນໃນຊ່ວງສອງປີທີ່ຜ່ານມາ ໄດ້ເຮັດໃຫ້ນັກການເມືອງຝ່າຍຄ້ານ ມີຄວາມສັບສົນວຸ້ນວາຍ ແລະພະຍາຍາມທຸກຢ່າງໃນການສ້າງຕັ້ງພັກຂຶ້ນມາໃໝ່. ຜູ້ສະໜັບສະໜຸນບາງຄົນ ໄດ້ອ້າງວ່າ ພວກເຂົາເຈົ້າຖືກທໍາຮ້າຍຮ່າງກາຍ, ນຶ່ງໃນນັ້ນ ຖືກມີດແທງ ຈົນເສຍຊີວິດໃນເດືອນພະຈິກເມື່ອປີແລ້ວນີ້ ເຊິ່ງໄດ້ເຮັດໃຫ້ມີການຍື່ນຄໍາຮ້ອງ ເພື່ອຮ້ອງຮຽນຕໍ່ຄະນະກໍາມະການເລືອກຕັ້ງແຫ່ງຊາດ.

ທ່ານອູ ວິຣັກ (Ou Virak), ປະທານຂອງກຸ່ມຟີວເຈີ ຟໍລໍາ (Future Forum) ບອກກັບ VOA ວ່າ ການປ່ອນ​ບັດຂອງປະຊາຊົນດັ່ງກ່າວນີ້ ​ອາດ​ໃຊ້​ເປັນການລົງປະຊາມະຕິ ຕໍ່​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ ໃນລະຫວ່າງກວດສອບເບິ່ງ​ຄວາມ​ຮູ້​ສຶກຂອງຜູ້ມີສິດລົງຄະແນນສຽງ ໃນ​ສະພາບແວດລ້ອມຫຼັງ​ຈາ​ກ​ການ​ຍຸບພັກ CNRP.

ທ່ານກ່າວວ່າ “ເຫດຜົນທີ່ສໍາຄັນໃນການເລືອກຕັ້ງທ້ອງຖິ່ນຄັ້ງຕໍ່ໄປນີ້ ແມ່ນການເລືອກຕັ້ງດ້ວຍຕົນເອງ. ປະເດັນຫຼັກກໍຄື ເຖິງແມ່ນວ່າການເລືອກຕັ້ງຈະເກີດຂຶ້ນໄດ້ຫຼືບໍ່, ເຖິງແມ່ນວ່າການເລືອກຕັ້ງຈະຖືກມອງວ່າມີຄວາມໝາຍສໍາຄັນໃນສາຍ ຕາຂອງປະຊາຊົນຊາວກໍາປູເຈຍຫຼືບໍ່, ເຖິງແມ່ນວ່າພວກເຂົາເຈົ້າສາມາດຖືໄດ້ວ່າມັນຍຸຕິທໍາ ແລະມີເສລີພາບຫຼືບໍ່.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG