ທ່ານ Surya Subedi ຜູ້ຂຽນລາຍງານພິເສດກ່ຽວກັບ
ການເຄົາລົບນັບຖືສິດທິມະນຸດຂອງອົງການສະຫະປະຊາ
ຊາດກ່າວວ່າຈຸດປະສົງໃນການເດີນທາງໄປຢ້ຽມຢາມກຳ
ປູເຈຍຄັ້ງທີ 5 ກໍແມ່ນເພື່ອຊັ່ງຊາຕີລາຄາເບິ່ງວ່າສະພາ
ແຫ່ງຊາດດຳເນີນການໄດ້ດີປານໃດໃນການໃຫ້ຄວາມສະ
ໜັບສະໜຸນຕໍ່ການນັບຖືສິດທິຂອງປະຊາຊົນທຳມະດາສາ
ມັນໃນກຳປູເຈຍ.
ທ່ານກ່າວວ່າ ໃນຂະນະທີ່ການນັບຖືສິດທິມະນຸດ ໄດ້ຮັບ
ການປັບປຸງໃຫ້ດີຂຶ້ນຢູ່ໃນບາງພາກສ່ວນແຕ່ກໍໄດ້ມີຄວາມ
ລົ້ມແຫຼວ ຢ່າງສັງເກດເຫັນໄດ້ໃນດ້ານອື່ນໆອີກຫຼາຍດ້ານ
ເຊັ່ນໃນເລື່ອງກຳມະສິດທີ່ດິນແລະອິດສະຫຼະພາບໃນການ
ປາກເວົ້າ.
ພັກລັດຖະບານກຳປູເຈຍ ກຳບ່ອນນັ່ງຢູ່ໃນສະພາແຫ່ງຊາດຫຼາຍກວ່າສອງສ່ວນສາມ. ພັກ
ຝ່າຍຄ້ານຈົ່ມວ່າ ສະພາບການທີ່ວ່ານີ້ ອຳນວຍໃຫ້ພັກລັດຖະບານຮັບຜ່ານກົດໝາຍຕ່າງໆ ໂດຍປາດສະຈາກການພິຈາລະນາເບິ່ງຄວາມວິຕົກກັງວົນຂອງຜູ້ໃດກໍຕາມ.
ບັນດາສະມາຊິກສະພາຈາກພັກຝ່າຍຄ້ານ ທີ່ໄດ້ພາສະແດງຄວາມເຫັນຄັດຄ້ານຕໍ່ບັນຫາຈຳ
ນວນນຶ່ງໃນອະດີດຜ່ານມາພົບວ່າພວກເຂົາເຈົ້າໄດ້ຖືກຖອດຖອນສິດພິເສດຂອງຜູ້ແທນແລະ
ໃນບາງກໍລະນີ ຮອດໄດ້ຖືກລົງໂທດຍ້ອໄດ້ສະແດງຄວາມເຫັນກ່ຽວກັບບັນຫາທີ່ມີຄວາມສຳ
ຄັນລະດັບຊາດ. ທ່ານ Subedi ກ່າວວ່າ ການກະທຳແບບນັ້ນບໍ່ແມ່ນປະຊາທິປະໄຕເລີຍ.
ທ່ານ Subedi ເວົ້າວ່າ ທ່ານໄດ້ສົນທະນາຫາລື ກ່ຽວກັບເລື້ອງການຖອດຖອນສິດພິເສດ
ຂອງພວກຜູ້ແທນ ກັບປະທານສະພາແຫ່ງຊາດ ກໍຄືທ່ານເຮັງ ສຳຣິນ ຈາກພັກລັດຖະບານ
ທີ່ກ່າວຕອບວ່າ ທາງສະພາກໍພຽງແຕ່ປະຕິບັດຕາມລະບຽບພາຍໃນຂອງຕົນທໍ່ນັ້ນ.
ທ່ານ Subedi ເວົ້າວ່າ “ແຕ່ວ່າ ເວລານີ້ ຂ້າພະເຈົ້າກໍາລັງກວດສອບເບິ່ງກົດລະ
ບຽບພາຍໃນ ແລະຂັ້ນຕອນຕ່າງໆຂອງສະພາ ເພື່ອເບິ່ງວ່າ ກົດລະບຽບເຫຼົ່ານີ້ ສອດຄ່ອງກັບພັນທະໃນດ້ານສິດທິມະນຸດສາກົນຂອງກຳປູເຈຍຫລາຍສໍ່າໃດ.”
ທ່ານກ່າວຕື່ມວ່າ ຂະນະດຽວກັນ ກໍມີການເຄື່ອນໄຫວບາງຢ່າງໄປໃນທິດທາງບວ ເຊັ່ນວ່າ ລັດຖະບານໄດ້ປຶກສາຫາລືກັບກຸ່ມສັງຄົມພົນລະເຮືອນແລະສະຫະພັນກຳມະບານກ່ຽວກັບ ກົດໝາຍທີ່ພວມຢູ່ໃນລະຫວ່າງການພິຈາລະນາທີ່ຈະມີຜົນກະທົບຕໍ່ພວກເຂົາເຈົ້ານັ້ນ.
ແຕ່ທ່ານເຕືອນວ່າ ການໂອ້ລົມເທົ່ານັ້ນແມ່ນບໍ່ພຽງພລັດຖະບານຈຳເປັນຕ້ອງໄດ້ສະແດງໃຫ້
ເຫັນວ່າ ຕົນໄດ້ເອົາຄວາມວິຕົກກັງວົນຂອງພວກອື່ນໆຮວມເຂົ້າໄວ້ໃນກົດໝາຍນຳດ້ວຍ.
ລະຫວ່າງຢ້ຽມຢາມກຳປູເຈຍນັ້ນ ທ່ານ Subedi ໄດ້ພົບປະກັບພວກເຈົ້າໜ້າທີ່ອະວຸໂສຂອງ
ລັດຖະບານຕະຫຼອດທັງບັນດາຜູ້ຕາງໜ້າຂອງອົງການຈັດຕັ້ງແລະປະເທດຕ່າງໆທີ່ໃຫ້ຄວາມ
ຊ່ອຍເຫຼືອພວກຜູ້ຕາງໜ້າຂອງສັງຄົມພົນລະເຮືອນ ສະມາຊິກຂອງພັກຝ່າຍຄ້ານ ແລະປະຊາ ຊົນຊາວກຳປູເຈຍທຳມະດາສາມັນ.
ແລະທ່ານໄດ້ກ່າວຢໍ້າວ່າ ກຳມະສິດກ່ຽວກັບທີ່ດິນແລະເຮືອນຊານ ແມ່ນນຶ່ງໃນບັນດາຄວາມ
ວິຕົກກັງວົນທີ່ສຳຄັນຂອງທ່ານນັບຕັ້ງແຕ່ທ່ານໄດ້ເຂົ້າກຳຕຳແໜ່ງທູດພິເສດໃນດ້ານສິດທິມະ
ນຸດຂອງອົງການສະຫະປະຊາຊາດ ຮັບຜິດຊອບກ່ຽວກັບກຳປູເຈຍ ເມື່ອ 2 ປີກ່ອນ.
ທ່ານ Subedi ເວົ້າວ່າ “ບັນຫາດັ່ງກ່າວ ຍັງບໍ່ທັນໝົດໄປ. ການກອບໂກຍເອົາດິນ
ຂອງພວກຄົນຮັ່ງແລະພວກທີ່ມີອິດທິພົນຍັງສືບຕໍ່ເປັນບັນຫາ ການຜ່ອນຜັນທາງ ດ້ານເສດຖະກິດແລະທີ່ດິນໃນຮູບແບບອື່ນໆ ໄດ້ມີຜົນກະທົບຕໍ່ສິດທິຂອງປະຊາ
ຊົນທ້ອງຖິ່ນທີ່ອາໄສຢູ່ໃນເຂດຊົນນະບົດທີ່ສອກຫຼີກຫ່າງໄກ.”
ທ່ານ Subedi ກ່າວວ່າ ທ່ານໄດ້ພົບພໍ້ກັບຊາວກຳປູເຈຍທີ່ຖືກຂົ່ມຂູ່ດ້ວຍການ ຂັບໄລ່ອອກ
ຈາກດິນຕອນນຶ່ງໃນນະຄອນຫລວງພະນົມເປັນ ທີ່ຖືກມອບໃຫ້ສະມາຊິກສະພາສູງຄົນນຶ່ງ
ຂອງພັກລັດຖະບານ.
ທ່ານ Subedi ເວົ້າວ່າ “ຂ້າພະເຈົ້າຮູ້ດີກ່ຽວກັບບັນຫາດັ່ງກ່າວ. ຂ້າພະເຈົ້າເຫັນອົກ
ໃຈ ກ່ຽວກັບບັນຫາຂອງພວກເຂົາເຈົ້າ. ຂ້າພະເຈົ້າໄດ້ນຳສະເໜີບັນຫາທີ່ວ່ານີ້ຕໍ່ລະ
ດັບສູງສຸດ ເທົ່າທີ່ເປັນໄປໄດ້ຂອງລັດຖະບານ. ນັ້ນຄືນຶ່ງໃນຫລາຍໆເຫດຜົນ ທີ່ວ່າ ເປັນຫຍັງຂ້າພະເຈົ້າຈຶ່ງໄດ້ເອົາ ຮວມເຂົ້າໃນຄຳແນະນຳຂອງຂ້າພະເຈົ້າວ່າ ເວລາ ໃດຜູ້ຄົນຫາກມີບັນຫາໂຕ້ແຍ້ງໃນເລື່ອງດິນແລ້ວ ພວກເຂົາເຈົ້າກໍຄວນສາມາດໄປ
ຮ້ອງຮຽນຕໍ່ສານໄດ້ ແລະຄວນໄດ້ຮັບຄວາມເປັນທຳແບບບໍ່ເຂົ້າຂ້າງອອກຂາຈາກ
ສານ. ນັ້ນຄືເຫດຜົນທີ່ວ່າ ເປັນຫຍັງລາຍງານເທື່ອລ່າສຸດຂອງຂ້າພະເຈົ້າ ຈຶ່ງໄດ້ ເພັ່ງເລັງໃສ່ລະບົບຕຸລາການ - ໃສ່ເລື້ອງການເຮັດໃຫ້ຄວາມເປັນ ອິດສະຫຼະແລະ ຄວາມສາມາດຂອງລະບົບຕຸລາການ ມີຄວາມແຂງແຮງຂຶ້ນ.”
ທ່ານ Subedi ກ່າວວ່າ ຍັງມີຄວາມຈຳເປັນທີ່ຈະຕ້ອງໄດ້ດຳເນີນວຽກງານຢ່າງຫຼວງຫລາຍ
ອີກຢູ່ກ່ຽວກັບດ້ານນີ້.
ລັດຖະທຳມະນູນຂອງກຳປູເຈຍໃຫ້ການຄໍ້າປະກັນອິດສະຫຼະພາບໃນການປາກເວົ້າແຕ່ສິດທິ
ດັ່ງກ່າວມັກຈະຖືກບີບຄັ້ນຍ້ອນອັນທີ່ພວກເຈົ້າໜ້າທີ່ເວົ້າວ່າ ເປັນຄວາມຈຳເປັນສຳລັບຄວາມ
ປອດໄພຂອງມະຫາຊົນ. ໃນຕົ້ນປີນີ້ທ່ານ Subedi ໄດ້ສະແດງຄວາມວິຕົກກັງວົນວ່າ ຂອບ
ເຂດໃນການຕຳໜິຕິຕຽນລັດຖະບານໄດ້ແຄບລົງກວ່າເກົ່າແລະເວົ້າວ່າທ່ານຍັງບໍ່ທັນເຫັນວ່າ
ສະພາບການກ່ຽວກັບເລື່ອງດີຂຶ້ນເລີຍ.
ທ່ານ Subedi ກ່າວວ່າ “ຂ້າພະເຈົ້າຢ້ານວ່າ ສະຖານະການບໍ່ໄດ້ມີການປ່ຽນແປງ
ຫຍັງເລີຍກ່ຽວກັບອິດສະຫຼະພາບໃນການປາກເວົ້າຢູ່ໃນກຳປູເຈຍ. ນັ້ນແມ່ນບ່ອນ
ທີ່ຂ້າພະເຈົ້າຢາກເຫັນ ມີການສ້າງຄວາມກ້າວໜ້າ.”
ທ່ານ Subedi ຈະນຳສະເໜີລາຍງານຂອງທ່ານຕໍ່ສະພາສິດທິມະນຸດຂອງອົງການກສະຫະ
ປະຊາຊາດທີ່ນະຄອນເຈນີວາ ໃນເດືອນກັນຍາທີ່ຈະມາເຖິງນີ້.