ສິບປີໃນການບູລະນະສ້າງສາຖະໜົນຫົນທາງ ເພື່ອທົດແທນໂຄງລ່າງພື້ນຖານທີ່ໄດ້ຮັບຄວາມເສຍຫາຍໃນໄລຍະຫຼາຍໆທົດສະວັດຂອງສົງຄາມກາງເມືອງນັ້ນ ເຮັດໃຫ້ກຳປູເຈຍມີຖະໜົນຫົນທາງໃໝ່ໆ ດີໆ ຈຳນວນນຶ່ງໄວ້ໃຊ້.
ແຕ່ຖະໜົນຫົນທາງເຫຼົ່ານີ້ບໍ່ໄດ້ມີການດຳເນີນການຫຍັງຫຼາຍເພື່ອປັບປຸງຄວາມປອດໄພຢູ່ ໃນປະເທດທີ່ມີຄົນຂັບລົດໃໝ່ ບໍ່ໄດ້ຮັບການຝຶກອົບຮົມມາຢ່າງພຽງພໍ ເປັນຈຳນວນຫຼາຍໆ ພັນຄົນ. ລົດໃຫຍ່ແລະລົດຈັກຊຶ່ງຄັ້ງນຶ່ງເຄີຍແລ່ນໄປມາຊ້າໆຕາມຖະໜົນຫົນທາງທີ່ເປັນຂຸມຂະລຸກຂະລັກນັ້ນ ມາບັດນີ້ ໄດ້ແລ່ນດ້ວຍຄວາມໄວສູງ.
ເມື່ອ 6 ປີກ່ອນ ກະຊວງຂົນສົ່ງຂອງກຳປູເຈຍໄດ້ຈົດທະ ບຽນລົດໃໝ່ຈຳນວນ 38,000 ຄັນ. ແຕ່ມາຮອດປີກາຍນີ້ ຈຳນວນລົດໄດ້ເພີ້ມຂຶ້ນເປັນ 307,000 ຄັນ.
ໂຕເລກດັ່ງກ່າວເມື່ອສົບທຽບໃສ່ກັບຄວາມຈິງທີ່ວ່າມີນາຍຄູສອນຂັບລົດທີ່ຈົດທະບຽນແຕ່ ພຽງ 51 ຄົນແລ້ວ ຜົນຮັບກໍຄືມີຊາວກຳປູເຈຍໃນຈຳນວນເພີ່ມຂຶ້ນ ໄດ້ເສຍຊີວິດຍ້ອນອຸ ບັດຕິເຫດບົນທ້ອງຖະໜົນແບບທີ່ບໍ່ເຄີຍມີມາກ່ອນ.
ໃນປີກາຍນີ້ ມີ 1,700 ກວ່າຄົນໄດ້ເສຍຊີວິດ ຊຶ່ງເພີ່ມຂຶ້ນເປັນເກືອບ 2 ເທົ່າຂອງຈຳ ນວນຜູ້ເສຍຊີວິດໃນປີ 2005.
ທ່ານ Preap Chanvibol ອະທິບໍດີກົມຂົນສົ່ງທາງບົກຂອງລັດກຳປູເຈຍແລະທ່ານໄດ້ພົວພັນກັບໂຄງການໆສຶກສາເລື່ອງຄວາມປອດໄພ ຢູ່ໃນຄະນະກຳມະການແຫ່ງຊາດຮັບ ຜິດຊອບເລື່ອງຄວາມປອດໄພບົນທ້ອງຖະໜົນ.
ທ່ານເວົ້າວ່າ ກຳປູເຈຍມີອັດຕາຜູ້ເສຍຊີວິດຍ້ອນອຸບັດຕິເຫດຂີ້ຮ້າຍກວ່າໝູ່ໃນສະມາຄົມ ບັນດາປະຊາຊາດໃນເຂດເອເຊຍຕາເວັນອອກສຽງໃຕ້ ຫຼືອາຊ່ຽນ ຊຶ່ງທ່ານກ່າວກ່ຽວກັບເລື່ອງນີ້ວ່າ.
"ຖ້າຫາກພວກເຮົາສົມທຽບກັບສະມາຄົມອາຊ່ຽນ ສໍາລັບອັດຕາການເສຍຊີວິດຕໍ່ລົດ
10,000 ຄັນແລ້ວ ອັດຕາຢູ່ໃນກໍາປູເຈຍແມ່ນ ສູງກວ່າປະເທດອື່ນໆໃນສະມາຄົມ
ອາຊ່ຽນ. ຕົກມາເຖິງປີ 2009 ນັ້ນ ອັດຕາການຕາຍແມ່ນປະມານ 12 ຄົນຕໍ່ລົດ
10,000 ຄັນ ສໍາລັບກໍາປູເຈຍ."
ທ່ານ Preap Chanvibol ກ່າວວ່າ ຫຼາຍກວ່າເຄິ່ງນຶ່ງຂອງຈຳນວນຜູ້ເສຍຊີວິດແມ່ນມີ ສາເຫດມາຈາກການແລ່ນລົດໄວເກີນຂອບເຂດແລະກິນເຫຼົ້າເມົາ.
ແລະໃນປະເທດບ່ອນທີ່ 90% ຂອງຍານພາຫະນະຈົດທະບຽນໃໝ່ເປັນລົດຈັກນັ້ນ ການໄດ້ຮັບບາດເຈັບທີ່ຫົວກໍເປັນສາເຫດທີ່ສຳຄັນຂອງການເສຍຊີວິດ.
ການຮັບມືຂອງລັດຖະບານກໍແມ່ນແກ້ໄຂບັນສຳຄັນໆເຫຼົ່ານີ້ ຊຶ່ງທ່ານ Preap Chanvibol ກ່າວຊີ້ແຈງຕື່ມວ່າ.
"ພວກເຮົາແມ່ນສຸມໃສ່ສາມກໍລະນີເຫລົ່ານີ້ ຄືຈໍາກັດຄວາມໄວໃນການຂັບລົດ ເມົາເຫລົ້າຂັບລົດ ແລະອັນທີ່ສາມ ກໍແມ່ນການສວມໝວກກັນນ໊ອກ ເພາະວ່າ ຫລາຍ ກວ່າ 70 ເປີເຊັນ ຂອງການເສຍຊີວິດຍ້ອນອຸບັດເຫດລົດຈັກນັ້ນ ແມ່ນຕາຍຍ້ອນບາດເຈັບສາຫັດທີ່ຫົວ. ສະນັ້ນ ພວກເຮົາຈຶ່ງສຸມໃສການບັງຄັບໃຫ້ສວມ ໝວກກັນນ໊ອກນັ້ນນໍາ."
ດັ່ງດຽວກັນກັບປະເທດທີ່ກຳລັງພັດທະນາອື່ນໆ ຊາວກຳປູເຈຍບໍ່ສາມາດຊື້ລົດໃຫຍ່ໄດ້ ດັ່ງນັ້ນພວກເຂົາເຈົ້າຈຶ່ງຊື້ລົດຈັກມາໃຊ້ກັນ.
ແຕ່ມາຈົນຮອດເມື່ອ 2 ປີກ່ອນ ມີຊາວກຳປູເຈຍໃນຈຳນວນພຽງເລັກນ້ອຍທໍ່ນັ້ນມີໝວກ ກັນກະທົບຫຼືກັນນອັກເປັນຂອງຕົນເອງ ແລະມີຄົນໃສ່ໝວກດັ່ງກ່າວ ບໍ່ຮອດ 10% ຊໍ້າ.
ນາງ Sann Socheata ແມ່ນເຈົ້າໜ້າທີ່ກຳກັບເລື່ອງຄວາມປອດໄພບົນທ້ອງຖະໜົນຂອງອົງການ Handicap International ຈາກແບລຢ້ຽມ ຊຶ່ງເປັນອົງການຊ່ອຍເຫຼືອ ທີ່ຊຸກຍູ້ໃຫ້ມີຄວາມປອດໄພບົນທ້ອງຖະໜົນຢູ່ກຳປູເຈຍ ນັບແຕ່ ປີ 2004 ເປັນຕົ້ນມາ.
ອົງການ Handicap Inter-
national ແບລຢ້ຽມ ໃຫ້
ການສະໜັບສະໜຸນຕຳຫຼວດ
ຈະລາຈອນໃນການປະຕິບັດ
ກົດໝາຍ ໃນເມື່ອວ່າການ
ບັງຄັບໃຊ້ກົດໝາຍແມ່ນຖື
ເປັນເລື່ອງສຳຄັນ ແລະອົງ
ການດັ່ງກ່າວໄດ້ດຳເນີນງານ
ຮ່ວມກັບກະຊວງສຶກສາຂອງ
ກຳປູເຈຍໃນການສິດສອນພວກເດັກນ້ອຍ ກ່ຽວກັບເລື່ອງຄວາມປອດໄພບົນທ້ອງຖະໜົນ. ນາງ Sann Socheata ໃຫ້ການຊີ້ແຈງວ່າ:
"ພວກເຮົາໄດ້ເລີ້ມໂຄງການສຶກສານີ້ມາຕັ້ງແຕ່ ປີ 2004 ສະນັ້ນ ມາຮອດດຽວນີ້ ທຸກໂຮງຮຽນປະຖົມໃນກຳປູເຈຍ ແມ່ນໄດ້ຮວມເອົາວິຊາຄວາມປອດໄພໃນທ້ອງຖະໜົນ ເຂົ້າໃນຫລັກສູດການຮຽນ. ແລະພວກເຮົາກໍຍັງມີແຜນ ເອົາການສຶກສາອັນນີ້ເຂົ້າໃສ່ໃນຫລັກສູດຂອງຊັ້ນອຸດົມ ຫລືມັດທະຍົມຕອນປາຍສືບຕໍ່ໄປ ພາຍໃນວົງເຂດຂອງຄະນະກຳມະການວ່າດ້ວຍຄວາມປອດໄພໃນທ້ອງຖະໜົນແລະ ກະຊວງສຶກສາ."
ນາງເວົ້າວ່າ ບາດກ້າວສຳຄັນສຸດໃນໄລຍະສອງສາມປີຜ່ານມານີ້ກໍແມ່ນກົດໝາຍປີ 2009 ທີ່ບັງຄັບໃຫ້ຄົນຂັບລົດຈັກຕ້ອງໃສ່ໝວກກັນກະທົບຫຼືຖ້າບໍ່ດັ່ງນັ້ນກໍຈະຖືກປັບ ໄໝ. ປັດຈຸບັນນີ້ ມີພວກຂັບລົດຈັກຫຼາຍກວ່າ 80% ພາກັນໃສ່ໝວກກັນກະທົບຢ່າງ ນ້ອຍກໍໃສ່ກັນໃນຕອນກາງເວັນ.
ດ້ວຍເຫດຜົນດັ່ງກ່າວນີ້ຈຶ່ງເຮັດໃຫ້ມີຜູ້ເສຍຊີວິດຈາກການໄດ້ຮັບບາດເຈັບທີ່ຫົວຍ້ອນອຸບັດຕິເຫດທາງລົດຈັກ ໃນຈຳນວນທີ່ບໍ່ຫຼາຍ ແຕ່ກໍຍັງມີອຸບປະສັກທີ່ສຳຄັນຫຼາຍຢ່າງ.
ທ່ານ Preap Chanvibol ຈາກກົມຂົນສົ່ງທາງບົກຂອງກຳປູເຈຍກ່າວວ່າ ມີພວກໃສ່ໝວກກັນກະທົບບໍ່ຫຼາຍໃນຕອນກາງຄືນ ຍ້ອນຕຳຫຼວດຈະລາຈອນເຮັດວຽກ ແຕ່ໃນຕອນກາງເວັນທໍ່ນັ້ນ.
ແຕ່ເລື່ອງດັ່ງກ່າວນີ້ຈະມີການປ່ຽນແປງໃນປີໜ້າເວລາຕຳຫຼວດຈະລາຈອນເລີ້ມເຮັດວຽກ ໃນຕອນກາງຄືນ ຊຶ່ງຈະພາໃຫ້ພວກທີ່ກິນເຫຼົ້າເມົາແລ້ວຂັບລົດ ຫຼຸດລົງນຳດ້ວຍ.
ນອກນັ້ນ ລັດຖະບານກຳປູເຈຍຍັງມີແຜນການທີ່ຈະດັດແປງແກ້ໄຂກົດໝາຍທີ່ບັງຄັບໃຫ້ ພວກຊ້ອນທ້າຍລົດຈັກ ບໍ່ພຽງແຕ່ຄົນຂັບທໍ່ນັ້ນ ໃສ່ໝວກກັນກະທົບ.
ຕຳຫຼວດຍັງໄດ້ຮັບເຄື່ອງມືໃໝ່ທີ່ຈະຈັບພວກຂັບລົດໄວ ແລະກິນເຫຼົ້າເມົາແລ້ວຂັບລົດ ມີຄືເຄື່ອງຈັບຄວາມໄວແລະເຄື່ອງກວດຄວາມເມົາ.
ນາງ Sann Socheata ຈາກອົງການ Handicap International ແບລຢ້ຽມກ່າວວ່າ ແນວໃດກໍຕາມຈຳນວນຜູ້ເສຍຊີວິດບົນທ້ອງຖະໜົນຂອງກຳປູເຈຍຍັງຈະສືບຕໍ່ເພີ້ມຂຶ້ນໃນ ທົດສະວັດໜ້າຂະນະທີ່ຖະໜົນຫົນທາງຈະມີທັງຍວດຍານພາຫະນະສັນຈອນໄປມາຫຼາຍ ຂຶ້ນແລະໄດ້ຮັບການປັງປຸງໃຫ້ດີກວ່າເກົ່າ.
ສິ່ງທີ່ລັດຖະບານແລະກຸ່ມປ້ອງກັນຄວາມປອດໄພບົນທ້ອງຖະໜົນສາມາດຄາດຫວັງໄວ້ກໍຄືແຜນປະຕິບັດງານແຫ່ງຊາດກ່ຽວກັບຄວາມປອດໄພບົນທ້ອງຖະໜົນທີ່ຈະຊ່ອຍເຮັດໃຫ້ ອັດຕາການເພີ້ມຂຶ້ນຂອງການເສຍຊີວິດຊັກຊ້າລົງ.
"ແຕ່ວ່າ ຜ່ານການຈັດຕັ້ງປະຕິບັດແຜນການດຳເນີນງານລະດັບຊາດ ໂດຍມີ
ຊັບພະຍາກອນຕ່າໆຢ່າງພຽງພໍນັ້ນ ພວກເຮົາຫວັງວ່າ ຈະສາມາດຫລຸດຈຳ
ນວນຄົນເສຍຊີວິດ ລົງໄດ້ປະມານ 30%. ນັ້ນໝາຍຄວາມວ່າ ໂດຍຜ່ານ
ການຈັດຕັ້ງປະຕິບັດທີ່ຖືກຕ້ອງ ແລະມີຊັບພະຍາກອນຢ່າງພຽງພໍ ກຳປູເຈຍ
ກໍຈະສາມາດຊ່ວຍຊີວິດຄົນໄວ້ໄດ້ 4,700 ຄົນ ໃນໄລຍະ 10 ປີຂ້າງໜ້າ."
ຖ້າແຜນການດັ່ງກ່າວຫາກໄດ້ຮັບທຶນສະໜັບສະໜຸນແລະມີການຈັດຕັ້ງປະຕິບັດຢ່າງຖືກ ຕ້ອງເໝາະສົມແລ້ວ ອົງການ Handicap International ແບລຢ້ຽມທຳນາຍວ່າ ພາຍ ໃນປີ 2020 ຈະມີຜູ້ເສຍຍ້ອນອຸບັດຕິເຫດບົນທ້ອງຖະໜົນໃນກຳປູເຈຍ 2,240 ຄົນຊຶ່ງ ປະມານ 500 ຄົນຫຼາຍກວ່າຜູ້ເສຍຊີວິດໃນປີກາຍນີ້ແຕ່ຈາກລະດັບການສັນຈອນໄປ ມາບົນທ້ອງຖະໜົນທີ່ຄາດວ່າຈະເພີ່ມຂຶ້ນນັ້ນ ມັນຈະເປັນຈຳນວນທີ່ໜ້ອຍຫຼາຍ ທຽບໃສ່ກັບປາສະຈາກແຜນການດັ່ງກ່າວ.