ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສານ​ຕ່າວປີ້ນ ຄໍາຕັດສິນ ຈຳຄຸກ ເຈົ້າຂອງສະຖານີ ວິທະຍຸ ກໍາປູເຈຍ (ວີດິໂອ)


ທ່ານ Mam Sonando ຊາຍອາຍຸ 71 ປີ, ຊຶ່ງເປັນ ເຈົ້າຂອງສະຖານີວິທະຍຸອິດ​ສະລະ ແລະນັກປຸກລະດົມ ສິດໃນດ້ານເປັນເຈົ້າຂອງທີ່ດິນຢືນຖ່າຍຮູບໃນຫ້ອງລໍຖ້າ ທີ່ສານອຸທອນໃນນະຄອນຫລວງພະນົມເປັນ ໃນວັນທີ 14 ມີນາ 2013
ທ່ານ Mam Sonando ຊາຍອາຍຸ 71 ປີ, ຊຶ່ງເປັນ ເຈົ້າຂອງສະຖານີວິທະຍຸອິດ​ສະລະ ແລະນັກປຸກລະດົມ ສິດໃນດ້ານເປັນເຈົ້າຂອງທີ່ດິນຢືນຖ່າຍຮູບໃນຫ້ອງລໍຖ້າ ທີ່ສານອຸທອນໃນນະຄອນຫລວງພະນົມເປັນ ໃນວັນທີ 14 ມີນາ 2013
ສານອຸທອນ​ຂອງ​ກໍາປູ​ເຈຍແຫ່ງນຶ່ງ ໄດ້ຕ່າວປີ້ນການລົງ​
ໂທດຕໍ່ເຈົ້າຂອງສະຖານີວິທະຍຸອິດ​ສະລະ ທີ່ຖືກຕັດສິນ​ໃຫ້
ຈໍາຄຸກ 20 ປີ ໃນຂໍ້ຫາຍຸຍົງ​ໃຫ້ກໍ່ການຈາລະຈົນນັ້ນ.

ສານໃນນະຄອນຫລວງພະນົມເປັນເວົ້າວ່າ ບໍ່ມີຫລັກຖານອັນໃດ
ທີ່ໃຊ້ເຂົ້າໃນການຕັດສິນຄະດີທ່ານ Mam Sonando ຊາຍອາ
ຍຸ 71 ປີ ຊຶ່ງການ ຈໍາຄຸກຂອງທ່ານເປັນເວລາ 8 ເດືອນ ໄດ້ເຮັດ
ໃຫ້ ເກີດມີການປະທ້ວງຈາກບັນດາກຸ່ມປົກປ້ອງສິດທິມະນຸດ
ແລະລັດຖະບານຂອງຕ່າງປະເທດທັງຫລາຍ.

ສານໄດ້ຍົກ​ເລີກຂໍ້ກ່າວຫາຕໍ່ຕ້ານລັດຖະບານຕໍ່ທ່ານ ​ແລະ​
ຕັດສິນ​ຝາກໂທດເປັນ​ເວລາຫ້າປີ​ແທນ ໃນຂໍ້ຫາທີ່ເບົາກວ່າ ທີ່ກ່ຽວຂ້ອງກັບການກໍ່ຄວາມ
ວຸ້ນວາຍ ຊຶ່ງເກີດມາຈາກກະແສຟອງຂອງການຂັບໄລ່ໃຫ້ຍົກຍ້າຍອອກຈາກທີ່ດິນ. ຄາດກັນວ່າທ່ານຈະຖືກປ່ອຍຕົວໃນທ້າຍອາທິດນີ້.

ອົງການນິລະໂທດກໍາສາກົນ ທີ່ຖືວ່າທ່ານ Sonando ເປັນນັກໂທດຈິດສໍານຶກນັ້ນ ມີ
ຄວາມຍິນດີນຳ​ການ​ເຄື່ອນ​ໄຫວດັ່ງກ່າວ ໂດຍຖືວ່າເປັນ “ບາດກ້າວໃນແງ່ດີສຳລັບ ເສລີພາບໃນການສະແດງຄວາມຄິດເຫັນ” ໃນກໍາປູເຈຍ. ແຕ່ອົງການດັ່ງກ່າວກໍເວົ້າ
ວ່າ ທ່ານ Sonando ບໍ່ຄວນໄດ້ຖືກຈໍາຄຸກເລີຍ ແລະວ່າ ການຕັດສິນທີ່ດຳ​ເນີນ​ໄ​ປ​ແລ້ວ
ນັ້ນ “ປະກົດວ່າ ບໍ່ມີມູນຄວາມຈິງຫຍັງເລີຍ”.



XS
SM
MD
LG