ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະຫະປະຊາຊາດກ່າວວ່າ ກໍາປູເຈຍຍັງມີບັນຫາຄ້າງຄາ ຫລາຍຢ່າງ


ທ່ານ Surya Subedi ຜູ້ລາຍງານພິເສດຕໍ່ອົງການສະຫະປະຊາຊາດ ກ່ຽວກັບເລື້ອງສິດທິມະນຸດໃນກໍາປູເຈຍ ຖະແຫລງຕໍ່ນັກຂ່າວ ຢູ່ນະຄອນຫລວງພະນົມເປັນ, ວັນພະຫັດ ທີ 24 ກຸມພາ 2011, ກ່ອນສິ້ນສຸດການຢ້ຽມ ຢາມກໍາປູເຈຍ ເປັນເວລາ 10 ມື້.
ທ່ານ Surya Subedi ຜູ້ລາຍງານພິເສດຕໍ່ອົງການສະຫະປະຊາຊາດ ກ່ຽວກັບເລື້ອງສິດທິມະນຸດໃນກໍາປູເຈຍ ຖະແຫລງຕໍ່ນັກຂ່າວ ຢູ່ນະຄອນຫລວງພະນົມເປັນ, ວັນພະຫັດ ທີ 24 ກຸມພາ 2011, ກ່ອນສິ້ນສຸດການຢ້ຽມ ຢາມກໍາປູເຈຍ ເປັນເວລາ 10 ມື້.

ຜູ້ຂຽນລາຍງານພິເສດດ້ານສິດທິມະນຸດຂອງອົງການສະຫະປະຊາຊາດ ສະຫລູບຜົນການ ໄປຢ້ຽມຢາມກໍາປູເຈຍຄັ້ງທີ່ສີ່ຂອງທ່ານເມື່ອວັນທີ່ 24 ກຸມພາຜ່ານມາ ໂດຍກ່າວວ່າບັນຫາ ທີ່ສໍາຄັນໆຕ່າງຍັງຄົງແກ້ໄຂກັນບໍ່ໄດ້ ນາຍ Robert Carmichael ມີລາຍງານຈາກກຸງ ພະນົມເປັນ ດັ່ງທອງປານມີລາຍລະອຽດຂອງເລຶ່ອງນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.

ທ່ານ Surya Subedi ກ່າວວ່າ ການຢ້ຽມຢາມກໍາປູເຈຍ
ຄັ້ງທີ່ສີ່ຂອງທ່ານນັ້ນ ແມ່ນໄດ້ຮັບຜົນແບບປະປົນກັນ
ຍ້ອນການຮ່ວມມືທີ່ຈໍາກັດຂອງລັດຖະບານກ່ຽວກັບມາດ
ຕະການຕ່າງໆໃນການປະຕິຮູບດ້ານຕຸລາການ ທີ່ທ່ານ
ໄດ້ສະເໜີແນະນໍາໄວ້ຫລັງຈາກການຢ້ຽມຢາມກໍາປູເຈຍ
ຄັ້ງສຸດທ້າຍຂອງ ທ່ານໃນເດືອນມິຖຸນາຜ່ານມານັ້ນ.

ເມື່ອວັນພະຫັດອາທິດແລ້ວນີ້ ທ່ານ ຊູເບດີ ໄດ້ເນັ້ນຍໍ້າ
ເຖິງອິດສະຫລະພາບໃນການສະແດງອອກຊຶ່ງຄວາມຄິດ
ຄວາມ ເຫັນແລະກໍາມະສິດໃນທີ່ດິນ ວ່າຍັງເປັນຫົວຂໍ້ໃຫຍ່
ຂອງບັນຫາຕ່າງໆທີ່ຍັງດໍາເນີນໄປຢູ່ໃນເວລານີ້.

ນັບເປັນເວລາໄດ້ຫລາຍໆປີມາແລ້ວ ທີ່ກໍາປູເຈຍໄດ້ດໍາເນີນ
ການຕໍ່ພວກທີ່ມອງກັນວ່າ ເປັນພວກຕິຕຽນນັ້ນໂດຍຜ່ານ
ທາງສານ ໂດຍມີບາງຄົນໄດ້ຖືກຈໍາຄຸກ ຫລືຖືກບັງຄັບໃຫ້
ໜີອອກນອກປະເທດ ເພື່ອຫລີກລ່ຽງການຕັດສິນຈໍາຄຸກ ໂດຍຜ່ານຕຸລາການທີ່ປະຕິບັດຕາມລັດຖະບານນັ້ນ.

ທ່ານ ຊູເບດີ ກ່າວຕໍ່ໄປວ່າ ຍັງມີຫລາຍໆບັນຫາທີ່ສໍາຄັນທີ່ຍັງຄ້າງຄາ ກ່ຽວກັບອິດສະ ຫລະພາບໃນການສະແດງຄວາມຄິດຄວາມເຫັນ ແລະໄດ້ເວົ້າເຖິງຄວາມເປັນຫ່ວງຂອງ
ທ່ານວ່າ ຊ່ອງທ່າງໃນການສະແດງການຕໍາໜິຕິຕຽນຕໍ່ລັດຖະບານນັ້ນແມ່ນມີໜ້ອຍລົງ.
ທ່ານ ຊູເບດີ ກ່າວອີກວ່າ ການສະແດງອອກຊຶ່ງຄວາມຄິດຄວາມເຫັນຢ່າງສັນຕິໃດໆນັ້ນ
ບໍ່ຄວນຈະຖືວ່າເປັນການລະເມີດກົດໝາຍອາຍາແຕ່ຢ່າງໃດເລີຍ ຊຶ່ງທ່ານ ຊູເບດີ ກ່າວຊີ້
ແຈງຕໍ່ໄປວ່າ:

“ພວກໃດກໍຕາມທີ່ມີຕໍາແໜ່ງຂອງລັດຖະບານນັ້ນ ຄວນຈະມີຄວາມເຕັມໃຈ ຮັບເອົາການຕໍາໜິຕິຕຽນກ່ຽວກັບການຕັດສິນໃຈໃດໆຂອງພວກຕົ້ນ ນັ້ນກໍຄື ການຕໍາໜິຕິຕຽນນັ້ນບໍ່ຖືເປັນອາຊະຍາກໍາ ແຕ່ເປັນການສະແດງໃຫ້ເຫັນ ເຖິງເສລີພາບແຫ່ງຈິດສໍານຶກ ແລະເປັນການປະຕິບັດທີ່ມີຄວາມສະຫລຽວ ສະຫລາດ.”

ທ່ານ ຊູເບດີ ໄດ້ໄປຢ້ຽມຢາມກໍາປູເຈຍເປັນເວລາ 10 ມື້ ເພື່ອຊັ່ງຊາຕີລາຄາ ກ່ຽວກັບ
ການປະຕິບັດສິດທິມະນຸດຂອງສະພາແຫ່ງຊາດ ວ່າມີຜົນໜ້ອຍຫລາຍປານໃດ ຊຶ່ງທ່ານ
ຈະລາຍງານກ່ຽບກັບເລຶ່ອງນີ້ ຕໍ່ສະຫະປະຊາຊາດ ໃນທ້າຍປີນີ້.

ໃນລະຫວ່າງທີ່ຢ້ຽມຢາມກໍາປູເຈຍນັ້ນ ທ່ານໄດ້ພົບປະກັບພວກເຈົ້າໜ້າທີ່ອາວຸໂສ ຂອງ
ລັດຖະບານ ໂຮມທັງນາຍົກລັດຖະມົນຕີ ຮຸນເຊນ

ນອກນີ້ແລ້ວ ທ່ານ ຊູເບດີ ຜູ້ຂຽນລາຍງານພິເສດຂອງອົງການສະຫະປະຊາຊາດດ້ານ
ສິດທິມະນຸດ ຍັງໄດ້ໂອ້ລົມສົນທະນາກັບຜູ້ແທນຂອງປະເທດລະອົງການໃຫ້ການບໍລິຈາກ
ຊ່ວຍເຫລືອທັງຫລາຍ ພວກຜູ້ຕາງໜ້າຈາກກຸ່ມຈັດຕັ້ງສັງຄົມພົນລະເຮືອນ ສະມາຊິກຂອງ
ພັກການເມືອງຝ່າຍຄ້ານ ພ້ອມດ້ວຍຊາວກໍາປູເຈຍທໍາມະດາສາມັນນັ້ນນໍາ.

ກ່ຽວກັບເລຶ່ອງກໍາມະສິດທີ່ດິນນັ້ນ ທ່ານ ຊູເບດີ ກ່າວວ່າ ລັດຖະບານຈໍາເປັນຕ້ອງຮັບປະ
ກັນໃຫ້ມີການປັບປຸງທີ່ດີຂື້ນ.

ປະຊາຊົນກໍາປູເຈຍຫລາຍສິບພັນຄົນ ສ່ວນໃຫຍ່ແມ່ນພວກທຸກຈົນ ຖືກຂັບໄລ່ໃສສົ່ງຈາກ
ດິນດອນຂອງພວກເຂົາເຈົ້າເມື່ອບໍ່ເທົ່າໃດປີຜ່ານມານີ້ ໃນຂະນະທີ່ພວກຮັ່ງມີແລະພວກມີ
ອໍານາດໄດ້ສວຍໃຊ້ຕໍາແໜ່ງຂອງພວກເຂົາເຈົ້າຍຶດເອົາຊັບສິນທີ່ມີຄ່າເຫລົ່ານັ້ນ ຫລາຍຂື້ນ ນັບມື້.

ທ່ານ ຊູເບດີ ໄດ້ຍ້ອງຍໍສັນລະເສີນຄວາມພະຍາຍາມຂອງລັດຖະບານທີ່ກໍາລັງດໍາເນີນໄປຢູ່
ໃນຂະນະນີ້ ເພື່ອປັບປຸງໂຄງຮ່າງໃນການແກ້ໄຂບັນຫາດິນດອນນັ້ນ ແຕ່ກໍກ່າວອີກວ່າບັນ
ຫາຢູ່ໃນກໍາປູເຈຍໃນເວລານີ້ ບໍ່ແມ່ນມາຈາກ ການຂາດແຄນກົດໝາຍແຕ່ຢ່າງໃດ. ທ່່ານ
ຊູເບດີ ກ່າວວ່າ

“ສິ່ງທ້າທາຍໃນກໍາປູເຈຍເທົ່າທີ່ຂ້າພະເຈົ້າຮູ້ນັ້ນ ກໍແມ່ນກ່ຽວກັບການນໍາໃຊ້ປະຕິບັດ ຫລືຈັດຕັ້ງປະຕິບັດກົດໝາຍທີ່ມີຢູ່ແລ້ວນັ້ນຫລາຍກວ່າ ບໍ່ແມ່ນວ່າກໍາປູເຈຍບໍ່ມີກົດ
ໝາຍຫຍັງເລີຍ ມາແຕ່ຕົ້ນແລ້ວ.”

ຫລັງຈາກທ່ານ ຊູເບດີ ໄດ້ສໍາເລັດເສັດສິ້ນການເດີນທາງໄປຢ້ຽມຢາມກໍາປູ ເຈຍຄັ້ງທີ່ສາມ
ຂອງທ່່ານນັ້ນ ທ່ານໄດ້ຮ່າງຄໍາແນະນໍາຫລາຍສິ່ງຫລາຍປະການ ສໍາລັບການປະຕິຮູບດ້ານ
ຕຸລາການຂອງກໍາປູເຈຍ ຊຶ່ງທ່ານພົບເຫັນວ່າ ກໍາລັງປະເຊີນກັບສິ່ງທີ່ທ່ານເອີ້ນວ່າ ບັນຫາ
ທ້າທາຍອັນໃຫຍ່ຫລວງໃນການນໍາເອົາຄວາມເປັນທໍາ ມາສູ່ຊາວກໍາປູເຈຍທໍາມະດາສາມັນ ນັ້ນ.

ທ່ານ ຊູເບດີ ກ່າວເມື່ອວັນພະຫັດຜ່ານມານັ້ນວ່າ ທ່ານຮູ້ສຶກໄດ້ຮັບກໍາລັງໃຈຈາກການຮັບ
ຮູ້ຂອງລັດຖະບານ ເຖິງບັນຫາໃນດ້ານຕຸລາການ ແລະ ຄວາມເຫັນພ້ອມຂອງລັດຖະບານ
ທີ່ວ່າບັນຫາເຫລົານີ້ຈໍາເປັນຈະຕ້ອງໄດ້ຮັບການແກ້ໄຂນັ້ນ.

ແຕ່ທ່ານ ຊູເບດີ ກ່າວເປັນໄນວ່າ ພະນົມເປັນສ່ວນໃຫຍ່ແລ້ວ ແມ່ນໄດ້ປະ ສົບກັບຄວາມ
ລົ້ມແຫລວໃນການທີ່ຈະປັບປຸງດ້ານຕຸລາການ ໂດຍໄດ້ກ່າວຕໍ່ວົງການສື່ມວນຊົນວ່າ ທ່ານ
ຢາກເຫັນມີການຮ່ວມໄມ້ຮ່ວມມືທີ່ດີຂື້ນກວ່າເກົ່າ ຈາກລັດຖະບານ ໃນການນໍາປະຕິບັດ
ຕາມຄໍາແນະນໍາຂອງທ່ານນັ້ນ.

ທ່ານ Phay Siphan ໂຄສົກລັດຖະບານ ບອກວີໂອເອວ່າ ພະນົມເປັນຮັບຮູ້ວ່າດ້ານຕຸລາ
ການຍັງມີຄວາມບົກຜ່ອງຢູ່ ແຕ່ກໍວ່າ ການປັບປຸງແກ້ໄຂໃຫ້ດີຂື້ນນັ້ນແມ່ນຕ້ອງໄດ້ໃຊ້ເວລາ.

ກ່ຽວກັບການປ່ຽນແປງຫລາຍໆຢ່າງທີ່ກໍາລັງດໍາເນີນໄປຢູ່ນັ້ນ ໂຄສົກ Phay Siphan ກ່າວ
ວ່າ ແມ່ນການເຄຶ່ອນໄຫວເພື່ອປັບປຸງຄວາມຊໍານິຊໍານານຂອງພວກໄອຍະການທີ່ປະຕິບັດ
ງານຢູ່ໃນເວລານີ້ ແລະຄວາມພະຍາຍາມຕ່າງໆເພື່ອຊຸກຍູ້ການເຝິກອົບລົມພະນັກງານໄອຍະ ການຊຸດໃໝ່.

XS
SM
MD
LG